ໜ້າຫຼັກ / ການເຄື່ອນໄຫວ / ກອງປະຊຸມສ່ອງແສງວຽກງານຮອບດ້ານຂອງບັນດາກົມກອງເຂດ I ປະຈໍາໄຕມາດ III ແລະ ວາງທິດທາງແຜນການໄຕມາດ IV ປີ 2024 ທີ່ແຂວງຜົ້ງສາລີເປັນເຈົ້າພາບ

ກອງປະຊຸມສ່ອງແສງວຽກງານຮອບດ້ານຂອງບັນດາກົມກອງເຂດ I ປະຈໍາໄຕມາດ III ແລະ ວາງທິດທາງແຜນການໄຕມາດ IV ປີ 2024 ທີ່ແຂວງຜົ້ງສາລີເປັນເຈົ້າພາບ

24 Sep 2024 | ທອງໄຊ ແສງອຸົມ |

ກອງປະຊຸມສ່ອງແສງວຽກງານຮອບດ້ານຂອງບັນດາກົມກອງເຂດ I ປະຈໍາໄຕມາດ III ແລະ ວາງທິດທາງແຜນການໄຕມາດ IV ປີ 2024 ທີ່ແຂວງຜົ້ງສາລີເປັນເຈົ້າພາບ

          ໃນຕອນເຊົ້າຂອງວັນທີ 20 ກັນຍາ 2024 ນີ້, ນະທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການແຂວງຜົ້ງສາລີ, ໄດ້ດໍາເນີນກອງປະຊຸມສ່ອງແສງວຽກງານຮອບດ້ານຂອງບັນດາກົມກອງເຂດ I ໄຕມາດ III ແລະ ວາງທິດທາງແຜນການໄຕມາດ IV ປີ 2024, ທີ່ແຂວງຜົ້ງສາລີເປັນເຈົ້າພາບ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການແຂວງຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ກອງພົນທະຫານຮາບທີ 3, ກົມກ່ຽວຂ້ອງຈາກກະຊວງປ້ອງກັນປະເທດ, ພ້ອມດ້ວຍພາກສວນທີ່ກ່ຽວຂ້ອງເຂົ້າຮ່ວມ.

          ໃນກອງປະຊຸມ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຜົ້ງສາລີ, ໄດ້ຜ່ານບົດສະຫຼຸບຕີລາຄາສ່ອງແສງວຽກງານ ໄຕມາດ III ແລະ ວາງທິດທາງແຜນການໄຕມາດ IV ຂອງບັນດາກົມກອງເຂດ I ສະພາບຂອງແຂວງແມ່ນມີຄວາມສະຫງົບໂດຍພື້ນຖານ, ສະພາບປະຊາຊົນແມ່ນມີຄວາມເຊື້ອໝັ້ນຕໍ່ການນໍາພາຂອງພັກ, ຕື່ນຕົວປະກອບສ່ວນເອົາວຽກງານ ປກຊ-ປກສ ແລະ ພ້ອມກັນສ້າງເສດຖະກິດໃຫ້ມີການພັດທະນາຢ່າງຕໍ່ເນື່ອງ, ສະພາບກົມກອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສໃນການຈັດຕັ້ງປະຕິບັດແນວທາງ ປກຊ-ປກສ ປະຕິບັດຂໍ້ກໍານົດ, ກົດລະບຽບ ແລະ ປະຕິບັດວິຊາສະເພາະໄດ້ຮັບການເຄື່ອນໄຫວຢ່າງແຂງແຮງ, ສະພາບຊາຍແດນແມ່ນໄດ້ປະຕິບັດສົນທິສັນຍາ ລະຫວ່າງຊາຍແດນຂອງສອງຝ່າຍໄດ້ດີ, ໃນການເຄື່ອນໄຫວກວດກາລາດຕະເວນລຽບຕາມຊາຍແດນໂດຍເຄື່ອນໄຫວຮ່ວມສອງຝ່າຍ ແລະ  ແລກປ່ຽນສະພາບຊາຍແດນຮ່ວມກັນ, ໜ້າທີ່ເຮັດໃຫ້ສະພາບມີຄວາມສະຫງົບ ໄດ້ເອົາໃຈໃສ່ຊຸກຍູ້ເຄື່ອນໄຫວພົບປະຢູ່ບັນດາກົມກອງເປັນປົກກະຕິ, ໃນນີ້ໄດ້ຊີ້ນໍາການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ, ສ້າງຄອບຄົວ ແລະ ສ້າງບ້ານປ້ອງກັນຊາດເຂັ້ມແຂງ, ພ້ອມທັງສົ່ງພະນັກງານລົງກໍ່ສ້າງຮາກຖານການເມືອງ, ຈັດຕັ້ງປະຈໍາການກຽມພ້ອມສູ້ຮົບ, ປະຈໍາການບໍລິຫານ, ແຕ່ລະຂັ້ນແຕ່ຂັ້ນແຂວງ, ລົງຮອດຮາກຖານ, ກົມກອງໃນທົ່ວທະຫານແຂວງ, ໄດ້ເອົາໃຈໃສຊີ້ນໍາບັນດາກົມກອງ, ພາກສ່ວນກ້ຽວຂ້ອງ, ໂດຍການສົມທົບກັບອໍານາດການປົກຄອງທ້ອງຖິ່ນໃນທົ່ວແຂວງປ້ອງກັນເປົ້າໝາຍສໍາຄັນ, ຈຸດຫຼໍ່ແຫຼມສະຖານທີ່ສ້າງຄັງ, ເສັ້ນທາງບັນດາຂົວ, ໂດຍສະເພາະແມ່ນປ້ອງກັນການນໍາພັກ-ລັດ, ວັນບຸນສໍາຄັນຂອງຊາດ-ຂອງພັກ, ຂອງກອງທັບ ແລະ ກອງປະຊຸມຕ່າງໆ, ແຕ່ລະກົມກອງກໍ່ໄດ້ຈັດຕັ້ງປະຕິບັດການປູກ, ການລ້ຽງ, ຕາມເງື່ອນໄຂ ແລະ ຕາມຄວາມເໝາະສົມຂອງກົມກອງ ເພື່ອປະຕິບັດຕາມຄໍາຂວັນທີ່ວ່າ (ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ), ສະພາບຊາຍແດນລາວ-ຫວຽດນາມ ແລະ ລາວ-ຈີນ, ແມ່ນມີຄວາມສະຫງົບດີ, ໂດຍສະເພາະແມ່ນໄດ້ປະຕິບັດສົນທິສັນຍາ ລະຫວ່າງຊາຍແດນຂອງສອງຝ່າຍໄດ້ດີ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ໄດ້ຊີ້ນໍາຄະນະພັກ-ຄະນະບັນຊາກອງຮ້ອຍທະຫານຊາຍແດນ, ໄດ້ເປັນເຈົ້າການຊີ້ນໍາອ້າຍນ້ອງທະຫານຊາຍແດນ, ປະຈໍາແຕ່ລະຈຸດ, ເຄື່ອນໄຫວຕິດຕາມ, ກວດກາເສັ້ນຊາຍແດນ, ຫຼັກໝາຍຊາຍແດນເປັນປົກກະຕິເຫັນວ່າມີຄວາມສະຫງົບດີ, ບໍ່ທັນມີປະກົດການຫຍັງເກີດຂຶ້ນແຕ່ຫຼັກໝາຍບັນດາກົມກອງສີແຕ້ມແມ່ນຈາງລົງແລ້ວ, ໂດຍສະເພາະແມ່ນເສັ້ນຊາຍແດນລາວ-ຈີນ. ການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານໃນ 3 ເດືອນຜ່ານມາຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ໄດ້ເອົາໃຈໃສຊຸກຍູ້ ເຄື່ອນໄຫວພົບປະຢູ່ບັນດາກົມກອງເປັນປົກກະຕິ, ໃນນີ້ໄດ້ຊີ້ນໍາການສ້າງບ້ານປອມໝັ້ນ-ກຸຸ່ມບ້ານສູ້ຮົບຕິດລຽນ, ສ້າງຄອບຄົວ ແລະ ສ້າງບ້ານປ້ອງກັນຊາດເຂັ້ມແຂງ, ພ້ອມທັງສົ່ງພະນັກງານລົງກໍ່ສ້າງຮາກຖານການເມືອງເພື່ອກະກຽມແກ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກພາຍໃນແຂວງ, ໄດ້ປະຕິບັດຄໍາສັ່ງຂອງກົມໃຫຍ່ເສນາທິການໃນແຕ່ລະໄລຍະຢ່າງເຂັ້ມງວດ, ເຖິ່ງຢ່າງໃດກໍ່ຕາມແຕ່ມີປະຊາຊົນຈໍານວນໜຶ່ງຢູ່ລຽບຕາມຊາຍແດນ ແລະ ຫາງໄກຊອກຫຼີກມີການຄ້າຂາຍເຖືອນ ຢ່າເສບຕິດ, ການລາສັດນໍ້າ-ສັດປ່າ ແລະ ອື່ນໆ,  ຍັງມີການລັກລອບເຂົ້າມາລາເນື້ອ, ຊອກຢູ່ຫາກິນ, ລັກຂຸດຄົ້ນຊັບພະຍາກອນທໍາມະຊາດ, ລ້ຽງສັດລຽບຕາມຊາຍແດນເບື້ອງດິນລາວພົບແຕ່ຮ້ອງຮ້ອຍ ແລະ ອື່ນໆ, ໃນກອງປະຊຸມຜູ້ແທນຍັງໄດ້ພ້ອມກັນປະກອບຄໍາຄິດ, ຄໍາເຫັນຢ່າງກົງໄປກົງມາ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ

ໂອກາດນີ້ ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາກົມກອງເຂດ I ທີ່ໄດ້ນໍາພາພະນັກງານ-ນັກຮົບ ເຮັດສໍາເລັດໜ້າທີ່ຕາມການຈັດຕັ້ງມອບໝາຍ ພ້ອມກັນຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃຫ້ທັນກັບເວລາ ໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາກົມກອງເອົາໃຈໃສ່ໃນການແກ້ໄຂໜໍ່ແໜງທີ່ຈະກໍ່ໃຫ້ເກີດຄວາມບໍ່ສະຫງົບຢູ່ໃນສັງຄົມ, ລຽບຕາມຊາຍແດນເອົາໃຈໃສໃນການສຶກສາອົບຮົມການເມືອງນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ແລະ ພໍ່ແມ່ປະຊາຊົນ ຮັບຮູ້ເຂົ້າໃຈແນວທາງປ້ອງັນຊາດໃຫ້ເລິກເຊິ່ງ ເພີ່ມທະວີໃນການຊີ້ນໍໍາ-ນໍາພາໃນການເຮັດໃຫ້ສະພາບມີຄວາມສະຫງົບ, ສ້າງກົມກອງປອດໃສ, ປອດໄພ, ປອດຄະດີ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ, ສືບຕໍ່ພົວພັນກັບເພື່ອນມິດຍຸດທະສາດ, ໃນການຍາດແຍງເອົາບົດຮຽນທີ່ດີ ແຫຼ່ງທຶນຕ່າງໆ, ມາພັດທະນາກົມກອງ ແລະ ພ້ອມກັນເຄື່ອນໄຫວລາດຕະເວັນຮັກສາຄວາມສະຫງົບລຽບຕາມຊາຍແດນ ແລະ ຈຸດຫຼໍ່ແຫຼມຕ່າງໆ, ເພື່ອເຮັດໃຫ້ມີສະຖຽນລະພາບທາງດ້ານການເມືອງ ແລະ ມີຄວາມສະຫງົບ 100 %.

 

 

 

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ