ໜ້າຫຼັກ / ການເຄື່ອນໄຫວ / ໜ່ວຍພັກຄະນະກວດກາພັກ-ລັດ ເມືອງສຳພັນ, ແຂວງຜົ້ງສາລີ ດຳເນີນກອງປະຊູມໃຫຍ່ຄັ້ງທີ I

ໜ່ວຍພັກຄະນະກວດກາພັກ-ລັດ ເມືອງສຳພັນ, ແຂວງຜົ້ງສາລີ ດຳເນີນກອງປະຊູມໃຫຍ່ຄັ້ງທີ I

16 Sep 2024 | ຄຳຮຸ່ງ (ນັກຂ່າວຫ້ອງການ ຖວທ ເມືອງສຳພັນ) |

ໜ່ວຍພັກຄະນະກວດກາພັກ-ລັດ ເມືອງສຳພັນ, ແຂວງຜົ້ງສາລີ ດຳເນີນກອງປະຊູມໃຫຍ່ຄັ້ງທີ I

ໃນວັນທີ 11 ສິງຫາ 2024 ນີ້, ໜ່ວຍພັກຄະນະກວດກາພັກ-ລັດເມືອງສຳພັນ, ແຂວງຜົ້ງສາລີໄດ້ດຳເນີນກອງປະຊູມໃຫຍ່ ຄັ້ງທີ I ຂອງຕົນ ຂື້ນຢ່າງເປັນທາງການ ນະທີ່ຫ້ອງປະຊຸມຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິງແວດເມືອງ, ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ຄຳເຫຼັກ ຄົງໄພວັນ ຮັກສາການຮອງເລຂາໜ່ວຍພັກຄະນະກວດກາພັກ-ລັດເມືອງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ທອງຕື ເກຍສະບົງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ-ເມືອງສຳພັນ, ມີສະຫາຍ ນາງ ວອນ ສີລີພົງ, ຮອງຫົວໜ້າຄະນະຈັດຕັ້ງເມືອງ, ມີບັນດາສະຫາຍແຂກຖືກເຊີນຈາກອົງການທີກ່ຽວຂ້ອງ ຕະຫຼອດຮອດພະນັກງານສະມາຊິກພັກສົມບຸນພາຍໃນໜ່ວຍພັກເຂົ້າຮ່ວມ.

ສະຫາຍນາງ ຄຳເຫຼັກ ຄົງໄພວັນ ຮັກສາການ ຮອງເລຂາໜ່ວຍພັກຄະນະກວດກາພັກ-ລັດເມືອງຜ່ານບົດລາຍງານການເມືອງທັງສອງພາກໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ ໄດ້ໃຫ້ຮູ້ວ່າ; ຄະນະພັກພວກເຮົາໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ດໍາເນີນຊີວິດການເມືອງສຶກສາອົບຮົມໃຫ້ພະນັກງານສະມາຊິກພັກ-ນັກຮົບເຊື່ອມຊືມກຳແໜ້ນແນວທາງ,ມະຕິ, ຄໍາສັງ, ຂໍ້ກຳນົດກົດລະບຽບຂອງພັກບົດແນະນໍາ ແລະ ບັນດາເອກະສານຕ່າງໆຢ່າງເລິກເຊິ່ງເປັນປົກກະຕິຕໍ່ເນື່ອງເຮັດໃຫ້ສະມາຊິກພັກ ມີຄວາມຮູ້ສຶກຕື່ນຕົວຝຶກຝົນຫຼໍ່ຫຼອມຕົນເອງຮັກສາໄດ້ທາດແທ້ຄຸນສົມບັດສິນທຳປະຕິວັດ, ມີຄວາມເປັນເອກະພາບສູງຕໍ່ແນວທາງຂອງພັກມີທັດສະນະຫຼັກໝັ້ນປະຕິວັດ, ມີສະຕິຕື່ນຕົວທາງດ້ານການເມືອງ, ຈໍາແນກໄດ້ມິດສັດຕູຢ່າງຈະແຈ້ງ. ເອົາໃຈໃສ່ປັບປຸງບູລະນະກົງຈັກຂອງການຈັດຕັ້ງພັກດ້ວຍສຸມໃຊ້ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ. ຈາກນັ້ນຄະນະພັກຊຸດເກົ່າກໍ່ໄດ້ກ່າວລາໜ້າທີ່ ພ້ອມທັງດຳເນີນການປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່, ເຊີ່ງມີຜູ້ສະໝັກ 3 ສະຫາຍ,ຍີງ 1 ສະຫາຍ, ກອງປະຊຸມເຫັນດີເລືອກເອົາສະຫາຍ ຢືນ ສານວິໄລ ເປັນເລຂາໜ່ວຍພັກ, ຊີ້ນຳລວມ, ສະຫາຍ ນາງ ຄຳເຫຼັກ ຄົງໄພວັນ ເປັນຮອງເລຂາໜ່ວຍພັກ ພ້ອມທັງເປັນປະທານກວດກາໜ່ວຍພັກ.

ໃນຕຕອນທ້າຍ ສະຫາຍ ທອງຕື ເກຍສະບົງ ເຈົ້າເມືອງໆສຳພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ມີຄຳເຫັນໂອ້ລົມຕໍ່ຄະນະໜ່ວຍພັກຊຸດໃໝ່ ພ້ອມທັງເນັ້ນໜັກໃຫ້ ເພີ່ມທະວີບົດບາດການນໍາພາຂອງພັກ, ມີຄວາມເປັນເອກະພາບພາຍໃນຄະນະໜ່ວຍພັກ, ສຸມໃສ່ປັບປຸງລະບົບການຈັດຕັ້ງພັກໃຫ້ເຂັ້ມແຂງໃນທຸກດ້ານ, ການປັບປຸງການຈັດຕັ້ງພັກ ຕ້ອງປະຕິບັດຢ່າງເຂັ້ມງວດ ຕາມ 5 ຫຼັກການ 3 ທິດນໍາຂອງພັກ, ເອົາໃຈໃສ່ ແລະ ຖືສຳຄັນຕໍ່ການກໍ່ສ້າງພະນັກງານ - ສະມາ ຊິກພັກໃຫ້ເຂັ້ມແຂງ ແລະ ເປັນແບບຢ່າງນຳໜ້າໃນທຸກຂົງເຂດວຽກງານ,ຍົກສູງຄວາມຮັບຜິດຊອບຂອງພະນັກງານສະມາຊິກພັກເຂົ້າໃນການປັບປຸງກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ