ໜ້າຫຼັກ / ການເຄື່ອນໄຫວ / ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

08 Oct 2024 | ແສງຄຳ ສາລີວັນ |

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

        ຕອນເຊົ້າຂອງວັນທີ 8 ຕຸລາ 2024 ນີ້, ທີ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ ຄື: ບ້ານເປີຢີນຊ່າງເກົ່າ, ບ້ານເປີຢີນຊ່າງໃໝ່ ແລະ ບ້ານຈາຄຳແດງ ຂອງບໍລິສັດ ແອວບີຈີ ດີວີລົບເມັ້ນ 2 ຈຳກັດຜູ້ດຽວ ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ອານຸພາບ ສຸຈັນ ຮອງເຈົ້າເມືອງໆຜົ້ງສາລີ, ຜູ້ຊີ້ນຳຂົງເຂດເສດຖະກິດຂັ້ນແຂວງ, ມີທ່ານ ສະຖາພອນ ດວງຕາວັນ ຮອງຫົວກົມຄຸ້ມຄອງບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່, ມີທ່ານ ພອນໄຊ ສີສົມບັດ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ນາຍບ້ານ, ບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

         ໃນກອງປະຊຸມທ່ານ ອາຄົມ ໄຊລາດ ຮອງຫົວໜ້າພະແນກຂຸດຄົ້ນບໍ່ແຮ່, ກົມຄຸ້ມຄອງບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຂຶ້ນນຳສະເໜີເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ເຊິ່ງບໍລິສັດ ແອວບີຈີ ດີວີລົບເມັ້ນ ຈຳກັດຜູ້ດຽວ ໄດ້ເຊັນສັນຍາກັບ ລັດຖະບານ ວ່າດ້ວຍການ ຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ເຂດບ້ານເປີຢືນຊ່າງເກົ່າ, ບ້ານເປີຢືນຊ່າງໃໝ່ ແລະ ບ້ານຈາ ຄໍາປາ, ເມືອງຜົ້ງສາລີ, ແຂວງຜົ້ງສາລີ ສະບັບລົງວັນທີ 27 ກຸມພາ 2024, ລວມອາຍຸສັນຍາ 13 ປີ; ໃນນັ້ນ ໄລຍະກໍ່ສ້າງ 1 ປີ, ຂຸດຄົ້ນ 11 ປີ, ປິດບໍ່ແຮ່ ແລະ ການຟື້ນຟູເນື້ອທີ່ 1 ປີ ແລະ ໄລຍະຕິດຕາມພາຍຫຼັງການປິດບໍ່ແຮ່ ໂດຍອີງໃສ່ຜົນຄວາມຄືບໜ້າໃນການບັນລຸເງື່ອນໄຂ ການສໍາເລັດສົມບູນຕາມທີ່ໄດ້ກຳນົດໃນແຜນການປິດບໍ່ແຮ່ສະບັບສຸດທ້າຍ. ຈາກນັ້ນໄດ້ ສ້າງຕັ້ງເປັນ ບໍລິສັດ ແອວບີຈີ ດີວີລົບເມັ້ນ 2 ຈຳກັດຜູ້ດຽວ ຕາມໃບອະນຸຍາດລົງທຶນ ຂອງກະຊວງແຜນການ ແລະ ການລົງທຶນ ລົງວັນທີ 05/4/2024. ສຳລັບເນື້ອໃນສັນຍາສໍາປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ເຂດບ້ານເປີຢືນຊ່າງເກົ່າ, ບ້ານເປີຢືນຊ່າງໃໝ່ ແລະ ບ້ານຈາຄໍາປາ, ເມືອງຜົ້ງສາລີ, ແຂວງຜົ້ງສາລີ, ສະບັບວັນທີ 27 ກຸມພາ 2024 ມີເນື້ອໃນທັງໝົດ 35 ມາດຕາ ໃນນັ້ນມີບັນດາມາດຕາທີ່ສໍາຄັນ ເປັນຕົ້ນແມ່ນ ມາດຕາ 2 ການມອບສິດນໍາໃຊ້ເຂດເນື້ອທີ່ສໍາປະທານ ແລະ ຈຸດປະສົງ. ລັດຖະບານ ມອບສິດໃຫ້ແກ່ບໍລິສັດ ເພື່ອນໍາໃຊ້ເຂດເນື້ອທີ່ສໍາປະທານ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 34 ແລະ ເອກະສານຊ້ອນທ້າຍ ເພື່ອດໍາເນີນການຂຸດຄົ້ນ, ປຸງແຕ່ງແຮ່ທາດ ແລະ ສິດ ທີ່ໄດ້ ກໍານົດໄວ້ໃນສັນຍາສະບັບດັ່ງກ່າວ; ສອງຝ່າຍ (ລັດຖະບານ ກັບ ບໍລິສັດ) ຕົກລົງເຫັນດີວ່າ ບັນດາສິດສໍາປະທານຈະມີຜົນບັງຄັບໃຊ້ ນັບແຕ່ວັນທີ ທີ່ ໄດ້ຮ່ວມລົງນາມ, ຊຶ່ງລວມເຖິງບັນດາສິດໃນການພັດທະນາໃນເຂດສໍາປະທານ ແລະ ການຈັດຕັ້ງປະຕິບັດບັນດາ ກິດຈະກຳອື່ນໆ ຂອງໂຄງການ ແລະ ບັນດາສິດຕ່າງໆ ທີ່ບໍລິສັດໄດ້ຮັບພາຍໃຕ້ສັນຍາສະບັບນີ້ ແລະ ລວມ ເອົາສິ່ງທີ່ໄດ້ລະບຸໄວ້ໃນ ມາດຕາ 6. ເຂດເນື້ອທີ່ສໍາປະທານ ໂຄງການ ນອນຢູ່ໃນ 3 ບ້ານ ຂອງເມືອງຜົ້ງສາລີ ຄື: ບ້ານເປີຢີນຊ່າງເກົ່າ, ບ້ານເປີຢີນຊ່າງໃໝ່ ແລະ ບ້ານຈາຄໍາປາ ມີທັງໝົດ 3 ເຂດ ຄື: ເຂດທີ 01 ມີເນື້ອທີ່: 92 ເຮັກຕາ ຫຼື 0.92 ກິໂລຕາແມັດ; ເຂດທີ 02 ມີເນື້ອທີ່: 52 ເຮັກຕາ ຫຼື 0.52 ກິໂລຕາແມັດ ແລະ ເຂດທີ 03 ມີເນື້ອທີ່: 44 ເຮັກຕາ ຫຼື 0.44 ກິໂລຕາແມັດ ລວມເນື້ອທີ່ທັງໝົດແມ່ນ 188 ເຮັກຕາ.

        ຈຸດປະສົງຂອງການເຜີຍແຜ່ ເນື້ອໃນສັນຍາໃນຄັ້ງນີ້ ເພື່ອເຮັດໃຫ້ ອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ບ່ອນໂຄງການຕັ້ງຢູ່ ມີຄວາມເຂົ້າໃຈ ຕໍ່ໂຄງການ; ເພື່ອເສີມສ້າງການມີສ່ວນຮ່ວມ ຂອງອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນບ່ອນໂຄງການຕັ້ງຢູ່ ເຂົ້າໃນໂຄງການ ຕາມຂອບເຂດສິດ ແລະ ພາລະບົດບາດຂອງຕົນ; ເພື່ອສ້າງຄວາມເຂັ້ມແຂງດ້ານຂອດການປະສານງານ ເຊິ່ງກັນ ແລະ ກັນ; ເພື່ອເຮັດໃຫ້ບໍລິສັດ ດໍາເນີນໂຄງການຂອງຕົນ ມີຄວາມຖືກຕ້ອງ ແລະ ສອດຄ່ອງ ຕາມກົດໝາຍ, ລະບຽບການ, ສັນຍາ ແລະ ຕາມບົດວິພາກເສດຖະກິດ-ເຕັກນິກ/ແຜນການ ທີ່ກຳນົດໄວ້.

        ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມມີຄວາມຮັບຮູ້ເຂົ້າໃຈແຈ້ງ ແລະ ມີຄວາມເປັນເອກະພາບສູງ ໃນຄວາມຮັບ ຜິດຊອບຮ່ວມກັນ ແລະ ກອງປະຊຸມໃນເທື່ອນີ້ປະທານກອງປະຊຸມຍັງໄດ້ມີຄຳເຫັນເຈາະຈີ້ມໃຫ້ບັນດາຜູ້ເຂົ້າຮ່ວມໄດ້ມີການປະກອບຄຳຄິດເຫັນ ຖາມ-ຕອບ ຄຳຊັກຖາມເພື່ອເປັນບ່ອນອີງໃຫ້ທຸກພາກສ່ວນໄດ້ມີການຄົ້ນຄວ້າປຶກສາຫາລືຮ່ວມກັນ ເພື່ອຮັບປະກັນບັນຫາຕ່າງໆໃຫ້ມີຄວາມຮັດກຸມ, ເປັນການປົກປ້ອງສິດຜົນປະໂຫຍດຂອງທຸກຝ່າຍ, ຫຼີກລ່ຽງຜົນກະທົບໃນຕໍ່ໜ້າ ແລະ ຍາວນານ ລວມເຖິງບັນຫາການຊົດເຊີຍດ້ານຕ່າງໆ ແລະ ຄວາມຮັບຜິດຊອບຫຼັງການຂຸດຄົ້ນ, ພ້ອມທັງສ້າງກົນໄກປະສານສົມທົບຊຶ່ງກັນແລະ ກັນ ແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິ່ນໃຫ້ຮັບປະກັນ, ມີປະສິດທິຜົນ ແລະ ອຳນວຍຄວາມສະດວກໃນການດຳເນີນການຈັດຕັ້ງປະຕິບັດການຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກ ໃນເທື່ອນີ້ໄດ້ດຳເນີນການຈັດຕັ້ງປະຕິບັດໃຫ້ມີການຄຸ້ມຄອງຖືກທິດ ແລະ ຖືກລະບຽບກົດໝາຍກໍຄືນະໂຍບາຍຂອງພັກ - ລັດ ໂດຍການເປັນເຈົ້າການຂອງທຸກພາກສ່ວນເພື່ອຮັບປະກັນໃຫ້ໄດ້ 3 ຜົນປະໂຫຍດຄື: ປະຊາຊົນຂົງເຂດໂຄງການໄດ້ຮັບການພັດທະນາ, ລັດໄດ້ຮັບຜົນປະໂຫຍດ ແລະ ບໍລິສັດຕ້ອງມີຜົນກຳໄລ ແລະ ພ້ອມກັນນຳເອົາເນື້ອໃນຈິດໃຈຂອງສັນຍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

( ພາບ-ຂ່າວ: ແສງຄຳ ສາລີວັນ )

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ

ການເມືອງ

ກອງບັນຊາການທະຫານເມືອງຂວາ ປິດຊຸດອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ

  • 08 Oct 2024
  • ທອງໄຊ ແສງອຸດົມ

ກອງບັນຊາການທະຫານເມືອງຂວາ...

ອ່ານເພີ່ມ