ໜ້າຫຼັກ / ການເຄື່ອນໄຫວ / ພິທີມອບ ຮັບໜ້າທີ ລະຫ່ວາງ ເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່
ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ ປີ 2025 ນີ້ນະທີຫ້ອງປະຊຸມຄະນະປະຈໍາພັກເມືອງຜົ້ງສາລີ ໄດ້ຈັດໃຫ້ມີພິທີມອບ ຮັບໜ້າທີ ລະຫ່ວາງ ເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີຜູ້ເກົ່າ ແລະ ຜູ້ໃໝ່ ຂື້ນຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບູນສະຫວາດ ສີວົງໄຊ ເລຂາຄະນະບໍລີຫານງານພັກເມືອງເຈົ້າເມືອງໆຜົ້ງສາລີ ມີບັນດາຄະນະປະຈຳພັກເມືອງກຳມະການພັກເມືອງ ຫົວໜ້າຫ້ອງການຮອງຫ້ອງການ ມີບັນດາຄະນະປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ ຕະຫຼອດຮອດພະນັກງານລັດຖະກອນ ສອງຫ້ອງການເຂົ້າຮ່ວມ.ໃນພິທີ ທ່ານ ນາງ ວອນມະນີ ມາລາແສງ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ຮອງຫົວໜ້າຄະນະປັບປຸງກົງ
ຈັກຂັ້ນເມືອງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານ ເຈົ້າເມືອງວ່າດ້ວຍແຕ່ງຕັ້ງພະນັກງານ ລັດຖະກອນ ດຳລົງຕຳ
ແໜ່ງບໍລີຫານລັດໃນນີ້ເຫັນດີແຕ່ງຕັ້ງ ທ່ານ ຄຳຜາສຸກ ແກ້ວນາ ກຳມະການພັກເມືອງ ເປັນເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີ ຈາກນັ້ນ ທ່ານ ສົມຈັນ ອິນຕະພົມ ກຳມະການພັກເມືອງ ເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີ ຜູ້ເກົ່າໄດ້ຂື້ນຜ່ານບົດບັນທຶກມອບ ຮັບໜ້າທີເຊີງບົດບັນທຶກທ່ານໄດ້ຍົກໃຫ້ເຫັນຜົນງານ ແລະ ໄຊຊະນະ ທີໄດ້ຊີ້ນຳໆພາໃນຕະຫຼອດໄລຍະທີ່ຜ່ານມາ ແລະ ດ້ານອ່ອນຂໍ້ຄົງຄ້າງ ທີ່ຜູ້ໃໝ່ສຶບຕໍ່ຊີ້ນຳໆພາໃຫ້ມີບາດເກົ່າອັນໃໝ່ພ້ອມທັງລົງນາມເຊັນບົດບັນທຶກຕ່າງໜ້າເລຂາຄະນະບໍລີຫານງານຊາວໝຸ່ມ ເມືອງຜົ້ງສາລີ ຜູ້ເກົ່າ ຂື້ນເຊັນໂດຍແມ່ນ ທ່ານ ສົມຈັນ ອິນຕະພົມ ແລະ ຕ່າງໜ້າເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີຜູ້ໃໝ່ຂື້ນເຊັນໂດຍແມ່ນ ທ່ານ ຄຳຜາສຸກ ແກ້ວນາ ກຳມະການພັກເມືອງ ໂດຍຊ່ອງໜ້າຈາກທ່ານ ບູນສະຫວາດ ສີວົງໄຊ ເລຂາຄະນະບໍລີຫານງານພັກເມືອງ ເຈົ້າເມືອງໆຜົ້ງສາລີ ພ້ອມດ້ວຍພາກສ່ອນທີ່ກ້ຽວຂ້ອງເຂົ້າຮ່ວມເປັນສັກຄີພິຍ້ານ.