ໜ້າຫຼັກ / ການເຄື່ອນໄຫວ / ຫົວໜ້າອົງການໄອຍະການປະຊາຊົນພາກເໜືອ ເຄື່ອນໄຫວຊຸກຍູ້ວຽກງານວິຊາສະເພາະ ຢູ່ອົງການໄອຍະການປະຊາຊົນ ແຂວງຜົ້ງສາລີ

ຫົວໜ້າອົງການໄອຍະການປະຊາຊົນພາກເໜືອ ເຄື່ອນໄຫວຊຸກຍູ້ວຽກງານວິຊາສະເພາະ ຢູ່ອົງການໄອຍະການປະຊາຊົນ ແຂວງຜົ້ງສາລີ

02 Oct 2024 | ແສງຄຳ ສາລີວັນ |

ຫົວໜ້າອົງການໄອຍະການປະຊາຊົນພາກເໜືອ ເຄື່ອນໄຫວຊຸກຍູ້ວຽກງານວິຊາສະເພາະ ຢູ່ອົງການໄອຍະການປະຊາຊົນ ແຂວງຜົ້ງສາລີ

          ວັນທີ 01 ຕຸລາ 2024 ນີ້, ທ່ານ ອ່ອນຈັນ ມະນີວັນ ເລຂາໜ່ວຍພັກ, ຫົວໜ້າອົງການໄອຍະການປະຊາຊົນພາກເໜືອ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຊຸກຍູ້ວຽກງານວິຊາສະເພາະ ຢູ່ອົງການໄອຍະການປະຊາຊົນແຂວງຜົ້ງສາລີ. ໂອກາດນີ້ໄດ້ ເຂົ້າພົບ ທ່ານ ຄໍາຜອຍ ວັນນະສານ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ ເພື່ອແຈ້ງຈຸດປະສົງ, ເປົ້າໝາຍຂອງການມາເຄື່ອນໄຫວເຮັດວຽກໃນຄັ້ງນີ້. ພ້ອມກັນນີ້ ທ່ານ ຄໍາຜອຍ ວັນນະສານ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາຂອງອົງການໄອຍະການປະຊາຊົນພາກເໜືອ ທີ່ໄດ້ເອົາໃຈໃສ່ລົງຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານວິຊາສະເພາະຕາມລະບົບສາຍຕັ້ງໃນຄັ້ງນີ້. ຕໍ່ມາໄດ້ເຮັດວຽກຮ່ວມກັບຄະນະນໍາ ແລະ ພະນັກງານອົງການໄອຍະການ ແຂວງຜົ້ງສາລີ ໃນໂອກາດດັ່ງກ່າວທ່ານ ຄໍາໄຊ ສູນວິເລີດ, ເລຂາໜ່ວຍພັກ, ຫົວໜ້າອົງການໄອຍະການປະຊາຊົນແຂວງຜົ້ງສາລີ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານຮອບດ້ານໂດຍຫຍໍ້ ແລະ ພາຍຫຼັງທີ່ໄດ້ຮັບຟັງການລາຍງານແລ້ວ ທ່ານ ອ່ອນຈັນ ມະນີວັນ ພ້ອມດ້ວຍຄະນະກໍໄດ້ຮ່ວມກັນປຶກສາຫາລື, ແລກປ່ຽນບົດຮຽນ ແລະ ປະສົບການໃນວຽກງານດ້ານຕ່າງ ຂອງອົງການໄອຍະການປະຊາຊົນ ແຂວງຜົ້ງສາລີ ຊຶ່ງທ່ານໄດ້ຍົກບາງວຽກຈຸດສຸ່ມທີ່ເຮັດບໍ່ທັນໄດ້ດີ ຊຶ່ງອົງການໄອຍະການປະຊາຊົນແຂວງຜົ້ງສາລີ ແລະ ອົງການໄອຍະການປະຊາຊົນພາກເໜືອ ຈະຕ້ອງຮ່ວມກັນເພີ່ມທະວີໃນການເຄື່ອນໄຫວຊຸກຍູ້ໃຫ້ແຂງແຮງກວ່າເກົ່າ.

       ຈາກນັ້ນ, ທ່ານ ອ່ອນຈັນ ມະນີວັນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານດ້ານດີທີ່ອົງການໄອຍະການປະຊາຊົນ ແຂວງຜົ້ງສາລີ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານໄດ້ມີຄໍາເຫັນຊີ້ນໍາໃຫ້ຄະນະນໍາ, ອົງການໄອຍະການປະຊາຊົນແຂວງຜົ້ງສາລີ ຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ, ຍົກສູງຄວາມເປັນແບບຢ່າງນໍາໜ້າທີ່ດີຂອງພະນັກງານນໍາພາ, ພັດທະນາຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ເອົາໃຈໃສ່ຄົ້ນຄວ້າຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິ ສະບັບເລກທີ 112 ຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນການຍຸຕິທຳ ເຂົ້າສູ່ຂະບວນການວຽກງານຕົວຈິງໃນຄວາມຮັບຜິດຊອບຂອງຕົນ, ປະສານສົມທົບແໜ້ນກັບອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ ປກສ ແລະ ພາກສ່ວນກ່ຽວຂ້ອງ ເພື່ອປຶກສາຫາລື ແລະ ແກ້ໄຂບັນຫາທີ່ເກີດຂື້ນໃນຄວາມຮັບຜິດຊອບ, ເອົາໃຈໃສ່ຕິດຕາມ, ກວດກາການນຳໃຊ້ມາດຕະການສະກັດກັ້ນໃຫ້ຖືກຕ້ອງ, ສຸມໃສ່ແກ້ໄຂສະພາບການກັກຂັງຜູ້ຖືກຫາເກີນກໍານົດ, ສູ້ຊົນຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມວຽກງານຕິດຕາມກວດກາທົ່ວໄປຄັ້ງທີ 01 ເຂົ້າສູ່ວຽກງານຕົວຈິງເປັນຕົ້ນແມ່ນການເພີ່ມທະວີວຽກງານຕິດຕາມກວດກາ ການປະຕິບັດຄໍາຕັດສິນຂອງສານ ແລະ ນິຕິກຳຂອງບັນດາບ້ານທີ່ຂຶ້້ນກັບຂອບເຂດຕົນຮັບຜິດຊອບເພື່ອໃຫ້ສອດຄ່ອງຕາມກົດໝາຍ; ເອົາໃຈໃສ່ຄົ້ນຄວ້າປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບວຽກງານໃນໄລຍະໃໝ່ ບົນພື້ນຖານປະຕິບັດຕາມຕາມຫຼັກການລວມສູນປະຊາທິປະໄຕ, ມີການປຶກສາຫາລື ເປັນໝູ່ຄະນະ, ຂັ້ນລຸ່ມຂຶ້ນກັບຂັ້ນເທິງ, ບຸກຄົນຂຶ້ນກັບການຈັດຕັ້ງ ແລະ ມີການມອບໝາຍໜ້າທີ່ໃຫ້ບຸກຄົນຮັບຜິດຊອບຢ່າງຊັດເຈນ, ເພີ່ມທະວີເຮັດວຽກງານກວດກາພັກເພື່ອປ້ອງກັນເຫດໃຫ້ແຂງແຮງກວ່າເກົ່າ, ເອົາໃຈໃສ່ບູລະນະກົງຈັກການຈັດຕັ້ງ ແລະ ບໍາລຸງສ້າງພະນັກງານ ເພື່ອສືບທອດປ່ຽນແທນໃຫ້ເປັນລະບົບ, ແນ່ໃສ່ເຮັດໃຫ້ວຽກງານໄອຍະການປະຊາຊົນຢູ່ຂັ້ນຮາກຖານ ມີຄວາມເຂັ້ມແຂງໃນທຸກໆດ້ານ.

 

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ