ໜ້າຫຼັກ / ການເຄື່ອນໄຫວ / ກອງ​ພັນ​ນ້ອຍທະ​ຫານ​ຮາບ 19 ເປີດຊຸດອົບຮົມ-ຫັດແອບ ປະຈໍາໄຕມາດ II ປີ 2024.

ກອງ​ພັນ​ນ້ອຍທະ​ຫານ​ຮາບ 19 ເປີດຊຸດອົບຮົມ-ຫັດແອບ ປະຈໍາໄຕມາດ II ປີ 2024.

16 Sep 2024 | ຮ.ທ ນ.ຄຳມະນີ ສຸກສີດາ |

ກອງພັນນ້ອຍທະຫານຮາບ 19 ເປີດຊຸດອົບຮົມ-ຫັດແອບ ປະຈໍາໄຕມາດ II ປີ 2024.

ຕອນເຊົ້າຂອງວັນທີ 10 ກັນຍາ 2024 ນີ້ ກອງພັນນ້ອຍທະຫານຮາບ 19 ໄດ້ຈັດພິທີເປີດຊຸດອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈໍາໄຕມາດ II ປີ 2024 ໂດຍການເປັນປະທານຂອງສະຫາຍ ພັນໂທ ຈັນໄຊ ຄໍາສະຫວັນ ເລຂາຄະນະ​​ພັກຮາກຖານ, ຫົວໜ້າການທະຫານ, ກອງພັນນ້ອຍທະຫານຮາບ 19 ມີ​​ຄະນະພັກ-ຄະນະບັນຊາ 4 ກອງຮອ້ຍ 1 ສຳນັກງານອົງການກອງພັນ, ນາຍ ແລະ ພົນທະຫານ​ ​ເຂົ້າຮ່ວມຢ່າງພອ້ມພຽງ.

ໃນ​ພິທີ ສະຫາຍ ພັນຕີ ບູນສີ ຊົງປ່າວວາງ ຮອງຫົວໜ້າການທະຫານ,ກອງພັນນ້ອຍທະຫານຮາບ 19 ໄດ້​​ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງຜົ້ງສາລີ, ສະບັບເລກທີ່ 539/ກບຊຂ ລົງວັນທີ 26 ສິງຫາ 2024 ວ່າດວ້ຍການອະນຸມັດໃຫ້ກອງພັນນອ້ຍທະຫານຮາບ 19 ເປີດຊຸດອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ-ເຕັກນິກ ປະຈໍາໄຕມາດ II ປີ 2024, ພ້ອມທັງຜ່ານແຜນການອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ-ເຕັກນິກ ປະຈໍາໄຕມາດ II ປີ2024 ກໍານົດເວລາທັງໝົດ 145 ວັນ, ພາກການເມືອງ 4 ວັນ ພາກລະບຽບ 12 ວັນ, ພາກກິລາການທະຫານ 8 ວັນ, ພາກສີນລະປະຍຸດ 16 ວັນ, ພາກຍຸດທະວິທີ 18,5 ວັນ, ຈາກນັ້ນແຕ່ລະກອງຮອ້ຍຍັງໄດ້ຂື້ນຜ່ານຂໍ້ແຂງຂັນໃນການຮຽນດີ, ຮຽນເກັ່ງຕື້ມອີກ.

ໃນພິທີ ສະ​ຫາຍ ພັນໂທ ຈັນໄຊ ຄໍາສະຫວັນ ປະທານພິທີໄດ້ໂອ້ລົມຕໍ່ພິທິ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະບັນຊາ ແລະ ພາກສ່ວນຮັບຜິດຊອບການອົບຮົມ-ຫັດແອບທີ່ໄດ້ກະກຽມສໍາເລັດໄດ້ຕາມແຜນການທີ່ວາງໄວ້, ພ້ອມທັງໄດ້ຮຽບໃຫ້ ນາຍ ແລະ ພົນທະຫານ ເອົາໃຈໃສ່ຫັດແອບຮໍ່າຮຽນໃນຄັ້ງນີ້, ໂດຍສະເພາະແມ່ນກໍາແໜ້ນບົດຮຽນ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິ່ງ ເພຶ່ອໄປໝູນໃຊ້ໃຫ້ຖຶກຕອ້ງ ໃນວຽກງານຕົວຈຶ່ງ ໃນສະເພາະໜ້າ ແລະ ຍາວນານ ເອົາໃຈໃສ່ປະຕິບັດຂໍ້ກໍານົດກົດລະບຽບເປັນຕົ້ນແມ່ນ 7 ລະບອບ 18 ວຽກໃນມື້ໜຶ່ງ ຂອງກອງທັບ ແລະ ຂອງກົມກອງວາງອອກໃຫ້ເຂັ້ມງວດ, ຮັບປະກັນໃນການອົບຮົມ - ຫັດແອບໃຫ້ມີຄວາມສະຫງົບປອດໄພ 100%.

 

                                                                             

 

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ