ໜ້າຫຼັກ / ການເຄື່ອນໄຫວ / ເມືອງບຸນໃຕ້, ແຂວງຜົ້ງສາລີ ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ (ນໍ້າຖ້ວມ)

ເມືອງບຸນໃຕ້, ແຂວງຜົ້ງສາລີ ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ (ນໍ້າຖ້ວມ)

11 Sep 2024 | ແສງຄຳ ສາລີວັນ |

ເມືອງບຸນໃຕ້, ແຂວງຜົ້ງສາລີ ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ (ນໍ້າຖ້ວມ)

        ເນື່ອງຈາກການເຄື່ອນຕົວຂອງພາຍຸຢາກິ ທີ່ໄດ້ພັດເຂົ້າທາງພາກເໜືອຂອງ ສສ ຫວຽດນາມ  ແລະ ໄດ້ອ່ອນກຳລັງລົງ ກາຍເປັນພາຍຸດີເຟຊັ້ນ ແລະ ແຮງກົດດັນອາກາດຕໍ່າເຮັດໃຫ້ມີຝົນຕົກຕິດຕໍ່ກັນຫຼາຍວັນເປັນບໍລິເວນກ້ວາງໃນຂອບເຂດທົ່ວແຂວງຜົ້ງສາລີ ໂດຍສະເພາະເມືອງບຸນໃຕ້ ໄດ້ເຮັດໃຫ້ແມ່ນໍ້າຫຼາຍສາຍ ເປັນຕົ້ນແມ່ນໍ້າລານ ແລະ ນໍ້າບຸນ ທີ່ໄຫຼຜ່ານເທດສະບານເມືອງບຸນໃຕ້ ມີລະດັບນໍ້າເພີ້ມຂຶ້ນຢ່າງຕໍ່ເນື່ອງ ຈົນມາຮອດເວລາປະມານ 24:00 ໂມງ ຂອງຄ່ຳຄືນວັນທີ 10 ກັນຍາ 2024 ຈຶ່ງເຮັດໃຫ້ແມ່ນໍ້າສາຍດັ່ງກ່າວມີລະດັບຂື້ນສູງໄຫຼລົ້ນຝັງເຂົ້າຖ້ວມບ້ານເຮືອນປະຊາຊົນ, ເສັ້ນທາງ, ຕະຫຼາດ, ໂຮງຮຽນ, ສັດລ້ຽງ ແລະ ຜົນລະປູກ ໃນເຂດບ້ານ ບູນໃຕ້, ບ້ານໂພທອງ ແລະ ບ້ານນາຫວາຍ ໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ. ຕໍ່ກັບສະພາບດັ່ງກ່າວ ທາງການນຳເມືອງ ກໍ່ຄືພາກສ່ວນທີ່ກ່ຽວຂ້ອງໄດ້ລະດົມສຸມທຸກກຳລັງແຮງພ້ອມກັນສາມັກຄີ ເຂົ້າຊ່ວຍເຫຼື່ອພໍ່ແມ່ປະຊາຊົນທີ່ຖືກຜົນກະເຊິ່ງໄດ້ຍົກຍ້າຍເອົາຄົນ, ເຄື່ອງໃຊ້ຕ່າງໆ, ສັດລ້ຽງ ແລະ ພາຫະນະໄປໄວ້ບ່ອນສູງທີ່ມີຄວາມປອດໄພ.

ໃນສະພາບຕໍ່ໜ້ານີ້ອາດຈະມີຝົນຢ່າງຕໍ່ເນື່ອງ ສະນັ້ນ, ຈຶ່ງແຈ້ງເຕືອນ ມາຍັງພໍ່ແມ່ປະຊາຊົນທີ່ອາໄສລຽບຕາມແຄມສາຍນໍ້າດັ່ງກ່າວ ໃຫ້ມີສະຕິເຝົ້າລະວັງຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ ຕິດຕາມລະດັບນໍ້າລານ ແລະ ນໍ້າບຸນ ທີ່ອາດຈະສູງຂຶ້ນ ເຖິ່ງຂີດອັນຕະລາຍ ເພື່ອປ້ອງກັນຄວາມເສຍຫາຍ ແລະ ຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃຫ້ທັນເວລາ ພ້ອມກັນຕິດຕາມຂ່າວການປ່ຽນແປງຂອງສະພາບດິນຟ້າອາກາດຈາກກົມອຸຕຸນິຍົມ ອຸທົກກະສາດ, ຈາກວິທະຍຸ, ລະບົບໂທລະໂຄ່ງ ແລະ ສື່ສັງຄົມອອນລາຍຕ່າງໆ ທີ່ເປັນທາງການ ແລະ ໜ້າເຊື່ອຖື ໃຫ້ແຕ່ລະບ້ານເອົາໃຈໃສ່ຈັດຕັ້ງພັດປ່ຽນກັນເວນຍາມຕະຫຼອດ 24 ຊົ່ວໂມງ, ເກັບມ້ຽນເຄື່ອງຂອງທີ່ມີຄ່າ, ສັດລ້ຽງ ໃຫ້ພາກັນຍົກຍ້າຍໄປບ່ອນທີ່ສູງ ແລະ ເພື່ອຮັບປະກັນຄວາມປອດໄພທັງຊີວິ ແລະ ຊັບສິນ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ