ໜ້າຫຼັກ / ການເຄື່ອນໄຫວ / ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ຂອງໜ່ວຍພັກສະພາປະຊາຊົນແຂວງ, ພິທີມອບ-ຮັບໃບຍ້ອງຍໍຜູ້ມີຜົນງານດີເດັ່ນ ປະຈໍາປີ 2023 ແລະ ມອບ-ຮັບຫຼຽນກາລະນຶກ 65 ປີ, ຫຼຽນຊາວໜຸ່ມຕະລຸມບອນ

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ຂອງໜ່ວຍພັກສະພາປະຊາຊົນແຂວງ, ພິທີມອບ-ຮັບໃບຍ້ອງຍໍຜູ້ມີຜົນງານດີເດັ່ນ ປະຈໍາປີ 2023 ແລະ ມອບ-ຮັບຫຼຽນກາລະນຶກ 65 ປີ, ຫຼຽນຊາວໜຸ່ມຕະລຸມບອນ

01 Oct 2024 | ສຸນທອງ |

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ຂອງໜ່ວຍພັກສະພາປະຊາຊົນແຂວງ, ພິທີມອບ-ຮັບໃບຍ້ອງຍໍຜູ້ມີຜົນງານດີເດັ່ນ ປະຈໍາປີ 2023 ແລະ ມອບ-ຮັບຫຼຽນກາລະນຶກ 65 ປີ, ຫຼຽນຊາວໜຸ່ມຕະລຸມບອນ

    ໃນວັນທີ 30 ກັນຍາ 2024 ນະທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ຂອງໜ່ວຍພັກສະພາປະຊາຊົນແຂວງ, ພິທີມອບ-ຮັບໃບຍ້ອງຍໍຜູ້ມີຜົນງານດີເດັ່ນ ໃນການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ແຂວງຜົ້ງສາລີ ປະຈໍາປີ 2023 ແລະ ມອບ-ຮັບຫຼຽນກາລະນຶກ 65 ປີ, ຫຼຽນຊາວໜຸ່ມຕະລຸມບອນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ສົມຈິດ ຫັບລະກອນ ກໍາມະການປະຈໍາພັກແຂວງ, ຮອງປະທານ ສະພາປະຊາຊົນແຂວງ, ເຂົ້າຮ່ວມມີກໍາມະການພັກແຂວງ, ມີເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກສະພາປະຊາຊົນແຂວງ, ຕາງໜ້າຈາກຄະນະຈັດຕັ້ງແຂວງ, ອົງການກວດກາພັກ-ລັດແຂວງ, ຄະນະໂຄສະນາອົບຮົມແຂວງ, ຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ສະມາຊິກພັກ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ ຢ່າງພ້ອມພຽງ.

    ໃນພິທີ ສະຫາຍ ນາງ ພອນສະຫວັນ ສັກຕິຄຸນ ເລຂາໜ່ວຍພັກສະພາປະຊາຊົນແຂວງ ຜ່ານບົດສະຫຼຸບການນໍາພາຂອງໜ່ວຍພັກສະພາປະຊາຊົນແຂວງ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024; ຕາງໜ້າຄະນະຈັດຕັ້ງແຂວງ ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ສະບັບເລກທີ 477/ຄຈຂ, ລົງວັນທີ 20 ສິງຫາ 2024;. ຈາກນັ້ນ, ໄດ້ມີການມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ມອບໂດຍ ສະຫາຍ ສົມຈິດ ຫັບລະກອນ ກໍາມະການປະຈໍາພັກແຂວງ, ຮອງປະທານ ສະພາປະຊາຊົນແຂວງ ແລະ ຮັບໂດຍ ຄະນະໜ່ວຍພັກສະພາປະຊາຊົນແຂວງ;

    ໃນໂອກາດດຽວກັນນີ້, ກໍ່ໄດ້ມີການມອບ-ຮັບໃບຍ້ອງຍໍຜູ້ມີຜົນງານດີເດັ່ນ ໃນການແຂ່ງຂັນຍ້ອງຍໍ, ຮັກຊາດ ແລະ ພັດທະນາປະຈໍາປີ 2023 ເຊິ່ງສະພາປະຊາຊົນແຂວງ ໄດ້ຮັບທັງໝົດ ຈໍານວນ 44 ທ່ານ, ຍິງ 17 ທ່ານ

    ມອບ-ຮັບຫຼຽນກາລະນຶກ 65 ປີ, ຫຼຽນຊາວໜຸ່ມຕະລຸມບອນ ໃຫ້ແກ່ຄະນະນໍາສະພາປະຊາຊົນແຂວງຈໍານວນໜຶ່ງ ເຊິ່ງໃຫ້ກຽດຂຶ້ນມອບໂດຍ ສະຫາຍ ພອນສຸຈິດ ລີລາວົງ ກໍາມະການພັກແຂວງ,​ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ຂຶ້ນຮັບໂດຍການນໍາສະພາປະຊາຊົນແຂວງ

    ໃນຕອນທ້າຍ, ປະທານພິທີໄດ້ມີຄໍາເຫັນໂອ້ລົມ ເຊິ່ງກ່ອນອື່ນ ສະຫາຍໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ ຕໍ່​ຜົນງານ ​ແລະ ຜົນສຳ​​ເລັດ ທີ່​ບັນດາ​ສະຫາຍ​ຄະນະໜ່ວຍ​ພັກ ກໍ່​ຄື​ສະມາຊິກ​ພັກ ແລະ ພະນັກງານ-ລັດຖະກອນ ທີ່​ຍາດ​ມາ​ໄດ້ ​ໃນ​ຕະຫຼອດ​ໄລຍະປີ 2023, ຈາກນັ້ນ,​ ສະຫາຍ ໄດ້ເນັ້ນຕື່ມບາງບັນຫາ ດັ່ງນີ້:

  1. ​ກ່ອນ​ອື່ນ​ໝົດ ຕ້ອງກຳ​ແໜ້ນ ແລະ ​ເຊື່ອມ​ຊືມ ​ ເນື້ອ​ໃນ​ຂອງ​ກົດ​ລະບຽບ​ຂອງ​ພັກ​ ໃນ​ແຕ່​ລະສະ​ໄໝ​ຂອງ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ​ ​ແລະ ຮູ້​ຜັນ​ຂະຫຍາຍ​ເຂົ້າ​ໃນ​ການ​ນໍາພາ​ຂອງ​ໜ່ວຍ​ພັກ;
  2. ສືບຕໍ່ປັບປຸງ ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເປັນແບບຢ່າງນຳໜ້າ ໃນການປະຕິບັດໜ້າທີ່ວຽກງານ, ມີລະບຽບວິໄນ, ມີແບບແຜນວິທີນຳພາ ທີ່ມີວິທະຍາສາດ, ປະດິດສ້າງ ແລະ ແທດເຖິງຕົວຈິງ;
  3. ເພີ່ມທະວີຜັນຂະຫຍາຍ, ເຜີຍແຜ່ແຜນການ ແລະ ຄາດໝາຍສູ້ຊົນຂອງໜ່ວຍພັກໃຫ້ສະມາຊິກພັກ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາຂະ​ແໜງ​ການຢູ່​ພາຍ​ໃນ​ໃຫ້ຮັບຮູ້, ເຊື່ອມຊືມ, ກຳແໜ້ນ ແລະ ຫັນເປັນແຜນການປະຈຳເດືອນຂອງຕົນ;
  4. ເອົາໃຈໃສ່ໃນການຕິດຕາມ, ຊຸກຍູ້ ການສະຫຼຸບຕີລາຄາປະເມີນຜົນການກໍ່ສ້າງໜ່ວຍ​ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍອີງໃສ່ແຜນການຄາດໝາຍສູ້ຊົນທີ່ໄດ້ວາງໄວ້;
  5. ສ້າງໃຫ້ໜ່ວຍພັກສາມາດເປັນແກນນຳ ໃນການຈັດຕັ້ງນຳພາ ປະຕິບັດໜ້າທີ່ການເມືອງຂອງຕົນ​ໂດຍ​ສະ​ເພາະ ​ແມ່ນ ວຽກ​ງານ​ສະພາປະຊາຊົນແຂວງ ​ໄປ​ສູ່​ຄຸນ​ນະພາ​ບ​ໃໝ່​ ດ້ວຍພູມປັນຍາຂອງຄະນະ​ພັກ, ສະມາຊິກພັກແຕ່ລະສະຫາຍ;
  6. ບັນດາສະຫາຍຄະນະໜ່ວຍພັກຕ້ອງສູມຄວາມພະຍາຍາມ ລົງເລີກເຮັດວຽກງານກວດກາ, ກວດການຈັດຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານຂອງພາຍໃນພັກ, ພາຍໃນສະພາປະຊາຊົນແຂວງ ບົນພື້ນຖານມະຕິຂອງໜ່ວຍພັກ, ຕິດພັນກັບຄໍາຂວັນ 3 ເຂັ້ມແຂງ, 4 ຮັບປະກັນ ຂອງສະພາປະຊາຊົນແຂວງໃຫ້ກາຍເປັນພຶດຕິກຳຕົວຈີງ;
  7. ສະມາຊິກພັກແຕ່ລະສະຫາຍ ຕ້ອງເປັນເຈົ້າການໃນການພັດທະນາກົມກອງ ແລະ ພັດທະນາຕົນເອງດ້ວຍຄວາມເປັນແບບຢ່າງນຳໜ້າ ສົມກັບວ່າເປັນສະມາຊິກພັກ ປອດໃສ, ເຂັ້ມແຂງ, ໜັ້ກແໜ້ນ ກຽມພ້ອມເພື່ອປະກອບສ່ວນພາລະກິດທີ່ພັກ-ລັດ ໄດ້ມອບໝາຍ, ຖ້າ​ສະມາ​ຊິກ​ພັກ​ເຂັ້ມ​ແຂງ, ມີ​ລະບຽບ​ວິ​ໄນ​ຂອງ​ພັກ, ໜ່ວຍ​ພັກ​ກໍ່​ກາ​ຍ​ເປັນ​ໜ່ວຍ​ພັກປອດໃສ ເຂັ້ມແຂງ ໜັ້ກແໜ້ນ ​ທີ່​ມີ​ຄຸນ​ນະພາບ​.

 

 

 

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ