ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີII
04 Jun 2025 | ຂ່າວ: ສົມຄິດ |
ກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝທີI ແລະ ທາບທາມບຸກຄະລາກອນຜູ້ຈະສະໜັກຄະນະໜ່ວຍພັກຮອບທີIIຂອງໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງ ແລະ ກວດກາທີ່ຂື້ນກັບຄະນະພັກຮາກຖານພະແນກສາທາລະ
ນະສຸກແຂວງຜົ້ງສາລີ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 4 ມິຖຸນາ 2025 ນີ້ ທີ່ຫ້ອງປະຊຸມຫ້ອງການສາທາລະນະສຸກເມືອງບູນເໜືອ ໂດຍການເປັນປະທານຂອງ ສະຫາຍ ດຣ ໄຊນຸພາບ ສຸຈັນ ເລຂາຄະນະພັກຮາກຖານ,ຫົວໜ້າພະແນກສາທາລະນະສຸກແຂວງຜົ້ງສາລີ,ເຂົ້າຮ່ວມມີຄະນະໜ່ວຍພັກ,ຄະນະບຸກຄະລາກອນຂັ້ນແຂວງ ຕະຫລອດຮອດສະມາຊິກພັກໜ່ວຍພັກດັ່ງກ່າວເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ບຸນເພັດຕັນສຸພັນ ເລຂາໜ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາ, ຮອງຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ຜ່ານຮ່າງບົດລາຍງານການເມືອງ ແລະ ຮ່າງບົດສຳຫລວດການນຳພາລວມຂອງຄະນະໜ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາ ສະໄໜທີ່I ໄລຍະ5ປີ 2021-2025ຜ່ານມາ. ເຊີງປະຈຸບັນໜ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາ ມີຄະນະພັກ 2 ສະຫາຍ,ຍິ່ງ1 ສະຫາຍ,ມີສະມາຊິກພັກທັງໝົດ 29 ສະຫາຍ, ຍິ່ງ16 ສະຫາຍຊີ້ນຳນຳພາໃນ 2 ຂະແໜງການຄື່: ຂະແໜງບໍລິຫານ,ແຜນການແລະການເງິນ, ຂະແໜງຈັດຕັ້ງ ແລະ ກວດກາ.
ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນຕໍ່ຮາງບົດລາຍງານການເມືອງ ແລະ ຮ່າງບົດສຳຫລວດການນຳພາລວມ ແລະ ບຸກຄົນໃນຄະນະໜ່ວຍພັກຕາມການກໍ່ສ້າງພັກປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອກະກຽມດຳເນີນກອງປະຊຸມໃຫຍ່ສະມາຊິກພັກຂອງໜ່ວຍພັກສະໄໝທີII. ພ້ອມນັ້ນ,ຄະນະບຸກຄະລາກອນຂັ້ນແຂວງໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ສະໜັກເປັນຄະນະໜ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາທີ່ຂື້ນກັບຄະ
ນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີສະໄໜທີII, ແຈກຢາຍບັດ ແລະ ແນະນຳວິທີການຂີດບັດທາບທາມ ພ້ອມທັງດຳເນີນການປ່ອນບັດທາບທາມຕາມລະບຽບການ.
Share: