ໜ້າຫຼັກ / ການເຄື່ອນໄຫວ / ພິທີມອບ ຮັບໜ້າທີ ລະຫ່ວາງ ຫົວໜ້າຫ້ອງການຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ ຮັບໜ້າທີ ລະຫ່ວາງ ຫົວໜ້າຫ້ອງການຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

04 Jun 2025 | ພາບ ຂ່າວ:ສົມຈັນຄຸນແກ້ວ |

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ ປີ 2025 ນີ້ນະທີຫ້ອງປະຊຸມຄະນະປະຈໍາພັກເມືອງຜົ້ງສາລີ ໄດ້ຈັດໃຫ້ມີພິທີມອບ ຮັບໜ້າທີ ລະຫ່ວາງ ຫົວໜ້າຫ້ອງການຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່ ຂື້ນຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບູນສະຫວາດ ສີວົງໄຊ ເລຂາຄະນະບໍລີຫານງານພັກເມືອງເຈົ້າເມືອງໆຜົ້ງສາລີ ມີບັນດາຄະນະປະຈຳພັກເມືອງກຳມະການພັກເມືອງ ຫົວໜ້າຫ້ອງການຮອງຫ້ອງການ ມີບັນດາຄະນະປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ ຕະຫຼອດຮອດພະນັກງານລັດຖະກອນ ສອງຫ້ອງການເຂົ້າຮ່ວມ.ໃນພິທີ ທ່ານ ນາງ ວອນມະນີ ມາລາແສງ ຄະນະປະຈຳພັກເມືອງຫົວໜ້າຄະນະຈັດຕັ້ງເມືອງ ຮອງຫົວໜ້າຄະນະປັບປຸງກົງຈັກຂັ້ນເມືອງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານ ເຈົ້າເມືອງວ່າດ້ວຍແຕ່ງຕັ້ງພະນັກງານ ລັດຖະກອນ ດຳລົງຕຳແໜ່ງບໍລີຫານລັດໃນນີ້ເຫັນແຕ່ງຕັ້ງ ທ່ານ ສົມຈັນ ອິນຕະພົມ ກຳມະການພັກເມືອງ ເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີ ເປັນຫົວໜ້າຫ້ອງການຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວເມືອງຜົ້ງສາລີ ຈາກນັ້ນ ທ່ານ ສຸພັນ ສີສົມບັດ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງການຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວເມືອງ ຮອງປະທານ ຄະນະກຳມການປົກຄອງເມືອງຜົ້ງສາລີຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳສັງຄົມ ໄດ້ຂື້ນຜ່ານບົດບັນທຶກມອບ ຮັບໜ້າທີເຊີງບົດບັນທຶກທ່ານໄດ້ຍົກໃຫ້ເຫັນຜົນງານ ແລະ ໄຊຊະນະ ທີໄດຊີ້ນຳໆພາໃນຕະຫຼອດໄລຍະທີ່ຜ່ານມາ ແລະ ດ້ານອ່ອນຂໍ້ຄົງຄ້າງ ພ້ອມທັງລົງນາມເຊັນບົດບັນທຶກຕ່າງໜ້າຫົວໜ້າຫ້ອງການຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວເມືອງຜົ້ງສາລີ ຜູ້ເກົ່າ ຂື້ນເຊັນໂດຍແມ່ນ ທ່ານ ສຸພັນ ສີສົມ

ບັດ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງການຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວເມືອງ ຮອງປະທານ ຄະນະກຳມການປົກຄອງເມືອງຜົ້ງສາລີຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳສັງຄົມ ແລະ ຕ່າງໜ້າຜູ້ໃໝ່ຂື້ນເຊັນໂດຍແມ່ນ ທ່ານ ສົມຈັນ ອິນຕະພົມ ກຳມະການພັກເມືອງ ໂດຍຊ່ອງໜ້າຈາກທ່ານ ບູນສະຫວາດ ສີວົງໄຊ ເລຂາຄະນະບໍລີຫານງານພັກເມືອງ ເຈົ້າເມືອງໆຜົ້ງສາລີ ພ້ອມດ້ວຍພາກສ່ອນທີ່ກ້ຽວຂ້ອງເຂົ້າຮ່ວມເປັນສັກຄີພິຍ້ານ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ