ໜ້າຫຼັກ / ການເຄື່ອນໄຫວ / ພິທີ ປະກາດຮັບຮອງເອົາບ້ານຈຸລາວແສນໃໝ່, ເມືອງບຸນໃຕ້ ເປັນບ້ານວັດທະນະທຳ ປີ 2024

ພິທີ ປະກາດຮັບຮອງເອົາບ້ານຈຸລາວແສນໃໝ່, ເມືອງບຸນໃຕ້ ເປັນບ້ານວັດທະນະທຳ ປີ 2024

16 Sep 2024 | ນັກຂ່າວຫ້ອງການ ຖວທ ເມືອງບຸນໃຕ້ |

ພິທີ ປະກາດຮັບຮອງເອົາບ້ານຈຸລາວແສນໃໝ່, ເມືອງບຸນໃຕ້ ເປັນບ້ານວັດທະນະທຳ ປີ 2024

ພິທີດັ່ງກ່າວໄດ້ຈັດຂື້ນໃນຕອນເຊົ້າຂອງ ວັນທີ 11 ກັນຍາ 2024 ທີຜ່ານມານີ້ ຢູ່ທີ່ເດີນໂຮງຮຽນບ້ານຈຸລາວແສນໃໝ່ ເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາຫຼ້າ ດວງມາໄລ ຮອງເຈົ້າເມືອງ, ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ, ມີທ່ານ ບຸນລອດ ພັນທະວົງ, ຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງບຸນໃຕ້, ມີທ່ານ ອາລຸງ ເລຂາພັກບ້ານ-ນາຍບ້ານ ບ້ານ ຈຸລາວແສນໃຫມ່, ມີເລຂາຄະນະພັກຮາກຖານກຸ່ມບ້ານ ຈຸລາວແສນໃຫມ່, ພ້ອມດ້ວຍ ອົງການຈັດຕັ້ງບ້ານ, ທີມງານຈາກຫ້ອງການ ຖວທ ເມືອງ, ແຂກທີ່ຖືກເຊີນ ອ້ອມຂ້າງບ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ທ່ານ ສຸລິນທາ ຍົດທະວົງ ຕາງໜ້າອົງການປົກຄອງບ້ານຜ່ານບົດສະຫຼຸບວຽກງານຮອບດ້ານ ການສ້າງຄົນ, ຄອບຄົວ ແລະ ບ້ານວັດທະນະທໍາ ປະຈຳປີ 2024 ແລະ ທິດທາງແຜນການ 2025 ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ບ້ານຈຸລາວແສນໃຫມ່ ຫ່າງຈາກເທດສະບານເມືອງ 33 ກິໂລແມັດ, ໄດ້ສ້າງຕັ້ງຂຶ້ນເປັນບ້ານໃນປີ 1985 ເຊິ່ງເປັນບ້ານຊົນເຜົ່າອາຄາ,ຖືສາສະໜາຜີ, ມີເນື້ອທີ່ປົກຄອງທັງໝົດ 127,46 ເຮັກຕາ, ໃນນັ້ນ ມີເນື່ອທີ່ນາ 4,2 ເຮັກຕາ, ເນື້ອທີ່ທຳການຜະລິດ 12,8 ເຮັກຕາ ໃນບ້ານປະກອບມີ 66 ຄອບຄົວ, ມີພົນລະເມືອງທັງໝົດ 304 ຄົນ, ຍິງ 142 ຄົນ, ມີແຮງງານຜະລິດ 178 ແຮງງານ, ຍິງ 96 ແຮງງານ. ອາຊີບຕົ້ນຕໍຂອງຊາວບ້ານແມ່ນເຮັດໄຮ່ປູກເຂົ້າ, ປູກອ້ອຍ, ໝາກແໜ່ງ, ໝາກເດືອຍ ແລະ ລ້ຽງສັດນ້ອຍ-ໃຫຍ່ເປັນສິນຄ້າສົ່ງອອກ. ໃນຕະຫຼອດໄລຍະທີ່ຜ່ານມາ ພໍ່ແມ່ປະຊາຊົນ ພາຍໃນບ້ານ ໄດ້ມີຄວາມສາມັກຄີເປັນປຶກແຜນ, ມີຄວາມເຂັ້ມແຂງຮອບດ້ານໃນການສ້າງເສດຖະກິດຄອບຄົວຕາມແນວທາງນະໂຍບາຍຂອງພັກ-ລັດ, ເປັນກຳລັງແຮງສັງລວມໃຫ້ແກ່ຮາກຖານບ້ານໃຫ້ມີຄວາມໝັ້ນຄົງ, ສ້າງບ້ານເປັນຫົວໜ່ວຍພັດທະນາ, ເສີມຂະຫຍາຍສິດເປັນເຈົ້າຕົນເອງ, ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແນໃສ່ລົບລ້າງຮ່ອງຮອຍເສດເຫຼືອຂອງລະບອບເກົ່າເຊັ່ນ:ຄວາມສະເໝີພາບຍິງ-ຊາຍ, ປະຊາທິປະໄຕ, ຄວາມປອງດອງໃນຄອບຄົວ, ປັດຈຸບັນບ້ານ ມີເສັ້ນທາງເຂົ້າເຖິງສະດວກສະບາຍ, ມີໄຟຟ້າໃຊ້ທຸກຄອບຄົວ, ມີລະບົບນໍ້າລິນນໍ້າສະອາດໃຊ້ໄດ້ຕະຫຼອດປີ, ມີອົງການຈັດຕັ້ງຄົບຊຸດ, ເດັກຕາມເກນອາຍຸໄດ້ເຂົ້າເຖິງການສຶກສາຢ່າງທົ່ວເຖິງ ປະຊາຊົນພາຍໃນບ້ານຮັກສາໄດ້ມູນເຊື້ອອັນດຸໝັ່ນຂະຫຍັນພຽນປະຊາຊົນສ່ວນຫຼາຍມີວຽກເຮັດງານທຳເປັນອາຊີບຕົ້ນຕໍ ເພື່ອຜະລິດເປັນສິນຄ້າສ້າງລາຍຮັບໃຫ້ແກ່ຄອບຄົວ ລວມລາຍຮັບຂອງປະຊາຊົນທັງໝົດ 3 ຕື້ກວ່າກີບ /ປີ ສະເລ່ຍໃສ່ຫົວຄົນໄດ້ 7 ລ້ານກວ່າ ກີບ/ປີ.

ຜ່ານການປະເມີນຂອງຄະນະຮັບຜິດຊອບການສ້າງຄອບຄົວ ແລະ ບ້ານວັດທະນະທຳຂອງເມືອງ ໂດຍສົມທົບກັບອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ໂດຍອີງໃສ່ 3 ມາດຕະຖານ 23 ຕົວຊີ້ວັດຂອງການສ້າງຄອບຄົວວັດທະນະທຳ ແລະ 4 ມາດຕະຖານ 26 ຕົວຊີ້ວັດຂອງການສ້າງບ້ານວັດທະນະທຳ ເຫັນວ່າມີເງື່ອນໄຂຄົບຖ້ວນ. ສະນັ້ນ ອົງການປົກຄອງເມືອງກໍ່ຄືຫ້ອງການຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ເມືອງບຸນໃຕ້ ຈິ່ງໄດ້ຈັດພິທີຮັບຮອງເອົາບ້ານ ຈຸລາວແສນໃຫມ່ ເປັນບ້ານວັດທະນະທຳໃໝ່ຂອງເມືອງ. ຈາກນັ້ນ, ທາງຄະນະຈັດຕັ້ງກໍ່ຜ່ານມາຂໍ້ຕົກລົງຂອງທ່ານ ເຈົ້າເມືອງ ສະບັບເລກທີ 339/ຈມ ວ່າດ້ວຍການອະນຸມັດຈັດພິທີຮັບຮອງ ບ້ານຈຸລາວແສນໃຫມ່ເປັນບ້ານວັດທະນະທໍາໃໝ່ ເຊິ່ງຈໍານວນ 66 ຄອບຄົວ . ເປັນກຽດຂື້ນມອບໃບຢັ້ງຢືນຄອບຄົວວັດທະນະທໍາ ໂດຍແມ່ນທ່ານ ບຸນລອດ ພັນທະວົງຮອງ ຫົວໜ້າຫ້ອງການ ຖວທ ເມືອງ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 705/ຈຂ, ລົງວັນທີ 20 ສິງຫາ 2024 ວ່າດ້ວຍການຮັບຮອງເອົາບ້ານ ຈຸລາວແສນໃຫມ່ ເປັນບ້ານ ວັດທະນະທໍາໃໝ່ ປະຈໍາປີ 2024. ເປັນກຽດກ່າວມອບໃບຢັ້ງຢືນບ້ານ ວັດທະນະທໍາໂດຍແມ່ນທ່ານ ຄໍາຫຼ້າ ດວງມາໄລ ຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ ຂັ້ນເມືອງ, ຂື້ນຮັບໂດຍແມ່ນທ່ານ ອາລຸງ ເລຂາພັກບ້ານ ຈຸລາວແສນໃໝ່.

ໃນພິທີທີ່ມີຄວາມໝາຍສໍາຄັນນີ້ ຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ຄໍາຫຼ້າ ດວງມາໄລ ຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມຂັ້ນເມືອງ. ເຊິ່ງກ່ອນອື່ນທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງຜົນງານໃນການຊີ້ນໍາ-ນໍາພາວຽກງານຮອບດ້ານກໍ່ຄືວຽກງານການກໍ່ສ້າງຄອບຄົວບ້ານວັດທະນະທຳ, ເຊິ່ງຕະຫຼອດໄລຍະຜ່ານມາພໍ່ແມ່ປະຊາຊົນໄດ້ພ້ອມກັນອອກແຮງແຂງຂັນສ້າງເສດຖະກິດຄອບຄົວດ້ວຍການລ້ຽງສັດນ້ອຍ-ສັດໃຫຍ່, ປູກພຶດອຸດສະຫະກຳ-ກະສິກຳເປັນຕົ້ນ ປູກອ້ອຍ ປູກໝາກເດືອຍເປັນສິນຄ້າສົ່ງອອກເພື່ອສ້າງຄອບຄົວໃຫ້ກາຍເປັນຄອບຄົວຕົວແບບດ້ານອື່ນໆ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ມີຄວາມຕື່ນຕົວທັງດ້ານການເມືອງເປັນເຈົ້າການເຂົ້າຮ່ວມວຽກງານລວມຂອງບ້ານກໍ່ຄືການທໍາມາຫາກິນ-ການແກ້ໄຂຄວາມທຸກຍາກ, ສ້າງຄວາມຢູ່ດີກິນດີແກ່ຄອບຄົວ, ສ້າງຄວາມສາມັກຄີປອງດອງ, ນໍ້າໃຈເອື້ອເຝື້ອຊ່ວຍເຫຼື່ອເຊິ່ງກັນ ແລະ ກັນ, ມີການແກ້ໄຂບັນຫາຂໍ້ຂັດແຍ່ງນໍາກັນຢ່າງຖຶກຕ້ອງເປັນທໍາ, ເອົາໃຈໃສ່ສຶກສາຄົ້ນຄວ້າຮໍ່າຮຽນບັນດາມະຕິ, ຄໍາສັ່ງຂອງພັກ, ໃນແຕ່ລະໄລຍະ ແລະ ນໍາມາຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ, ເສີມຂະຫຍາຍຄວາມເປັນເຈົ້າການຂອງປະຊາຊົນປະຕິບັດລະບຽບກົດໝາຍໃຫ້ເຂັ້ມງວດ, ປະຕິບັດສິດພັນທະຂອງພົນລະເມືອງຢ່າງຖຶກຕ້ອງ, ເຮັດໃຫ້ການຈັດຕັ້ງທຸກພາກສ່ວນກາຍເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທໍາຢ່າງແທ້ຈິງ, ສ້າງບ້ານຈຸລາວແສນໃໝ່ ໃຫ້ກາຍເປັນຕົວແບບດ້ານຕ່າງໆເປັນບົດຮຽນໃຫ້ແກ່ການກໍ່ສ້າງຄົນ, ຄອບຄົວ, ບ້ານ ວັດທະນະທໍາ ແລະ ບ້ານພັດທະນາຮອບດ້ານຂອງບ້ານອື່ນໆຕໍ່ໄປຢູ່ພາຍໃນເມືອງ ບຸນໃຕ້ຂອງພວກເຮົາ, ຢືນຍົງຄົງຕົວຕະຫຼອດໄປ.

ຈາກນັ້ນປະທານພິທີ, ພ້ອມດ້ວຍບັນດາທ່ານແຂກກໍ່ໄດ້ພ້ອມກັນຕັດແຖບຜ້າ ແລ້ວ ລັ່ນຄ້ອງ 9 ບາດ ເພື່ອເປັນການຢັ້ງຢືນບ້ານຈຸລາວແສນໃໝ່ເປັນບ້ານວັດທະນະທຳຢ່າງເປັນທາງການ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ