ໜ້າຫຼັກ / ການເຄື່ອນໄຫວ / ຊາວໜຸ່ມກອງຮ້ອຍ 23 ຜ່ານເນື້ອໃນຂໍ້ແຂ່ງຂັ້ນ 4 ບຸກ ປະຈໍາປີ 2024

ຊາວໜຸ່ມກອງຮ້ອຍ 23 ຜ່ານເນື້ອໃນຂໍ້ແຂ່ງຂັ້ນ 4 ບຸກ ປະຈໍາປີ 2024

25 Sep 2024 | ຄຳແພງ ມະນີວັນ (ຄໍ23) |

ຊາວໜຸ່ມກອງຮ້ອຍ 23 ຜ່ານເນື້ອໃນຂໍ້ແຂ່ງຂັ້ນ 4 ບຸກ ປະຈໍາປີ 2024

           ຕອນບ່າຍຂອງວັນທີ 19 ກັນຍາ 2024 ຜ່ານມານີ້, ໜ່ວຍຊາວໜຸ່ມກອງຮ້ອຍ 23 ໄດ້ຈັດພິທີຜ່ານເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຄະນະໜ່ວຍຊາວໜຸ່ມປະຊາຊົນປະຕິວັດລາວ ປະຈໍາປີ 2024 ໂດຍການເປັນປະທານຂອງສະຫາຍ ຮ້ອຍເອກ ບຸນຊະນະ ໃຈພົມ ຮອງຫົວຫນ້າການເມືອງ, ເລຂາໜ່ວຍຊາວໜຸ່ມກອງຮ້ອຍ 23 ເຂົ້າຮ່ວມມີຄະນະໜ່ວຍ, ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນກົມກອງເຂົ້າຮ່ວມ.

ໃນພິທີ ສະຫາຍ ຮ້ອຍເອກ ບຸນຊະນະ ໃຈພົມ ເລຂາໜ່ວຍຊາວໜຸ່ມກອງຮ້ອຍ 23 ໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງໜ່ວຍສະບັບເລກທີ 01/ໜຊໜ ຄໍ 23, ເຊິ່ງສາມາດຕີລາຄາດ້ານດີ-ດ້ານອ່ອນໄດ້ດັ່ງນີ້: ບຸກດ້ານການເມືອງແນວຄິດ ສາມາດປະຕິບັດໄດ້ 95%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ສາມາດປະຕິບັດໄດ້ 97%, ບຸກດ້ານວຽກງານການຈັດຕັ້ງສາມາດປະຕິບັດໄດ້ 95%, ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳ ສາມາດປະຕິບັດໄດ້ 95%, ພ້ອມດຽວກັນນັ້ນບັນດາສະມາຊິກຊາວໜຸ່ມ ຍັງໄດ້ປະກອບຄໍາຄິດຄໍເຫັນໃສ່ເນື້ອໃນຂໍ້ແຂ່ງຂັ້ນ 4 ບຸກຂອງໜ່ວຍຢ່າງກົງໄປກົງມາ, ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີຂະບວນການຟົດຟື້ນ ແລະ ກວ້າງຂວາງ.

          ໃນພິທີ ສະຫາຍປະທານພິທີໄດ້ໂອ້ລົມ, ກ່ອນອື່ນສະຫາຍໄດ້ຍ້ອງຍໍຊົມເຊີຍ ບັນດາຜົນງານທີ່ສະມາຊິກຊາວໜຸ່ມຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມເອົາໃຈໃສ່ ຕ້ານ, ສະກັດກັ້ນປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນ. ເອົາໃຈໃສ່ກຳແໜ້ນເອົາເນືອໃນຂໍ້ແຂ່ງ 4 ບຸກແລ້ວນຳໄປປະຕິບັດໃຫ້ເກີດດອກອອກຜົນ ແລະ ມີຂະບວນການຢ່າງຟົດຟື້ນ.

 

 

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ