ໜ້າຫຼັກ / ການເຄື່ອນໄຫວ / ໂຮງຮຽນອະນຸບານໂພທອງຈັດພິທີສະຫຼຸບປິດໂຮງຮຽນປະຈໍາສົກຮຽນ 2024-2025 ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນຄົບຮອບ 100 ປີ.

ໂຮງຮຽນອະນຸບານໂພທອງຈັດພິທີສະຫຼຸບປິດໂຮງຮຽນປະຈໍາສົກຮຽນ 2024-2025 ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນຄົບຮອບ 100 ປີ.

27 May 2025 | ນັກຂ່າວ ເມືອງບຸນໃຕ້ |

ໂຮງຮຽນອະນຸບານໂພທອງຈັດພິທີສະຫຼຸບປິດໂຮງຮຽນປະຈໍາສົກຮຽນ 2024-2025 ແລະ ສະເຫຼີມສະຫຼອງວັນເດັກ
ນ້ອຍສາກົນຄົບຮອບ 100 ປີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 27 ພຶດສະພາ 2025 ນີ້. ທາງໂຮງຮຽນອະນຸບານໂພທອງ ໄດ້ຈັດພິທີປິດສະຫຼຸບໂຮງຮຽນ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນຄົບຮອບ 100 ປີ ຂຶ້ນຢ່າງເປັນທາງການ ຢູ່ທີ່ໂຮງຮຽນອະນຸບານໂພທອງ. ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສຸກສົມໝາຍ ຫຼ້າມະນີ ຫົວໜ້າໜ່ວຍງານບໍລິຫານ ຫ້ອງການສຶກສາທິການ ແລະ ກິລາເມືອງ, ມີທ່ານ ອໍາຄາ ເລຂາໜ່ວຍພັກບ້ານ-ນາຍບ້ານບ້ານໂພທອງ, ມີທ່ານ ນາງ ສາວຍາ ເຫຼັກວົງທິບ ອໍານວຍການໂຮງຮຽນອະນຸບານໂພທອງ, ເຂົ້າຮ່ວມມີບັນດາຄູ-ອາຈານ, ທີມງານຫ້ອງການສຶກສາ, ພໍ່ແມ່ຜູ້ປົກຄອງເດັກ ຕະຫຼອດຮອດ ຫລານນ້ອຍນັກຮຽນແຕ່ຫ້ອງອະນຸບານ1-3 ເຂົ້າ
ຮ່ວມຢ່າງຄັບຄາໜາແໜ້ນ.
ໃນພິທີ ທ່ານ ນາງ ສາວຍາ ເຫຼັກວົງທິບ ອໍານວຍການໂຮງຮຽນອະນຸບານ ໄດ້ຜ່ານບົດສະຫຼຸບປະຈໍາສົກຮຽນ 2024-2025 ແລະ ວາງທິດທາງແຜນການປະຈໍາສົກຮຽນ 2025-2026. ເຊີ່ງທ່ານໄດ້ໃຫ້ຮູ້ວ່າ ໂຮງຮຽນອະນຸບານໂພທອງຕັ້ງຢູ່ບ້ານໂພທອງ ເມືອງບຸນໃຕ້ ແຂວງຜົ້ງສາລີ ຫ່າງຈາກຫ້ອງການສຶກສາທິການ ແລະ ກິລາເມືອງ 300 ແມັດ ເປັນໂຮງຮຽນຖາວອນ 1 ຫຼັງ, ເຄີ່ງຖາວອນ 2 ຫຼັງ ປະກອບມີ 5 ຫ້ອງ ໂຮງຮຽນອະນຸບານເດັກສາມາດຮັບເດັກໃນເກນອາຍຸ 3 ປີ ຫາ ລຸ່ມ 6 ປີ, ຄູສອນທັງໝົດ 7 ຄົນ, ຍິງ 7 ຄົນ ມີນັກຮຽນທັງໝົດ 166 ຄົນ, ຍິງ 87 ຄົນ. ຫ້ອງອະນຸບານ 1 ມີ 2 ຫ້ອງ 53 ຄົນ, ຍິງ 28 ຄົນ, ຫ້ອງອະນຸບານ 2 ລວມ 54 ຄົນ, ຍິງ 25 ຄົນ, ຫ້ອງອະນຸບານ 3 ມີ 2 ຫ້ອງ59 ຄົນ, ຍິງ 32 ຄົນ. ໃນໜຶ່ງສົກຮຽນຜ່ານມາສາມາດສະຫຼຸບດ້ານດີ ແລະ ຜົນສໍາເລັດໃນແຕ່ລະໜ້າວຽກເປັນຕົ້ນ ວຽກງານວິຊາການ, ວຽກງານກິດຈະກໍານັກຮຽນ, ວຽກງານຄຸ້ມຄອງບຸກຄະລະກອນ, ວຽກງານຄຸ້ມຄອງຊັບສິນ ແລະ ອາຄານສະຖານທີ, ວຽກງານພົວພັນຊຸມຊົນ, ວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານຂໍ້ມູນສະ
ຖິຕິ ແລະ ວຽກງານບໍລິຫານການເງິນ ແລະ ສາມາດສໍາເລັດຕາມແຜນພັດທະນາການສຶກສາຕາມເນື້ອໃນ 4 ບຸກທະລຸ 3 ລັກສະນະ 5 ຫຼັກມູນ ແລະ 3 ຂໍ້ແຂ່ງຂັນ ແລະ ແຜນພັດທະນາຂອງສຶກສາທິການ ແລະ ກິລາເມືອງບຸນໃຕ້ ປະຈໍາສົກຮຽນ 2024-2025 ທີ່ໄດ້ກໍານົດໄວ້. ພ້ອມກັນນີ້ກໍ່ໄດ້ວາງແຜນການສົກປີ 2025-2026ຕື່ມອີກ.
ຈາກນັ້ນ, ໃນພິທີ ທາງໂຮງຮຽນໄດ້ມີການມອບໃບຍ້ອງຍໍໃຫ້ນັກຮຽນຜູ້ທີ່ຮຽນດີ-ຮຽນເກັ່ງປະເພດທີ 1-2 ແຕ່ອະນຸບານ1-ອະນຸບານ 3 ຕາມລໍາດັບ. ພ້ອມກັນນີ້ ບັນດາທ່ານແຂກຜູ້ທີເຂົ້າຮ່ວມໃນພິທີໄດ້ຮັບຊົມການສະແດງສິນລະປະວັນນະຄະດີຂອງຫຼານນ້ອຍນັກຮຽນຢ່າງເບີກບານມ່ວນຊື່ນ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ