ໜ້າຫຼັກ / ການເຄື່ອນໄຫວ / ໜ່ວຍພັກ ສະພາປະຊາຊົນແຂວງຜົ້ງສາລີ ໄດ້ຮັບໃບຢັ້ງຍືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2023.

ໜ່ວຍພັກ ສະພາປະຊາຊົນແຂວງຜົ້ງສາລີ ໄດ້ຮັບໃບຢັ້ງຍືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2023.

01 Oct 2024 | ແສງຄຳ ສາລີວັນ |

          ພິທີມອບ-ຮັບໃບຢັ້ງຍືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2023 ຂອງໜ່ວຍພັກສະພາປະຊາຊົນແຂວງຜົ້ງສາລີ ຄັ້ງທີ VI ໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ 30 ກັນຍາ 2024 ນີ້, ຢູ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ. ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ  ສົມຈິດ ຫັບລະກອນ ການມະການປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີສະຫາຍ ນາງ ພອນສະຫວັນ ສັກຕິຄູນ ເລຂາໜ່ວຍພັກ, ເລຂາທິການສະພາປະຊາຊົນແຂວງ,  ມີຜູ້ຕາງໜ້າຄະນະຈັດຕັ້ງແຂວງ, ກວດກາແຂວງ, ຄະນະໂຄສະນາອົບຮົມແຂວງ ຕະຫຼອດຮອດສະມາຊິກພັກສົມບູນ ແລະ ສໍາຮອງ ພາຍໃນໜ່ວຍພັກເຂົ້າຮ່ວມ.

          ໃນພິທີສະຫາຍ ນາງ ພອນສະຫວັນ ສັກຕິຄູນ ເລຂາໜ່ວຍພັກ, ເລຂາທິການສະພາປະຊາຊົນແຂວງ ກໍ່ໄດ້ຂຶ້ນຜ່ານບົດສະຫຼູບຕິລາຄາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2023 ແລະ ຜ່ານທິດທາງແຜນການໃນຕໍ່ໜ້າ. ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານດ້ານຕັ້ງໜ້າໃນການຊີ້ນຳໆພາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໝັກແໜ້ນ, ຈຸດອ່ອນຂໍ້ຄົງຂ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ໃນໄລຍະທີ່ຜ່ານມາ. ປະຈຸບັນພາຍໃນໜ່ວຍພັກມີຄະນະໜ່ວຍພັກ 3 ສະຫາຍ, ຍິງ 1 ສະຫາຍ. ໃນນີ້; ເລຂາໜ່ວຍພັກ 1 ສະຫາຍ, ຮອງເລຂາໜ່ວຍພັກ 1 ສະຫາຍ ແລະ ກຳມະການໜ່ວຍພັກ 1 ສະຫາຍ, ມີປະທານ, ຮອງປະທານກວດກາ 2 ສະຫາຍ, ມີສະມາຊິກພັກທັງໝົດ 47 ສະຫາຍ, ຍິງ 17 ສະຫາຍ. ຜ່ານຈາກການຕີລາຄາໄດ້ສະມາຊີກພັກແຂງຈຳນວນ 38 ສະຫາຍ, ຍິງ 15 ສະຫາຍ ເທົ່າກັບ 90,47% ປະເພດກາງ 4​ ສະຫາຍ ເທົ່າກັບ 9,53%.

          ຈາກນັ້ນ ສະຫາຍ  ບຸນສະຫວັດ ເຫຼັກກັນຍາ  ຕາງໜ້າຄະນະຈັດຕັ້ງແຂວງ ກໍ່ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ່ 477/ຄພຂ, ຜລ ລົງວັນທີ 20 ສິງຫາ 2024 ວ່າດ້ວຍການອະນຸມັດມອບໃບຢັ້ງຢືນໃຫ້ໜ່ວຍພັກ ສະພາປະຊາຊົນແຂວງຜົ້ງສາລີ ເປັນໜ່ວຍພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2023. ເປັນກຽດຂຶ້ນມອບໃບຢັ້ງຢື້ນໂດຍ ສະຫາຍ ສົມຈິດ ຫັບລະກອນ ການມະການປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງແລະ ຂຶ້ນຮັບໂດຍ ນາງ ພອນສະຫວັນ ສັກຕິຄູນ ເລຂາໜ່ວຍພັກ, ເລຂາທິການສະພາປະຊາຊົນແຂວງ ພ້ອມດ້ວຍຄະນະພັກ.

              ໃນໂອກາດທີ່ມີຄວາມໜາຍຄວາມສໍາຄັນນີ້ ສະຫາຍ ສົມຈິດ ຫັບລະກອນ ການມະການປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ກໍ່ໄດ້ໂອ້ລົມຕໍ່ພິທີເຊິ່ງກ່ອນອື່ນສະຫາຍ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕິລາສູງຕໍ່ຜົນສໍາເລັດການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນ ຂອງໜ່ວຍສະພາປະຊາຊົນແຂວງ ພ້ອມນີ້, ສະຫາຍຍັງໄດ້ຮຽກຮ້ອງມາຍັງຄະນະໜ່ວຍພັກ, ສະມາຊິກພັກແຕ່ລະສະຫາຍຕ້ອງໄດ້ເພີ່ມທະວີການກໍາແໜ້ນແນວທາງ, ນະໂຍບາຍ ຂອງພັກ-ລັດ, ມະຕິ, ຄໍາສັ່ງ, ນິຕິກຳຕ່າງໆຂອງຂັ້ນເທິງ ລວມທັງພາລະບົດບາດສິດໜ້າທີ່ຂອງສະພາປະຊາຊົນແຂວງ, ຄາດໝາຍສູ້ຊົນທີ່ຂັ້ນເທິງກໍ່ຄືຂັ້ນຂອງຕົນວາງອອກ, ໃນນັ້ນ: ກໍາແໜ້ນ 5 ຫຼັກການ ແລະ 3 ທິດນຳ ​ໃຫ້ໜັກ​ແໜ້ນ ​ແລະ ຮູ້​ຜັນ​ຂະຫຍາຍ​ເຂົ້າ​ໃນ​ການ​ນໍາພາ​ຂອງ​ໜ່ວຍ​ພັກ; ສືບຕໍ່ປັບປຸງ ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເປັນແບບຢ່າງນຳໜ້າ ໃນການປະຕິບັດໜ້າທີ່ວຽກງານ, ມີລະບຽບວິໄນ, ມີແບບແຜນວິທີນຳພາ ທີ່ມີວິທະຍາສາດ, ປະດິດສ້າງ ແລະ ແທດເຖິງຕົວຈິງ, ສ້າງພັກໃຫ້ມີຄວາມສາມັກຄີປອງດອງ ປອດໄສຂາວສະອາດ, ມີຄວາມເຂັ້ມງວດໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ແລະ ປະກົດການຫຍໍ້ທໍ້ໃນກົງຈັກການຈັດຕັ້ງ ຂອງພັກ - ລັດ ແລະ ຖັນແຖວພະນັກງານ ສະມາຊິກພັກ; ເອົາໃຈໃສ່ໃນການຕິດຕາມ, ຊຸກຍູ້ ການສະຫຼຸບຕີລາຄາປະເມີນຜົນການກໍ່ສ້າງໜ່ວຍ​ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ສ້າງໃຫ້ໜ່ວຍພັກສາມາດເປັນແກນນຳ ໃນການຈັດຕັ້ງນຳພາ ປະຕິບັດໜ້າທີ່ການເມືອງຂອງຕົນ​ໂດຍ​ສະ​ເພາະ ​ແມ່ນ ວຽກ​ງານ​ສະພາປະຊາຊົນແຂວງ ​ໄປ​ສູ່​ຄຸນ​ນະພາ​ບ​ໃໝ່​ ດ້ວຍພູມປັນຍາຂອງຄະນະ​ພັກ, ສະມາຊິກພັກແຕ່ລະສະຫາຍ; ຄະນະໜ່ວຍພັກຕ້ອງສູມຄວາມພະຍາຍາມ ລົງເລີກເຮັດວຽກງານກວດກາ, ກວດການຈັດຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານຂອງພາຍໃນພັກ, ພາຍໃນສະພາປະຊາຊົນແຂວງ ບົນພື້ນຖານມະຕິຂອງໜ່ວຍພັກ, ຕິດພັນກັບຄໍາຂວັນ 4 ເຂັ້ມແຂງ, 3 ຮັບປະກັນ ຂອງສະພາປະຊາຊົນແຂວງໃຫ້ກາຍເປັນພຶດຕິກຳຕົວຈີງ ພ້ອມກັນນັ້ນຊອກໃຫ້ເຫັນບຸກຄົນດີເດັ່ນ, ອົງການຈັດຕັ້ງດີເດັ່ນ ເພື່ອປະຕິບັດຍ້ອງຍໍຊົມເຊີຍ ແລະ ຄົ້ນຄວ້າປະກອບຕຳແໜ່ງທີ່ເໝາະສົມ; ສະມາຊິກພັກແຕ່ລະສະຫາຍ ຕ້ອງເປັນເຈົ້າການໃນການພັດທະນາກົມກອງ ແລະ ພັດທະນາຕົນເອງດ້ວຍຄວາມເປັນແບບຢ່າງນຳໜ້າ ສົມກັບວ່າເປັນສະມາຊິກພັກ ປອດໃສ, ເຂັ້ມແຂງ, ໜັ້ກແໜ້ນ ພ້ອມກັນນັ້ນກໍ່ຕ້ອງເຕົ້າໂຮມຄວາມສາມັກຄີພາຍໃນໜ່ວຍພັກໃຫ້ເປັນປືກແຜນ ແລະ ສືບຕໍ່ຮັກສາມູນເຊື້ອໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໃຫ້ໜັ້ນຄົງຕະຫຼອດໄປ.

       ໃນໂອກາດນີ້, ຍັງໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງປະຈຳປີ 2023 ໃຫ້ແກ່ພະນັກງງານລັດຖະກອນສະພາປະຊາຊົນແຂວງທີ່ມີຜົນງານດີເດັ່ນໃນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ລວມທັງໝົດ 44 ທ່ານ, ຍິງ 17 ທ່ານ, ພ້ອມກັນນີ້ ຍັງໄດ້ມອບຫຼຽນກາລະນຶກ 65 ປີ ແລະ ຫຼຽນຊາວໜຸ່ມຕະລຸມບອນ ຈຳນວນ 3 ທ່ານ ຕື່ມອີກ.

( ພາບ - ຂ່າວ: ແສງຄຳ ສາລີວັນ )

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ