ໜ້າຫຼັກ / ການເຄື່ອນໄຫວ / ອົງຄະນະພັກກອງບັນຊາການທະຫານແຂວງຜົ້ງສາລີ ເຊື່ອມຊຶມເອກະສານກ່ຽວກັບການດໍາເນີນກອງປະຊຸມໃຫຍ່ຂັ້ນຄະນະພັກຮາກຖານ

ອົງຄະນະພັກກອງບັນຊາການທະຫານແຂວງຜົ້ງສາລີ ເຊື່ອມຊຶມເອກະສານກ່ຽວກັບການດໍາເນີນກອງປະຊຸມໃຫຍ່ຂັ້ນຄະນະພັກຮາກຖານ

16 Sep 2024 | ທອງໄຊ ແສງອຸດົມ |

ອົງຄະນະພັກກອງບັນຊາການທະຫານແຂວງຜົ້ງສາລີ ເຊື່ອມຊຶມເອກະສານກ່ຽວກັບການດໍາເນີນກອງປະຊຸມໃຫຍ່ຂັ້ນຄະນະພັກຮາກຖານ

          ຕອນເຊົ້າຂອງວັນທີ 12 ກັນຍາ 2024 ນີ້,​ ອົງຄະນະພັກກອງບັນຊາການທະຫານແຂວງຜົ້ງສາລີ, ເຊື່ອມຊຶມເອກະສານກ່ຽວກັບການດໍາເນີນກອງປະຊຸມໃຫຍ່ຂັ້ນຄະນະພັກຮາກຖານ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກຫົວໜ້າການເມືອງກອງບັນຊາການທະຫານແຂວງຜົ້ງສາລີ, ມີສະຫາຍ ພັນເອກ ຄໍາພອນ ແສນສີສີວົງສາ ຮອງເລຂາຄະນະພັກຫົວໜ້າການທະຫານກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາຕະຫຼອດຮອດສະມາຊິກພັກສົມບູນສໍາຮອງເຂົ້າຮ່ວມ.

          ໃນພິທີສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກຫົວໜ້າການເມືອງກອງບັນຊາການທະຫານແຂວງ, ໄດ້ເຜີຍແຜ່, ເຊື່ອມຊຶມເອກະສານຂອງສູນກາງພັກຂອງກະຊວງປ້ອງກັນປະເທດ, ຄໍາສັງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 411/ຄລສພ ລົງວັນທີ 8 ສິງຫາ 2023 ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 211/ຄຈສພ ລົງວັນທີ 16 ສິງຫາ 2023 ກ່ຽວກັບການຈັດຕັ້ງປະຕິບັດວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຄໍາແນະນໍາຂອງຄະນະກວດກາສູນກາງພັກ ສະບັບເລກທີ 285/ຄກສພ ລົງວັນທີ 8 ສິງຫາ 2023 ກ່ຽວກັບການກະກຽມ ແລະ ດໍາເນີນຊີວິດການເມືອງທ້າຍສະໄໝກອງປະຊຸມໃຫຍ່ ຂັ້ນຂອງພັກ, ຄໍາສັ່ງແນະນໍາຂອງຄະນະພັກກະຊວງປ້ອງກັນປະເທດ ສະບັບເລກທີ 4677/ຄພ ກປທ ລົງວັນທີ 8/9/2023 ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ແຕ່ລະຂັ້ນຂອງພັກໃນທົ່ວກອງທັບ, ບົດແນະນໍາຂອງກົມໃຫຍ່ການເມືອງກອງທັບ ສະບັບເລກທີ 5842/ກມທ ລົງວັນທີ 8/9/2023 ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຈາກນີ້: ສະຫາຍ ພັນເອກ ສົມຈັນ ລອດສຸລີ ຄະນະປະຈໍາພັກຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງຜົ້ງສາລີ, ໄດ້ເຜີຍແຜ່, ເຊື່ອມຊຶມເອກະສານຂອງແຂວງ, ມະຕິຂອງຄະນະປະຈໍາພັກແຂວງ ສະບັບເລກທີ 842/ຄພຂ. ຜລ ລົງວັນທີ 22 ທັນວາ 2023 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກຢູ່ແຂວງຜົ້ງສາລີ, ມະຕິຂອງຄະນະປະຈໍາພັກແຂວງ ສະບັບເລກທີ 843/ຄພຂ. ຜລ ລົງວັນທີ 25 ທັນວາ 2023 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ບັນດາອານຸກໍາມະການ, ການກະກຽມດໍາເນີນກອງປະຊຸມໃຫຍ່ຄັ້ງທີ່ XII ຂອງອົງຄະນະພັກຢູ່ແຂວງຜົ້ງສາລີ, ແຜນດໍາເນີນງານຂອງຄະນະປະຈໍາພັກແຂວງ ສະບັບເລກທີ 32/ຄພຂ. ຜລ ລົງວັນທີ 26 ມັງກອນ 2024 ກ່ຽວກັບການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ພາຍໃນແຂວງຜົ້ງສາລີ, ພ້ອມນີ້ ສະຫາຍ ພັນໂທ ບຸນເພັງ ແສງສຸລີ ຄະນະພັກ ກອງບັນຊາການທະຫານແຂວງ, ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານ ມະຕິຕົກລົງຂອງຄະນະປະຈໍາພັກກອງບັນຊາການທະຫານແຂວງ ສະບັບເລກທີ 240/ຄຈພ.ກບຊກ ລົງວັນທີ 8/5/2024 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ, ບັນດາອານຸກໍາມະການ, ກະກຽມການດໍາເນີນກອງປະຊຸມໃຫຍ່ຄັ້ງທີ່ VI ຂອງອົງຄະນະພັກກອງບັນຊາການທະຫານແຂວງຜົ້ງສາລີ, ມະຕິຕົກລົງຂອງຄະນະປະຈໍາພັກ ກອງບັນຊາການທະຫານແຂວງ ສະບັບເລກທີ 242/ຄຈພ.ກບຊກ ລົງວັນທີ 8/5/2024 ວ່າດ້ວຍການກໍານົດຜູ້ແທນສົມບູນ-ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ່ VI ຂອງອົງຄະນະພັກກອງບັນຊາການທະຫານແຂວງຜົ້ງສາລີ, ມະຕິຕົກລົງຂອງຄະນະປະຈໍາພັກກອງບັນຊາການທະຫານແຂວງ ສະບັບເລກທີ 27/2/2024 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ, ບັນດາອານຸກໍາມະການດໍາເນີນຊີວິດການເມືອງພາຍໃນພັກກະກຽມດໍາເນີນກອງປະຊຸມໃຫຍ່ຄັ້ງ VI ຂອງອົງຄະນະພັກກອງບັນຊາການທະຫານແຂວງຜົ້ງສາລີ, ມະຕິຕົກລົງຂອງຄະນະປະຈໍາພັກກອງບັນຊາການທະຫານແຂວງ ສະບັບເລກທີ 575-576/ຄຈພ. ກບຊກ, ຜົ້ງສາລີ, ລົງວັນທີ 12 ກັນຍາ 2024 ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາໜ່ວຍ ທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງເສນາທິການ ກອງບັນຊາການທະຫານແຂວງຜົ້ງສາລີ, ໃນນີ້ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ຄໍາແພງ ອຸ່ນສະຫວັນ ຮອງຫົວໜ້າຫ້ອງເສນາທິການ, ເປັນເລຂາໜ່ວຍພັກສື່ສານ ທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງເສນາທິການ ຂອງອົງຄະນະພັກກອງບັນຊາການທະຫານແຂວງ, ຮັບຜິດຊອບຜູ້ຊີ້ນໍາລວມ,  ສະຫາຍ ພັນໂທ ຄໍາສຸກ ເຮົ້າສຸວັນ ຫົວໜ້າພະແນກບໍລິຫານ ເປັນເລຂາໜ່ວຍພັກບໍລິຫານ ຮັບຜິດຊອບຊີ້ນໍາລວມ, ສະຫາຍ ພັນໂທ ນາງ ແສງແກ້ວ ແກ້ວສັກດາ ຮອງຫົວໜ້າພະແນກບໍລິຫານ ເປັນຮອງເລຂາໜ່ວຍພັກ ຮັບຜິດຊອບວຽກງານກວດກາ, ວຽກງານພັກ-ວຽກງານການເມືອງ ແລະ ວຽກງານນະໂຍບາຍ.

          ຕອນທ້າຍຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ປະທານພິທີ ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະພັກ, ແຕ່ລະຂັ້ນພາຍໃນອົງການ 5 ຫ້ອງກອງບັນຊາການທະຫານແຂວງ, ຈົ່ງນໍາເອົາເນື້ອໃນເອກະສານ, ມະຕິ, ຄໍາສັ່ງຕ່າງໆໄປຈັດຕັ້ງເຊື່ອມຊຶມໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມກໍານົດເວລາທີກໍານົດໄວ້, ພ້ອມທັງ ປັບປຸງແບບແຜນວິທີເຮັດວຽກ, ມີຄວາມເປັນເອກະພາບ, ເຮັດວຽກເປັນໝູ່ຄະນະ, ແບ່ງບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ປະຕິບັດຂໍ້ກໍານົດ, ກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ເພື່ອປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສເຂັ້ມແຂງ ໜັກແໜ້ນ.

 

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ