ໜ້າຫຼັກ / ການເຄື່ອນໄຫວ / ຮ້ານນາງ ແກ ຂາຍເຄື່ຶອງຍ່ອຍທົ່ວໄປ ເມືອງປາກຊັນ, ແຂວງບໍລິຄໍາໄຊ ມອບເຄື່ອງກິລາໃຫ້ພະແນກໂຄສະນາອົບຮົມ, ທະຫານແຂວງຜົ້ງສາລີ

ຮ້ານນາງ ແກ ຂາຍເຄື່ຶອງຍ່ອຍທົ່ວໄປ ເມືອງປາກຊັນ, ແຂວງບໍລິຄໍາໄຊ ມອບເຄື່ອງກິລາໃຫ້ພະແນກໂຄສະນາອົບຮົມ, ທະຫານແຂວງຜົ້ງສາລີ

23 Sep 2024 | ນາງ ສຸນາລີ ອຸ່ນວີໄຊ. |

ຮ້ານນາງ ແກ ຂາຍເຄື່ຶອງຍ່ອຍທົ່ວໄປ ເມືອງປາກຊັນ, ແຂວງບໍລິຄໍາໄຊ ມອບເຄື່ອງກິລາໃຫ້ພະແນກໂຄສະນາອົບຮົມ, ທະຫານແຂວງຜົ້ງສາລີ

        ເພື່ອເປັນການລະນຶກ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນແຫ່ງຊາດ ແລະ ວັນພິມຈໍາໝ່າຍ ຄົບຮອບ 74 ປີ ຄື: ວັນທີ ( 13.8.1950-13.8.2024 ) ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ຟົດຟື້ນ, ມາໃນຕອນເຊົ້າຂອງວັນທີ 19 ກັນຍາ 2024 ນີ້, ຢູ່ທີ່ສະໂມສອນ ກອງບັນຊາການທະຫານແຂວງຜົ້ງສາລີ ຕາງໜ້າໃຫ້ຄອບຄົວຮ້ານນາງແກ ຂາຍເຄື່ອງຍ່ອຍທົ່ວໄປ ເມືອງປາກຊັນ, ແຂວງບໍລິຄໍາໄຊ ໂດຍສະຫາຍ ພັນໂທ ສອນ ກຽດທະລາ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າການເມືອງໂຮງໝໍທະຫານແຂວງ ໄດ້ນໍາເອົາເຄື່ອງກິລາຈໍານວນ 30 ຊຸດ, ມອບໃຫ້ພະແນກໂຄສະນາອົບຮົມ ທະຫານແຂວງຜົ້ງສາລີ ລວມມູນຄ່າ 4.500.000 ກີບ (ສີ່ລ້ານຫ້າແສນກີບ) ກ່າວຮັບໂດຍ ສະຫາຍ ພັນໂທ ຄໍາພອນ ຈັນຍະທໍາ ເລຂາໜ່ວຍພັກ ຫົວໜ້າພະແນກໂຄສະນາອົບຮົມ, ຫ້ອງການເມືອງ, ກອງບັນຊາການທະຫານແຂວງຜົ້ງສາລີ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍພັນໂທ ຄໍາເຮົ້າ ສຸກຍະລາດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງການເມືອງ, ກອງບັນຊາການທະຫານແຂວງຜົ້ງສາລີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ

        ໃນພິທີສະຫາຍ ພັນໂທ ຄໍາເຮົ້າ ສຸກຍະລາດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າຫ້ອງການເມືອງ, ກອງບັນຊາການທະຫານແຂວງ ໄດ້ກ່າວມອບໃບກຽດຕິຄຸນຂອງກອງບັນຊາການທະຫານແຂວງຜົ້ງສາລີ ສະບັບເລກທີ 587/ກບຊກ, ລົງວັນທີ 19.9.2024 ໃຫ້ແກ່ຮ້ານ ນາງແກ ຂາຍເຄື່ອງຍ່ອຍທົ່ວໄປ, ເມືອງປາກຊັນ, ແຂວງບໍລິຄໍາໄຊ, ໂດຍຕາງໜ້າກ່າວຮັບ ສະຫາຍພັນໂທ ສອນ ກຽດທະລາ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າການເມືອງໂຮງໝໍທະຫານແຂວງ

        ຕອນທ້າຍພິທີ ສະຫາຍ ພັນໂທ ຄໍາເຮົ້າ ສຸກຍະລາດ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ຄອບຄົວ ຮ້ານນາງແກ ຂາຍເຄື່ອງຍ່ອຍທົ່ວໄປ ເມືອງປາກຊັນ, ແຂວງບໍລິຄໍາໄຊ, ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼື່ອໃນຄັ້ງນີ້ ແລະ ໃຫ້ສືບຕໍ່ຮັດແໜ້ນຄວາມສາມັກຄີລະຫວ່າງພະແນກໂຄສະນາອົບຮົມທະຫານແຂວງຜົ້ງສາລີ ກັບ ຮ້ານນາງແກ ຂາຍເຄື່ອງຍ່ອຍ ແຂວງບໍລິຄໍາໄຊ ໃຫ້ແໜ້ນແຟ້ນຂຶ້ນໄປເລື້ອຍໆ ແລະ ຈະນໍາເອົາເຄື່ອງທີ່ນໍາມາມອບໃນຄັ້ງນີ້ໄປໝູນໃຊ້ໃນວຽກງານລວມໃຫ້ເກີດປະໂຫຍດສູງສຸດ.

 

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ