ໜ້າຫຼັກ / ການເຄື່ອນໄຫວ / ພິທີຮັບຮອງຄອບຄົວ-ບ້ານສາມັກຄີປອງດອງ ບ້ານນໍ້າຮອຍ ແລະ​ ບ້ານຫ້ວຍສູງ ເມືອງບຸນເໜືອ ແຂວງຜົ້ງສາລີ.

ພິທີຮັບຮອງຄອບຄົວ-ບ້ານສາມັກຄີປອງດອງ ບ້ານນໍ້າຮອຍ ແລະ​ ບ້ານຫ້ວຍສູງ ເມືອງບຸນເໜືອ ແຂວງຜົ້ງສາລີ.

01 Oct 2024 | ຈັນສະໝອນ. |

ພິທີຮັບຮອງຄອບຄົວ-ບ້ານສາມັກຄີປອງດອງ ບ້ານນໍ້າຮອຍ ແລະ​ ບ້ານຫ້ວຍສູງ ເມືອງບຸນເໜືອ ແຂວງຜົ້ງສາລີ.

     ພິທີຮັບຮອງ​ຄອບຄົວ  ແລະ​ ບ້ານສາມັກຄີປອງດອງ ບ້ານນໍ້າຮອຍ ແລະ​ ບ້ານຫ້ວຍສູງໄດ້ຈັດຂຶ້ນຕອນເຊົ້າວັນທີ 01​ ຕຸລາ​ 2024​ ທີ່ຫ້ອງການກຸ່ມບ້ານຢໍ້ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນລຳ ທຳມະໃຈ ກຳມະການປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ເຂົ້າຮ່ວມມີຄະນະພັກຮາກຖານກຸ່ມ, ອົງການປົກຄອງບ້ານ, ເຖົ້າແກ່ແຮວໂຮມ ຕະຫຼອດຮອດທີມງານຂັ້ນເມືອງ

     ໃນພິທີ ທ່ານ ບຸນລຳ ທຳມະໃຈ ກຳມະການປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ຂຶ້ນກ່າວເປີດພິທີ ພ້ອມທັງເຜີຍແຜ່ເອກະສານປະເທດລາວຄົນລາວເປັນເຈົ້າຂອງ ມີບາງຕອນທ່ານໄດ້ໃຫ້ຮູ້ວ່າ: ຈຸດປະສົງຂອງເອກະວສານດັ່ງກ່າວນີ້ແມ່ນເພື່ອໃຫ້ທົ່ວປວງຊົນຮັບຮູ້, ເຊື່ອມຊືມຢ່າງເລິກເຊິ່ງ ແລະ ເຫັນແຈ້ງກ່ຽວກັບສິດເປັນເຈົ້າຕົນເອງຕໍ່ປະເທດຊາດບົນຈິດໃຈປັບປຸງ ແລະ ເຊີດຊູສະຕິຊາດອັນໜຶ່ງອັນດຽວ, ຕ້ານ ແລະ ສະ ກັດກັ້ນແນວຄິດເອື່ອຍອີງ, ຄອງຄອຍ, ຂາດຄວາມຮັບຜິດຊອບ, ບໍ່ເຮັດແທ້ທຳຈິງນັ້ນ ເພື່ອຫັນປ່ຽນຕົວເອງ ພ້ອມກັນເຂົ້າຮວ່ມປະຕິບັດພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ. ທຸກປະເທດໃນໂລກນີ້ເຖິງຈະເປັນປະເທດນ້ອຍ ຫຼື ປະເທດໃຫຍ່ ລ້ວນແຕ່ແມ່ນຄົນຂອງປະເທດນັ້ນເປັນເຈົ້າຂອງເປັນຜູ້ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຂອງຕົນເອງ, ຍາມໃດກໍ່ຕ້ອງຍົກສູງສະຕິຊາດ ແລະ ກຽດສັກສີຂອງຊາດ. ເຖິງຈະມີການຊ່ວຍເຫຼືອຈາກພາຍນອກແຕ່ປັດໃຈຕັດສິນຊະຕາກຳຂອງຊາດຕົນກໍຍັງແມ່ນຄົນຂອງປະເທດນັ້ນເປັນຜູ້ຮັບຜິດຊອບເອງ. ສໍາລັບປະເທດລາວ ກໍແມ່ນຄົນລາວເປັນເຈົ້າຂອງຈະບໍ່ມີຊາດອື່ນ, ຄົນປະເທດອື່ນ ມາປ່ຽນຄົນລາວໄດ້. ປະຊາຊົນລາວບັນດາເຜົ່າໄດ້ດຳລົງຊີວິດຢູ່ໃນຜືນແຜນດິນນີ້ມາແຕ່ດຶກດຳບັນ, ມີປະຫວັດສາດຄວາມເປັນມາລະອິດລະອ້ຽວຢ່າງຍາວນານຈົນໄດ້ເປັນທີ່ລືຊາໄປທົ່ວພາກພື້ນ ແລະ ໃນໂລກເຊັ່ນ: ເຈົ້າຟ້າງຸ່ມມະຫາລາດ, ເຈົ້າໄຊເຊດຖາທິລາດ ແລະ ອື່ນໆ. ປະຊາຊົນລາວ ເປັນເຈົ້າການປົກປັກຮັກສາເນື້ອທີ່ຂອງປະເທດລາວ 236.800 ກີໂລຕາແມັດລວມທັງນ່ານຟ້າ, ນ່ານນໍ້າ, ຊັບໃນດິນສິນໃນນໍ້າ, ພູຜາ, ປ່າໄມ້ ແລະ​ ອື່ນໆ ໄວ້ໃຫ້ໝັ້ນຄົງຍາວນານ. ຈາກນັ້ນ, ຕາງໜ້າທີມງານ ເມືອງຂຶ້ນຜ່ານ ຂໍ້ຕົກລົງສະບັບເລກທີ 167/ມບໜ ບຸນເໜືອ ລົງວັນທີ 5 ສິງຫາ 2024 ວ່າດ້ວຍການຮັບຮອງເອົາຄອບຄົວສາມັກຄີປອງດອງປະຈຳປີ 2024. ໃຫ້ແກ່ບ້ານ ນໍ້າຮອຍ ແລະ ບ້ານ ຫ້ວຍສູງ; ຜ່ານຂໍ້ຕົກລົງສະບັບເລກທີ 710/ຂຜລ ຜົ້ງສາລີ ລົງວັນທີ 20  ສິງຫາ 2024 ວ່າດ້ວຍການມອບໃບຢັ້ງຢືນ ບ້ານສາມັກຄີປອງດອງໃຫ້ແກ່ ບ້ານ​ ນໍ້າຮອຍ ແລະ​ ບ້ານຫ້ວຍສູງ ເມືອງ ບຸນເໜືອ ແຂວງ ຜົ້ງສາລີເຊິ່ງໃຫ້ກຽດຂຶ້ນມອບ ຂອງທ່ານ ບຸນລຳ ທຳມະໃຈ ກຳມະການປະຈຳພັກເມືອງ ປະທານແນວລາວສ້າງຊາດ, ເປັນກຽດຂຶ້ນຮັບໂດຍປະທານແນວລາວສ້າງຊາດບ້ານ, ເລຂານາຍບ້ານທັງສອງບ້ານ ຂຶ້ນຮັບຕາມລຳດັບ.

     ຖືໂອກາດນີ້ທີມງານຂັ້ນເມືອງຍັງໄດ້ເຜີຍແຜ່ເອກະສານ ໂຄສະນາປູກລະດົມການປະຕິບັດພັນທະເສຍພາສີ ແລະ ອາກອນຕໍ່ລັດ​ ໃຫ້ປະຊາຊົນທີ່ຂຶ້ນກັບກຸ່ມບ້ານຢໍ້ ແລະ​ ກຸ່ມນໍ້າລູຕື່ມອີກ

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ