ໜ້າຫຼັກ / ການເຄື່ອນໄຫວ / ພະຍາກອນອາກາດຂອງແຂວງຜົ້ງສາລີ ປະຈຳວັນທີ 17 ກັນຍາ 2024

ພະຍາກອນອາກາດຂອງແຂວງຜົ້ງສາລີ ປະຈຳວັນທີ 17 ກັນຍາ 2024

17 Sep 2024 | ນາງ ແສງດາວອນ ອິນຍະລາດ  |

ພະຍາກອນອາກາດຂອງແຂວງຜົ້ງສາລີ ປະຈຳວັນທີ 17 ກັນຍາ 2024

      ສະພາບລວມ: ຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ຍັງສືບຕໍ່ພາດຜ່ານພາກກາງຂອງ ປະເທດ,ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຝົນຕົກປານກາງ ຫາ ຕົກຫນັກຢູ່ບາງບໍລິເວນແຂວງພາກກາງ ແລະ ພາກໃຕ້ ສໍາຫຼັບລະດັບນໍ້າ ເຊັ່ນ: ສະຖານີວຽງຈັນ (ທ່າເຮືອຫຼັກ 4), ເມືອງສີສັດຕະນາກ ນະຄອນຫວງວຽງຈັນ ແລະ ສະຖານີ ແກ້ງກອກ, ເມືອງເຊຈໍາພອນ, ແຂວງສະຫັວນນະເຂດລະດັບນໍ້າແມ່ນມີທ່າອ່ຽງຫຼຸດລົງແຕ່ ຢູ່ໃນຂອບເຂດລະດັບນໍ້າເຕືອນໄພ. 

ພະຍາກອນອາກາດ ແຕ່ເວລາ 07 ໂມງເຊົ້າ ຂອງວັນທີ 17/09/2024 ຫາ ເວລາ 07ໂມງ ເຊົ້າຂອງວັນທີ 18/09/2024.

         ສະພາບອາກາດ: ຂອງແຂວງຜົ້ງສາລີ ແລະ 7 ເມືອງຄື: ເມືອງຜົ້ງສາລີ, ເມືອງບຸນເຫນືອ, ເມືອງຍອດອູ, ເມືອງບຸນໃຕ້, ເມືອງສໍາພັນ, ເມືອງຂວາ ແລະ ເມືອງໃຫມ່, ຈະມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫ່ວາງ 20–31 ອົງສາ. 

             ລາຍງານສະພາບອຸນຫະພູມ ເເລະ ປະລິມານນໍ້າຝົນ 24 ຊົ່ວໂມງ ທົ່ວແຂວງຜົ້ງສາລີ. 

                ອຸນຫະພູມຕໍ່າສຸດ 19,5 ອົງສາ ໃນມື້ນີ້

                 ອຸນຫະພູມສູງສຸດ 25,5 ອົງສາ ໃນມື້ວານ

                 ປະລິມານນໍ້າຝົນ 24 ຊົ່ວໂມງຜ່ານມາ ເມືອງ ຜົ້ງສາລີ          4,3 mm

                 ປະລິມານນໍ້າຝົນ 24 ຊົ່ວໂມງຜ່ານມາ ເມືອງ ບຸນເຫນືອ   ບໍ່ມີຝົນ 

                  ປະລິມານນໍ້າຝົນ 24 ຊົ່ວໂມງຜ່ານມາ ເມືອງ ຍອດອູ ອຸປະກອນມີບັນຫາ ( ລໍຖ້າທາງກົມມາສ້ອມແປງ ) 

                  ປະລິມານນໍ້າຝົນ 24 ຊົ່ວໂມງຜ່ານມາ ເມືອງ ບູນໃຕ້        ບໍ່ມີຝົນ

                  ປະລິມານນໍ້າຝົນ 24 ຊົ່ວໂມງຜ່ານມາ ເມືອງ ສໍາພັນ                 ບໍ່ມີຝົນ

                  ປະລິມານນໍ້າຝົນ 24 ຊົ່ວໂມງຜ່ານມາ ເມືອງ ຂວາ          8,3 mm. 

                   ປະລິມານນໍ້າຝົນ 24 ຊົ່ວໂມງຜ່ານມາ ເມືອງໃຫມ່ ອຸປະກອນມີບັນຫາ ( ລໍຖ້າທາງກົມມາສ້ອມແປງ ) 

          ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນທຸກພາກສ່ວນໂດຍສະເພາະເຂດທີ່ຢູ່ພື້ນທີ່ຕໍ່າ ລຽບຕາມແຄມແມ່ນໍ້າຂອງ ແລະ ເຂດແຄມເຊຈໍາພອນທີ່ຈະເກີດມີນໍ້າຖ້ວມຍິ່ງ ແລະ ນໍ້າຖ້ວມຂັງໃນໄລຍະນີ້,ຈີ່ງຮຽກຮ້ອງໃຫ້ ທຸກພາກສ່ວນ ຈົ່ງກຽມພ້ອມຍົກຍ້າຍວັດຖຸສີ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຜູ້ທີ່ເດີທາງໄປຕ່າງແຂວງ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງເເວດລ້ອມເເຂວງຢ່າງຕໍ່ເນື່ອງ. 

 

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ