ໜ້າຫຼັກ / ການເຄື່ອນໄຫວ / 5 ຄະນະພັກຮາກຖານ ທີ່ຂຶ້ນກັບອົງຄະນະພັກກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລະກອນຮອບ 01 ແລະ ຮອບ 02.

5 ຄະນະພັກຮາກຖານ ທີ່ຂຶ້ນກັບອົງຄະນະພັກກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລະກອນຮອບ 01 ແລະ ຮອບ 02.

30 Sep 2024 | ທອງໄຊ ແສງອຸດົມ |

5 ຄະນະພັກຮາກຖານ ທີ່ຂຶ້ນກັບອົງຄະນະພັກກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລະກອນຮອບ 01 ແລະ ຮອບ 02.

          ໃນລະຫວ່າງວັນທີ 23-30 ກັນຍາ 2024 ທີ່ຜ່ານມານີ້, ນະທີ່ສະໂມສອນກອງບັນຊາການທະຫານແຂວງຜົ້ງສາລີ, 5 ຄະນະພັກຮາກຖານທີ່ຂຶ້ນກັບອົງຄະນະພັກກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລະກອນຮອບ 01 ແລະ ຮອບ 02. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຜົ້ງສາລີ, ສະຫາຍ ພັນເອກ ຄໍາພອນ ແສນສີວົງສາ ຮອງເລຂາຄະນະພັກ ຫົວໜ້າການທະຫານ, ມີເລຂາຄະນະພັກຮາກຖານຫ້ອງການເມືອງ, ຫ້ອງເສນາທິການ, ຫ້ອງພະລາທິການ, ຫ້ອງເຕັກນິກ ແລະ ຫ້ອງການກອງບັນຊາການ, ມີຄະນະຮັບຜິດຊອບດໍາເນີນກອງປະຊຸມ ແລະ  ສະມາຊິກພັກສົມບູນເຂົ້າຮ່ວມ.

       ໃນກອງປະຊຸມ ບັນດາສະຫາຍເລຂາຄະນະພັກຮາກຖານແຕ່ລະຫ້ອງໄດ້ຜ່ານຮ່າງບົດລາຍງານການເມືອງ 02 ພາກ ເຊິ່ງໄດ້ຕີລາຄາການນໍາພາຂອງຄະນະພັກຮາກຖານ ປະຈໍາ 5 ປີ, ຜ່ານມາ (2020-2025) ແລະ ວາງທິດທາງນໍາພາ (2024-20230), ຄະນະພັກໄດ້ປຸກລະດົມໃຫ້ສະມາຊິກພັກ ມີຄວາມຕື່ນຕົວທາງດ້ານການເມືອງ, ຖືເອົາການກໍ່ສ້າງພັກ, ກໍ່ສ້າງພະນັກງານສືບທອດປ່ຽນແທນເປັນສໍາຄັນ, ສຶກສາອົບຮົມແນວທາງປ້ອງກັນຊາດທົ່ວປວງຊົນຮອບດ້ານ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກພັກ, ເປັນປົກກະຕິໂດຍການນໍາເອົາກົດລະບຽບຂອງພັກ, ແນວທາງແຜນນະໂຍບາຍ, ມະຕິ, ຄໍາສັ່ງຕ່າງໆ, ມາເຜີີຍແຜ່ເຊື່ອມຊຶມໃຫ້ພະນັກງານມີແນວຄິດອຸ່ນອຽນທຸນທຽງ ແລະ ເຊື້ອໝັ້ນຕໍ່ການນໍາພາຂອງພັກ, ສະມາຊິກພັກ, ວຽກງານຈັດຕັ້ງກໍ່ສ້າງພັກໄດ້ຕັ້ງໜ້າເຊື່ອມຊຶມກໍາແໜ້ນພາລະບົດບາດ ແລະ ຍຶດໝັ້ນແນວທາງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຂອງພັກ, ໄດ້ຖືເອົາວຽກງານອົງການຈັດຕັ້ງມະຫາຊົນຊາວໜຸ່ມ, ແມ່ຍິງ ເປັນສໍາຄັນຕິດພັນກັບວຽກງານຂະບວນການຮອບດ້ານຂອງກົມກອງ, ພ້ອມກັບການກໍ່ສ້າງພັກ ແລະ ມີໜ່ວຍພັກທີ່ໄດ້ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຫຼາຍປີຕິດຕໍ່ກັນ, ພ້ອມນັ້ນໄດ້ຜ່ານບົດສໍາຫຼວດການນໍາພາຂອງຄະນະພັກຮາກຖານ ແລະ ພ້ອມກັນປະກອບຄໍາຄິດເຫັນໃສ່ບົດລາຍງານການເມືອງ 02 ພາກ ແລະ ບົດສໍາຫຼວດການນໍາພາຂອງຄະນະພັກຮາກຖານຢ່າງກົງໄປກົງມາ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຈາກນັ້ນຄະນະຮັບຜິດຊອບກອງປະຊຸມໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ທີ່ຈະສະມັກເຂົ້າເປັນຄະນະພັກຮາກຊຸດໃໝ່, ພ້ອມທັງປ່ອນບັດທາບທາມຮອບທີ 01 ແລະ ຮອບທີ 02 ສໍາເລັດໄດ້ຕາມຄາດໝາຍທີ່ວາງໄວ້.

       ໃນກອງປະຊຸມດັ່ງກ່າວ ປະທານກອງປະຊຸມໄດ້ໂອ້ລົມເຊິ່ງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ຮຽກຮ້ອງໃຫ້ຄະນະພັກຮາກຖານ ແລະ ສະມາຊິກພັກ, ໃນອົງກາານ 5 ຫ້ອງຈົ່ງເອົາໃຈໃສ່ຄົ້ນຄວ້າເລື່ອກເອົາຜູ້ທີ່ມີມາດຕະຖານເງື່ອນໄຂຄົບຖ້ວນ, ເພື່ອເຂົ້າເປັນຄະນະພັກຮາກຖານຊຸດໃໝ່ ແລະ ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ຢ່າງເປັນປົກກະຕິ, ຮັກສາຄວາມສາມັກຄີ, ປະຕິບັດຕາມພາລະບົດບາດ, ສິດໜ້າທີ່, ຕາມ 5 ຫຼັກການ 3 ທິດນໍາຂອງພັກ, ກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຮັບປະກັນການດໍາເນີນກອງປະຊຸມໃຫຍ່ຂັ້ນຄະນະພັກຮາກຖານໃຫ້ສໍາເລັດຕາມກໍານົດເວລາ ແລະ ຄາດໝາຍທີ່ວາງໄວ້.

 

 

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ