ໜ້າຫຼັກ / ການເຄື່ອນໄຫວ / ພະແນກທະຫານຊາຍແດນມອບເຄື່ອງອຸປະກອນກິລາ ໃຫ້ກອງຮ້ອຍທະຫານຊາຍແດນ 112

ພະແນກທະຫານຊາຍແດນມອບເຄື່ອງອຸປະກອນກິລາ ໃຫ້ກອງຮ້ອຍທະຫານຊາຍແດນ 112

25 Sep 2024 | ທອງໄຊ ແສງອຸດົມ |

ພະແນກທະຫານຊາຍແດນມອບເຄື່ອງອຸປະກອນກິລາ ໃຫ້ກອງຮ້ອຍທະຫານຊາຍແດນ 112

          ເນື່ອງໃນໂອກາດ ວັນສ້າງຕັ້ງເຫຼົ່າຮົບທະຫານຊາຍແດນກອງທັບປະຊາຊົນລາວ ຄົບຮອບ 12 ປີ ວັນທີ 22 ຕຸລາ 2012- ວັນທີ 22 ຕຸລາ 2024 ທີ່ຈະມາເຖິງໃຫ້ມີບັນຍາກາດຟົດຟື້ນ ແລະ ກວ້າງຂວາງ ວັນທີ 20 ກັນຍາ  2024 ນີ້ ສະຫາຍ ພັທ ສຸກວັນໄຊ ພົມມະສີ ຫົວໜ້າພະແນກຊາຍແດນ, ຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ພ້ອມຄະນະ ໄດ້ນຳເອົາເຄື່ອງມອບໃຫ້ກອງຮ້ອຍທະຫານຊາຍແດນ 112 ກ່າວຮັບໂດຍ ສະຫາຍ ພັຕ ຄຳໄມ ພອນສຸກ ເລຂາໜ່ວຍພັກ, ຫົວໜ້າການເມືອງ, ຮ້ອຍທະຫານຊາຍແດນ 112 ພ້ອມຄະນະ  ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ ເຄື່ອງກິລາຈຳນວນ 17 ຊຸດ, ບານສົ່ງ 1 ໜ່ວຍ, ກະຕໍ້ຫວາຍ 4 ໜ່ວຍ ພ້ອມຕາໜ່າງ 1 ດ່າງ ແລະ ເຄື່ອງຮັບໃຊ້ວຽກງານຊາຍແດນກັບມືຈໍານວນ 3 ຄູ່ ລວມມູນຄ່າ 3,000,000 ກີບ.

          ໃນໂອກາດດັ່ງກ່າວ ສະຫາຍ ພັນຕີ ຄຳໄມ ພອນສຸກ ໄດ້ສະແດງຄວາມຄວາມໃຈ  ແລະ ຮູ້ບຸນຄຸນຢ່າງລົ້ນເຫລືອ ທີ່ເປັນຫ່ວງເປັນໃຍ ແລະ ເຫັນໄດ້ ຄວາມໝາຍຄວາມສຳຄັນ ຕໍ່ວຽກງານຂະບວນການຂອງກົມກອງ ພະແນກທະຫານຊາຍແດນ ພ້ອມຄະນະໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເຄື່ອງດັ່ງກ່າວ ໄປນຳໃຊ້ເຂົ້າວຽກງານຂະບວນການກິລາຂອງກົມກອງໃຫ້ເກີດປະໂຫຍດສູງສຸດ

 

 

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ