ໜ້າຫຼັກ / ການເຄື່ອນໄຫວ / ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

08 Oct 2024 | ທອງໄຊ ແສງອຸດົມ |

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

      ໂດຍອີງຕາມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ໝວດທີ VI ມາດຕາ 31 ວ່າດ້ວຍສະໄໝກອງປະຊຸມຄະນະພັກຮາກຖານ, ໜ່ວຍພັກຮາກຖານ ແລະ ໜ່ວຍພັກທີ່ຂຶ້້ນກັບຄະນະພັກຮາກຖານ. ໃນຕອນບ່າຍຂອງວັນທີ 02 ຕຸລາ 2024 ນີ້, ຄະນະພັກຮາກຖານຫ້ອງເສນາທິການ ທີ່ຂຶ້ນກັບອົງຄະນະພັກກອງບັນຊາການທະຫານແຂວງຜົ້ງສາລີ, ໄດ້ດໍາເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂັ້ນຂອງຕົນ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ສະຫາຍ ພັນເອກ ຄໍາພອນ ແສນສີວົງສາ ຮອງເລຂາຄະນະພັກຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ມີຄະນະພັກຮາກຖານ, ຄະນະຮັບຜິດຊອບກອງປະຊຸມ, ເລຂາຄະນະພັກຮາກຖານອ້ອມຂ້າງແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ.

     ໃນກອງປະຊຸມ ສະຫາຍ ພັນໂທ ບຸນເພັງ ແສງສຸລີ ຮອງຫົວໜ້າຫ້ອງການເມືອງ ຄະນະຮັບຜິດຊອບກອງປະຊຸມ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກກອງບັນຊາການທະຫານແຂວງ, ສະບັບເລກທີ 607/ຄຈພ. ກບຊກ, ລົງວັນທີ 30 ກັນຍາ 2024 ວ່າດ້ວຍການອະນຸມັດດໍາເນີນກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະພັກຮາກຖານຫ້ອງເສນາທິການ ທີ່ຂຶ້ນກັບອົງຄະນະພັກກອງບັນຊາການທະຫານແຂວງຜົ້ງສາລີ, ຈາກນັ້ນ ສະຫາຍ ພັນເອກ ວິໄລ ແພງສົມເຮືອງ ຄະນະພັກກອງບັນຊາການທະຫານແຂວງ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງເສນາທິການ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ, ພ້ອມທັງຜ່ານບົດລາຍງານການເມືອງ 02 ພາກ, ໃນໄລຍະຜ່ານມາຄະນະພັກຮາກຖານຫ້ອງເສນາທິການ ມີພາລະບົດບາດເປັນເສນາທິການໃຫ້ແກ່ອົງຄະນະພັກກອງບັນຊາການທະຫານແຂວງໃນການປະສານງານວຽກງານປິ່ນອ້ອມຕ່າງໆທັງສາຍຕັ້ງ ແລະ ສາຍຂວາງ, ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ສ້າງທ່າສະໜາມສົງຄາມປະຊາຊົນຕິພັນກັບແນວທາງປກຊ-ປກສທົ່ວປວງຊົນຮອບດ້ານຂອງພັກ ລົງກໍ່ສ້າງຮາກຖານການເມືອງຢູ່ບັນດາກອງຮ້ອຍທະຫານຮາບ, ກອງຮ້ອຍທະຫານຊາຍແດນ ແລະ ໝູ່ບ້ານປະຊາຊົນບັນດາເຜົ່າ ໃນຂອບເຂດຄະນະພັກຮາກຖານຮັບຜິດຊອບຕາມທິດຈຸດສຸມຂອງແຂວງ, ຂອງກອງບັນຊາການທະຫານແຂວງ ແລະ ການມອບໝາຍໃຫ້ກົມກອງ ໂດຍຖືເອົາການໂຄສະນາສຶກສາອົບຮົມແນວທາງ ປກຊ-ປກສ ໃຫ້ເປັນໜ້າທີ່ຄວາມຮັບຜິດຊອບທົ່ວປວງຊົນກໍ່ສ້າງກໍາລັງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ພ້ອມທັງເຮັດໃຫ້ພະນັກງານ, ສະມາຊິກພັກ ນາຍ ແລະ ພົນທະຫານ, ພໍ່ແມ່ປະຊາຊົນບັນດາເຜົ່າ ມີຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານດ້ວຍຄວາມຊື່ສັດບໍລິສຸດ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ເປັນກໍາລັງຫຼັກແຫຼ່ງ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຂອງກອງບັນຊາການທະຫານແຂວງຜົ້ງສາລີ, ຂອງກົມກອງ ແລະ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ວຽກງານກໍ່ສ້າງພັກຄະນະພັກຮາກຖານຫ້ອງເສນາທິການ ໄດ້ຍຶດໝັ້ນການກໍ່ສ້າງພັກ, ຕາມ 5 ຫຼັກການ 3 ທິດນໍາຂອງພັກຢ່າງສະເໝີຕົ້ນສະເໝີປາຍ, ເຮັດໃຫ້ກົມກອງມີການຂະຫຍາຍຕົວ ແລະ ຮັບປະກັນຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ. ຕິດຕາມເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຕາມການຊີ້ນໍາຂອງອົງຄະນະພັກກອງບັນຊາການທະຫານແຂວງ, ໃນໄລຍະ 05 ປີຜ່ານມາຄະນະພັກຮາກຖານຫ້ອງເສນາທິການ ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ເພື່ອສ້າງໃຫ້ພະນັກງານສະມາຊິກພັກກາຍເປັນກໍາລັງແຮງທີ່ມີຄວາມສັດດຊື່, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ມີສະຕິຕື່ນຕົວປະຕິບັດມະຕິ, ຄໍາສັ່ງຕ່າງໆ,ເປັນຕົ້ນແມ່ນປະຕິບັດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບວາງອອກໃຫ້ເຂັ້ມງວດ, ວຽກງານປັບປຸງກໍ່ສ້າງກໍາລັງໄດ້ຖືເອົາການສຶກສາອົບຮົມການເມືອງແນວຄິດສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານໂດຍການນໍາເອົາແນວທາງ ເຊື່ອມຊຶມກໍາແໜ້ນມະຕິ XI ຂອງສູນກາງ, ມະຕິ XI ຂອງແຂວງ, ມະຕິ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິ V ຂອງອົງຄະນະພັກກອງບັນຊາການທະຫານແຂວງ ກໍ່ຄືມະຕິຂອງຄະນະພັກຮາກຖານ, ມາເຜີຍແຜ່ ແລະ ມາຈັດຕັ້ງເຊື່ອມຊຶມ, ໃຫ້ພະນັກງານ-ສະມາຊິກພັກ, ນາຍ ແລະ ພົນທະຫານໃນທົ່ວກົມກອງໄດ້ 31 ຄັ້ງ, ໜ່ວຍພັກໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 15 ໃບ, ເຊື່ອມຊຶມກົດໝາຍ 6 ຄັ້ງ, ໄດ້ຮັບໃບຍ້ອງຍໍແຕ່ລະຂັ້ນມີ 135 ສະຫາຍ, ຈັດຕັ້ງປະຕິບັດວຽກງານອົບຮົມ-ຫັດແອບວິຊາສະເພາະການທະຫານ 4 ຊຸດ, ທິດທາງລວມ ແລະ ຄາດໝາຍສູ້ຊົນໃນຕໍ່ໜ້າແມ່ນຈະສືບຕໍ່ສຸມໃສ່ເຮັດໃຫ້ສະພາບມີຄວາມສະຫງົບ, ຕັ້ງໜ້າປັບປຸງຕົນເອງທາງດ້ານຄຸນທາດການເມືອງ,​ ຄຸນສົມບັດສິນທໍາປະຕິວັດ, ແບບແຜນນໍາພາບັນຊາ ແລະ ວິທີເຮັດວຽກ, ເພື່ອແນໃສ່ປັບປຸງກໍ່ສ້າງຕາມ 5 ຫຼັກການ 3 ທິດນໍາຂອງພັກ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ, ສຸມໃສ່ການກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນຢ່າງບໍ່ຢັ້ງ. ພ້ອມນັ້ນ ສະຫາຍ ພັນໂທ ນຸດດວງສີວັນ ຄະນະພັກ ກອງບັນຊາການທະຫານແຂວງ, ຮອງຫົວໜ້າຫ້ອງເສນາທິການ ໄດ້ຜ່ານບົດສໍາຫຼວດການນໍາພາຂອງຄະນະພັກຮາກຖານໃນໄລຍະ 5 ຜ່ານມາ ແລະ ຜູ້ແທນກອງປະຊຸມໄດ້ພ້ອມກັນຮັບຮອງເອົາບົດລາຍງານການເມືອງ 02 ພາກ ແລະ ບົດສໍາຫຼວດການນໍາພາລວມ. ຈາກນັ້ນຄະນະຮັບຜິດຊອບກອງປະຊຸມ ໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ສະມັກເລືອກຕັ້ງເຂົ້າເປັນຄະນະພັກຮາກຖານຊຸດໃໝ່ເຊິ່ງມີຜູ້ສະມັກ 7 ສະຫາຍ, ເລືອກເອົາ 5 ສະຫາຍ, ກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາເລຂາຮອງເລຂາຄະນະພັກຮາກຖານຊຸດໃໝ່ ເຊິ່ງກອງປະຊຸມໄດ້ເປັນເອກະສັນເລືອກເອົາ: ສະຫາຍ ພັນເອກ ວິໄລ ແພງສົມເຮື່ອງ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ສົມພັນ ແກ້ວເພັງສີ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ສຸກວັນໄຊ ພົມມະສີ ເປັນຄະນະພັກຮາກຖານ, ສະຫາຍ ພັນໂທ ທອງສາ ໄກຍະສິດ ເປັນຄະນະພັກຮາກຖານ, ສະຫາຍ ພັນໂທ ຄໍາບາຍ ສຸລິວົງ ເປັນຄະນະ ທັງເປັນປະທານກວດກາພັກ, ສະຫາຍ ພັນຕີ ແກ້ວອຸດົມ ສີສົມບັດ ເປັນຮອງປະທານກວດກາ, ແລະ ສະຫາຍ ພັນຕິ ບຸນຍົງ ທິຍະລາດ ເປັນກໍາມະການກວດກາ.

       ໃນກອງປະຊຸມ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ປະທານກອງປະຊຸມ ໄດ້ໂອ້ລົມ, ເຊິ່ງໄດ້ຍ້ອງຍໍຊົມເຊີຍຕໍ່ໝາກຜົນແຫ່ງການນໍາພາຂອງຄະນະພັກຮາກຖານຊຸດເກົ່າທີ່ຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ, ພ້ອມທັງໄດ້ຮຽກຮ້ອງໃຫ້ຄະນະພັກຮາກຖານຊຸດໃໝ່ຈົ່ງເອົາໃຈໃສ່ຍົກສູງການນໍາພາຕາມພາລະບົດບາດ, ສິດໜ້າທີ່, ຄວາມຮັບຜິດຊອບຂອງຕົນ, ສືບຕໍ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານສະມາຊິກພັກເປັນປົກກະຕິເອົາໃຈໃສ່ຊີ້ນໍາ-ນໍາພາແຕ່ລະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານໃຫ້ກາຍເປັນໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນຢ່າງບໍ່ຢຸດຢັ້ງ ແລະ ພ້ອມກັນນໍາເອົາເນື້ອໃນກອງປະຊຸມໃຫຍ່ຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງເທື່ອລະກ້າວ, ໃນກອງປະຊຸມຍັງໄດ້ເຫັນດີເປັນເອກພາບຮັບຮອງເອົາເນື້ອໃນກອງປະຊຸມ ແລະ ຍົກບັດປະຊາມະຕິຮັບຮອງເອົາເລຂາ, ຮອງເລຂາ , ຄະນະພັກຮາກຖານຊຸດໃໝ່ ແລະ ກອງປະຊຸມດັ່ງກ່າວອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ.

 

 

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ກອງບັນຊາການທະຫານເມືອງຂວາ ປິດຊຸດອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ

  • 08 Oct 2024
  • ທອງໄຊ ແສງອຸດົມ

ກອງບັນຊາການທະຫານເມືອງຂວາ...

ອ່ານເພີ່ມ