ໜ້າຫຼັກ / ການເຄື່ອນໄຫວ / ໂຮງຮຽນການເມືອງການປົກຄອງແຂວງຜົ້ງສາລີສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 30 ປີ.

ໂຮງຮຽນການເມືອງການປົກຄອງແຂວງຜົ້ງສາລີສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 30 ປີ.

04 Oct 2024 | ແສງຄຳ ສາລີວັນ |

ໂຮງຮຽນການເມືອງການປົກຄອງແຂວງຜົ້ງສາລີສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 30 ປີ.

        ຕອນເຊົ້າຂອງວັນທີ 3 ຕຸລາ 2024 ນີ້, ໂຮງຮຽນການເມືອງການປົກຄອງແຂວງຜົ້ງສາລີ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 30 ປີ (7 ຕຸລາ 1994 - 7 ຕຸລາ 2024 ) ຢ່າງເປັນທາງການ ເຊິ່ງໄດ້ຈັດຂຶ້ນຢູ່ທີ່ສະໂມສອນໂຮງຮຽນດັ່ງກ່າວໂດຍການເຂົ້າຮ່ວມຂອງ ທ່ານ ປະລິນຍາເອກ ຈັນສີ ແສງສົມພູ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງການປົກຄອງແຂວງຜົ້ງສາລີ, ມີບັນດາຄູອາຈານ, ນັກສຶກສາລະບົນຂັ້ນກາງຮຸ່ນທີ II ແລະ ຂັ້ນຕົ້ນຮຸ່ນທີ I ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

        ໃນພິທີ, ທ່ານ ປະລິນຍາເອກ ຈັນສີ ແສງສົມພູ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງການປົກຄອງແຂວງຜົ້ງສາລີ ໄດ້ໃຫ້ກຽດເລົ່າຄືນມູນເຊື້ອວັນຄູແຫ່ງຊາດຄົບຮອບ 30 ປີເຊິ່ງທ່ານ ໄດ້ຍົກໃຫ້ເຫັນພາລະບົດບາດຄວາມເປັນຄູລວມທັງການພັດທະນາຍຄູແຕ່ລະໄລຍະໃຫ້ມີຄູນນະພາບ, ເຊິ່ງຍາມໃດພັກ-ລັດຖະບານກໍ່ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານການສຶກສາຄູ ແລະ ຖືເອົາຄູສອນເປັນກົກໃນການຍົກສູງຄຸນນະພາບຂອງການສຶກສາ ກໍ່ຄື ການພັດທະນາຊັບພະຍາກອນມະນຸດຄູໄດ້ມີບົດບາດສໍາຄັນໃນການສ້າງອະນາຄົດໃຫ້ຄົນແຕ່ລະຫຸ່ນ ໃນພາລະກິດສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ຈົນຖືກສັງຄົມຂະໜານນາມວ່າ: ຄູແມ່ນແມ່ພິມຂອງຊາດ, ຄູແມ່ນວິສາວະກອນແຫ່ງດວງວິນຍານ, ຄູແມ່ນຜູ້ທີ່ມີຄວາມຮູ້ ແລະ ປະສົບການທີ່ສາມາດຖ່າຍທອດໃຫ້ຄົນອື່ນ, ຄູຄືຜູ້ນໍາພາການປ່ຽນແປງໃໝ່ ແລະ ອື່ນໆ. ພ້ອມນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນເຖິງວັນປະຫວັດສາດນັ້ນກໍ່ຄືວັນທີ 7 ຕຸລາ ເປັນວັນຄູແຫ່ງຊາດ ເປັນວັນປະຫວັດສາດວັນໜຶ່ງຂອງປະຊາຊົນບັນດາເຜົ່າກໍ່ຄືຄູ-ອາຈານທີ່ມີພັນທະສິດສອນເພື່ອສ້າງພາລະກິດໃນປະຫວັດສາດທຸກຍຸກສະໄໝໃຫ້ກາຍເປັນຊັບພະຍາກອນທີ່ດີ ແລະ ເປັນທຶນຮອນອັນປະເສີດຂອງຊາດ ສ່ວນວ່າວັນປະຫັວດສາດທີ່ມາຂອງວັນທີ 7 ຕຸລານັ້ນໄດ້ຖືເອົາວັນທີ່ນາຍຄູຄໍາໄດ້ເຂົ້າເປັນນາຍຄູມື້ທໍາອິດຂອງຄົນລາວໃນຍຸກຝຣັ່ງເຂົ້າມາປົກຄອງ ແລະ ເປັນຜູ້ທໍາອິດຂອງຄົນລາວ ພາຍຫຼັງໄດ້ຝຶກອົບຮົມເປັນຄູເລັ່ງລັດ ສໍາລັບຜູ້ທີ່ໄດ້ຮຽນຈົບຂັ້ນປະຖົມສຶກສາ ແລະ ນາຍແປພາສາຝຣັ່ງໃນວັນທີ 7 ຕຸລາ 1907   ເພາະສະນັ້ນຈຶ່ງໄດ້ຖືເອົາວັນທີ 7 ຕຸລາເປັນວັນຄູແຫ່ງຊາດ ໃນ ສປປ ລາວ ເພື່ອເປັນການຍ້ອງຍໍສັນລະເສີນຜົນງານຂອງພະນັກງານ, ຄູ-ອາຈານ ແລະ ບຸກຄົນທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນພາລະກິດຂອງວຽກງານການບໍລິຫານ ແລະ ການພັດທະນາບຸກຄະລາກອນ. ຈາກນັ້ນຕາງໜ້ານັກສຶກສາໄດ້ຂຶ້ນຜ່ານສານອວຍພອນຄູເນື່ອງໃນວັນຄູແຫ່ງຊາດ.

     ໃນໂອກາດອັນມີຄວາມໝາຍຄວາມສຳຄັນນີ້ ນັກສຶກສາລະບົນຂັ້ນກາງ, ຂັ້ນຕົ້ນ ໄດ້ມອບຂອງຂວັນໃຫ້ຄູອາຈານເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງຄູ ແລະ ມອບຊຸດກິລາໃຫ້ກັບຄູອາຈານ ແລະ ນັກສຶກສາຕື່ມອີກ. ພ້ອມທັງສ້າງຂະບວນການແຂ່ງຂັນກິລາບານເຕະມິດຕະພາບລະຫ່ວາງຄູອາຈານ ແລະ ນັກສຶກສາລະບົນຂັ້ນກາງ, ຂັ້ນຕົ້ນ ຢ່າງມີຂະບວນການຟົດຟື້ນຕື່ມອີກ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ