ໜ້າຫຼັກ / ການເຄື່ອນໄຫວ / ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ກອງຮ້ອຍທະຫານຊາຍແດນ 118

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ກອງຮ້ອຍທະຫານຊາຍແດນ 118

25 Sep 2024 | ທອງໄຊ ແສງອຸດົມ |

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ກອງຮ້ອຍທະຫານຊາຍແດນ 118

          ໃນຕອນບ່າຍຂອງວັນທີ 19 ກັນຍາ 2024 ທີ່ຜ່ານມານີ້, ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍທີມງານ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ກອງຮ້ອຍທະຫານຊາຍແດນ 118, ໂດຍການຕ້ອນຮັບຂອງສະຫາຍ ພັນໂທ ສຸກພອນ ໄຊຍະເສົາ ຫົວໜ້າການເມືອງກອງຮ້ອຍທະຫານຊາຍແດນ 118 ພ້ອມດ້ວຍຄະນະ ແລະ ພະນັກງານ-ນັກຮົບ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

         ໃນພິທີສະຫາຍ ພັນໂທ ສຸກພອນ ໄຊຍະເສົາ ຫົວໜ້າການເມືອງກອງຮ້ອຍທະຫານຊາຍແດນ 118 ໄດ້ລາຍງານສະພາບໂດຍຫຍໍ້ກ່ຽວກັບສະພາບຂອງກົມກອງ, ສະພາບປະຊາຊົນ, ແລະ ສະພາບຊາຍແດນຕິດຈອດລະຫວ່າງຊາຍແດນ ລາວ-ຈີນ ແລະ ຫວຽດນາມ, ມີທັງຂໍສະດວກ, ຂໍຫຍຸ້ງຫຍາກ ແລະ ຂໍສະເໜີຕ່າງໆ. ໂອກາດດັ່ງກ່າວ ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ສະເໜີຈຸດປະສົງຂອງການມາເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສ່ອງແສງວຽກງານຮອບດ້ານຂອງບັນດາກົມກອງເຂດ I ປະຈໍາໄຕມາດ III ແລະ ວາງທິດທາງແຜນການໄຕມາດ IV ປີ 2024, ທີ່ແຂວງຜົ້ງສາລີເປັນເຈົ້າພາບ ແລະ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາກອງຮ້ອຍທະຫານຊາຍແດນ 118 ໃນການລົງຢ້ຽມຢາມຄັ້ງນີ້, ຈາກນັ້ນສະຫາຍຍັງຍົກໃຫ້ເຫັນສະພາບການຂອງໂລກ, ສະພາບເສດຖະກິດ, ໄພເງິນເຟີ້, ໄພນໍ້າຖ້ວມ ແລະ ອື່ນໆ, ບັນດາແນວທາງການປ່ຽນແປ່ງໃໝ່ຂອງພັກ-ກົດໝາຍຂອງລັດ, ໃນແຕ່ລະໄລຍະໃຫ້ນາຍ ແລະ ພົນທະຫານຮັບຮູ້ເຂົ້າໃຈຈະແຈ້ງ, ມີແບບແຜນວິທີເຮັດວຽກ, ປັບປຸງກໍ່ສ້າງກົມກອງໃຫ້ມີການພັດທະນາ, ຈົ່ງຫັດແໜ້ນຄວາມສາມັກຄີ, ພ້ອມກັນຈັດຕັ້ງປະຕິບັດຂໍ້ກໍານົດກົດລະບຽບຂອງກອງທັບວາງອອກໃຫ້ເຂັ້ມງວດ. ໃນພິທີດັ່ງກ່າວຍັງໄດ້ມອບເຄື່ອງຈໍານວນໜຶ່ງເຊິ່ງເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີ ເສື້ອກັນຝົນ 50 ຜືນ, ເຄື່ອງກິລາ 30 ຊຸດ, ກະຕໍ້ຫວາຍ 2 ໜ່ວຍ, ຕາໜາງກະຕໍ້ຫວາຍ 1 ຊຸດ, ບານສົ່ງ 2 ໜ່ວຍ, ຕາໜາງບານສົ່ງ 1 ຊຸດ, ບານເຕະ 2 ໜ່ວຍ, ບໍລິສັດ ວຽງສະໄໝ ຮີແອວເອັດ ຍັງໄດ້ມອບເຄື່ອງອຸປະໂພກບໍລິໂພກ ຕື່ມອີກເຊິ່ງເຄື່ອງທີ່ໄດ້ມາມອບມີ ແປງນົວ 10 ຖົງ, ນໍ້າຕ້ານ 10 ຖົງ, ສະບູອາບ 96 ກ້ອນ, ຢ່າກັນຍຸງ 8 ປ້ອງ, ນໍ້າປາ 12 ປ້ອງ, ແມ້ກກີ 12 ປ້ອງ, ສະບູຝຸນ 24 ຖົງ, ຢາຊີ່ແຂ້ວ 108 ລອດ, ຢ່າສູບ 6 ຕຸດ, ໝີໄວໆ 12 ແກ້ດ ລວມເປັນມູນຄ່າທັງໝົດ 20 ກວ່າລ້ານກີບ.

         ໂອກາດນີ້ ສະຫາຍ ພັນໂທ ສຸກພອນ ໄຊຍະເສົາ ຫົວໜ້າການເມືອງກອງຮ້ອຍທະຫານຊາຍແດນ 118 ຕາງໜ້າຄະນະພັກ-ຄະນະບັນຊາ ໄດ້ສະແດງຄວາມຮູ້ສຶກພາກພູມໃຈເປັນຢ່າງຍິງທີ່ໄດ້ເປັນກຽດຢ່າງສູງໃນການຕ້ອນຮັບ ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼື່ອໃນຄັ້ງນີ້, ເຊິ່ງສະແດງໃຫ້ເຫັນຄວາມເປັນຫ່ວງເປັນໃຍຕໍ່ກັບໜ້າທີ່ວິຊາສະເພາະຂອງກົມກອງ ກໍ່ຄືນາຍ ແລະ ພົນທະຫານທີ່ປະຈໍາການຢູ່ເຂດຊາຍແດນ, ທຸລະກັນດານ, ໃນນາມຕາງໜ້າຄະນະພັກ-ຄະນະບັນຊາກອງຮ້ອຍທະຫານຊາຍແດນ 118 ຂໍສະແດງຄວາມຂອບອົກໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິງ ຕໍ່ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ແລະ ຜູ້ທີ່ມີສ່ວນຮ່ວມການຊ່ວຍເຫຼື່ອ, ສະໜັບສະໜູນໃນຄັ້ງນີ້ ແລະ ຈະນໍາໃຊ້ເຄື່ອງດັ່ງກ່າວໃຊ້ເຂົ້າໃນວຽກງານໃຫ້ເກີດປະໂຫຍດສູງສຸດ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ