ໜ່ວຍພັກ ໂຄງການພັດທະນາເທດສະບານແຂວງຜົ້ງສາລີ ດຳເນີນຊິວິດການເມືອງທ້າຍສະໄໜ ແລະ ທາບທາມບຸກຄະລາກອນ ຜູ້ອອກຮັບສະໝັກເລືອກຕັ້ງ ຄັ້ງທີ III
04 Jun 2025 | ພາບ-ຂ່າວ ແກ້ວສະຫວ່າງ ໄຊຍະເງີນ. |
ຕອນເຊົ້າຂອງ 4 ມີຖຸນາ 2025
ທີ່ຫ້ອງປະຊຸມໂຄງການພັດທະນາເທດສະບານແຂວງຜົ້ງສາລີ,ຈັດກອງປະຊຸມເປີດບັ້ນດຳເນີນຊິວິດການເມືອງ ທ້າຍສະໄໜ I ແລະ ທາບທາມບຸກຄະລາກອນ ຜູ້ອອກຮັບສະໝັກເລືອກຕັ້ງ ຄັ້ງທີ III ຮອບທີ I ຮອບ II ໂດຍການເປັນປະທານ ຂອງສະຫາຍ ວິສອນ ລາວເມົາ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ ຜົ້ງສາລີ, ມີສະຫາຍ ກອງແກ້ວ ຂັນທະພັນ ເລຂາໜ່ວຍພັກ, ຫົວໜ້າໂຄງການພັດທະນາເທດສະບານແຂວງຜົ້ງສາລີ,ມີບັນດາຄະນະຮັບຜິດຊອບຂັ້ນແຂວງ, ຕະຫຼອດຮອດພະນັກງານສະມາຊີກພັກ-ພະນັກງານລັດຖະກອນເຂົ້າຮ່ວມ.
ຈາກນັ້ນ ສະຫາຍ ເພັດສະຫັວນ ລາວວຸ້ຍ ຮອງເລຂາໜ່ວຍພັກ,ຜ່ານຮ່າງບົດສຳຫຼວດການນຳພາໃນຕະຫຼອດໄລຍະເວລາ 5 ປີ ຂອງໜ່ວຍພັກ ໂຄງການພັດທະນາເທດສະບານແຂວງ ແມ່ນຢູ່ໃນຊ່ວງໄລຍະສະພາບແວດລ້ອມສາກົນ ແລະ ພາກພື້ນ ມີການຜັນແປຢ່າງວ່ອງໄວ ແລະ ສະຫຼັບສັບຊ້ອນ ມີທັງດ້ານເງື່ອນໄຂສະດວກ, ຂໍ້ຫຍຸ້ງຍາກ ໂດຍສະເພາະ ແມ່ນການຮ່ວມມືໃນດ້ານການສົ່ງເສີມການສ້າງສັນຕິພາບ-ມິດຕະພາບ ເພື່ອພັດທະນາເສດຖະກິດ-ສັງ
ຄົມ, ວັດທະນະທຳ ແລະ ຄວາມໝັ້ນຄົງ. ປະຈຸບັນມີສະມາຊິກພັກທັງໝົດມີ 11 ສະຫາຍ, ຍິງ 3 ສະຫາຍ, ພ້ອມທັງຜ່ານບົດສຳຫຼວດຕົນເອງ ບຸກຄົນຄະນະໜ່ວຍພັກ,ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມປະກອບຄໍາເຫັນໃສ່ຮ່າງບົດສຳ
ຫຼວດການນໍາພາລວມຂອງຄະນະໜ່ວຍພັກ
ໂອກາດນີ້ ສະຫາຍ ວິສອນ ລາວເມົາ ຮອງເຈົ້າແຂວງ ຜົ້ງສາລີ,ໄດ້ມີທິດຊີ້ນຳຕໍ່ຄະນະໜ່ວຍພັກ,ຈາກນັ້ນ ສະຫາຍກອງແກ້ວ ຂັນທະພັນ ເລຂາໜ່ວຍພັກ, ຫົວໜ້າໂຄງການພັດທະນາເທດສະບານແຂວງຜົ້ງສາລີ,ຜ່ານບົດລາຍ
ງານການເມືອງ ທັງ2 ພາກ ຈາກນັ້ນຄະນະຮັບຜິດຊອບຂັ້ນແຂວງ ຜ່ານມາດຖານເງື່ອນໄຂຜູ້ທີ່ຮັບສະໜັກເລືອກຕັ້ງ ພ້ອມທັງປ່ອດບັດທາບທາມບຸກຄະລາກອນ ຮອບທີ I ຮອບ II
Share: