ໜ້າຫຼັກ / ການເຄື່ອນໄຫວ / ປາຖະກະຖາວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍຄົບຮອບ 74 ປີ

ປາຖະກະຖາວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍຄົບຮອບ 74 ປີ

13 Aug 2024 | ສົມຄິດ |

ພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງສືມວນຊົນ ແລະ ການພິມຈໍາໜ່າຍຄົບຮອບ 74 ປີ (ວັນທີ 13 ສິງຫາ 1950 – 13 ສິງຫາ 2024 ) ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 13 ສິງຫາ 2024 ນີ້ ຢູ່ຫໍວັດທະນະທຳແຂວງ ເທດສະບານເມືອງຜົ້ງສາລີ ໂດຍການເປັນປະທານ ແລະ ຂຶ້ນປາຖະກະຖາຂອງ ທ່ານ ຄຳດີ ວັນມະນີວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ,ເຂົ້າຮ່ວມມີບັນດາທ່ານຫົວໜ້າ-ຮອງຂະແໜງ, ຫົວຫນ້າ-ຮອງກອງວິຊາການ ແລະ ພະນັກງານລັດຖະກອນພາຍໃນພະແນກຖະແຫລງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງເຂົ້າຮ່ວມ.
ໃນພິທີ ທ່ານ ຄຳດີ ວັນມະນີວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ກໍ່ໄດ້ຂຶ້ນເລົ່າປະຫວັດ ແລະ ການກໍາເນີດເຕີບໃຫຍ່ ຂະຫຍາຍຕົວຂອງສື່ມວນຊົນ ແລະ ການພິມຈໍາໜ່າຍ ເຊິງທ່ານໄດ້ຍົກໃຫ້ເຫັນໃນຕະຫຼອດໄລຍະແຫ່ງການນໍາພາຂອງຂະບວນການຕໍ່ສູ້ປົດປ່ວຍຊາດ,ຍາດເອົາເອກະລາດແຫ່ງຊາດ ແລະ ອິດສະຫຼະພາບສູ່ປະຊາຊົນກໍ່ຄືໄລຍະ 49 ປີແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພັກປະຊາຊົນລາວຍາມໃດກໍ່ຖືເອົາວຽກງານໂຄສະນາສຶກສາອົບຮົມຂົນຂວາຍ ແລະ ຈັດຕັ້ງປະຊາຊົນເປັນເວທີປະຕິບັດອັນໜຶ່ງໃນນັ້ນສື່ມວນຊົນ ແລະ ການພິມຈໍາໜ່າຍ, ເຊິງເປັນອາວຸດອັນຄົມແຫຼມຂອງພັກໃນການຕໍ່ສູ້ສະໜາມຮົບການເມືອງ-ແນວຄິດພາຍໃຕ້ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ສົມກຽດ, ພັກເຮົາໄດ້ຮຽກໂຮມຜູ້ແທນ ທີຕາງໜ້າໃຫ້ກໍາລັງປະກອບອາວຸດ,ອົງການຈັດຕັ້ງມະຫາຊົນ,ສາສະໜາ ແລະ ປະຊາຊົນລາວບັນດາເຜົ່າຈາກເຂດຕໍ່ຕ້ານ ແລະ ເຂດປົກຄອງເຂົ້າຮ່ວມກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດໃນວັນທີ 13 ສິງຫາ 1950 ກອງປະຊຸມໄດ້ຕົກລົງສ້າງຕັ້ງແນວລາວອິດສະຫຼະ ແລະ ລັດຖະບານຕໍ່ຕ້ານໂດຍມີສະເດັດເຈົ້າສຸພານຸວົງ ເປັນປະທານແນວລາວອິດສະຫຼະ ແລະ ນາຍົກລັດຖະມົນຕີຂອງລັດຖະບານລາວຕໍ່ຕ້ານ ໃນມື້ດຽວກັນນັ້ນກອງປະຊຸມໄດ້ຕົກລົງສ້າງຕັ້ງໜັງສືພິມປະຕິວັດຂອງຕົນຂຶ້ນໂດຍໃຊ້ຊື່ວ່າ “ໜັງສືພິມ ລາວອິດສະຫຼະ” ເຊີງຕະຫຼອດໄລຍະຜ່ານມາ ສື່ມວນຊົນລາວໄດ້ປະກອບສວ່ນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງຕັ້ງໜ້າພັດທະນາເຕີບໃຫຍ່ຂະຫຍາຍຕົວຈົນເຖິງປະຈຸບັນ.
ສຳລັບສື່ມວນຊົນແຂວງຜົ້ງສາລີແມ່ນກຳເນີດຂື້ນໃນຊຸມປີ1968 ຢູ່ທີ່ເມືອງຂວາເປັນຕົ້ນມາ ເວລານັ້ນແມ່ນສ້າງເປັນໃບຂ່າວ, ຈາກນັ້ນໄດ້ມີລະບົບໂທລະໂຄ່ງ ໂດຍປະກອບສວ່ນໃນການຕໍ່ສູ້ປົດປ່ອຍຊາດ ແລະ ພັດທະນາແຂວງຜົ້ງສາລີ , ມາຮອດວັນທີ 20 ທັນວາ 1996 ໄດ້ສ້າງຕັ້ງສະຖານີວິທະຍຸ-ໂທລະພາບຂອງແຂວງ, ປະຈຸບັນແມ່ນໄດ້ມີສື່ອອນລາຍ ເຊີງທັງໝົດນັ້ນລ່ວນແຕ່ເຮັດໜ້າທີ່ເປັນກະບອກສຽງຂອງພັກ-ລັດ ເພື່ອຜັນຂະຫຍາຍແນວທາງຂອງພັກ, ລະບຽບ ກົດໝາຍ ຂອງລັດ ກໍ່ຄື່ແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ, ພ້ອມທັງກະຈາຍຂໍ້ມູນຂ່າວສານ, ສາລະຄວາມຮູ້, ສາລະບັນເທີງ ໃຫ້ປະຊາຊົນໃນທົ່ວສັງຄົມ. ພ້ອມທັງຍົກໃຫ້ເຫັນຜົນງານຂອງວຽກງານສື່ມວນຕົນແຂວງຜົ້ງສາລີ ໃນໄລຍະ6 ເດືອນຕົ້ນປີ2024ຕື່ມອີກ.
ເຊີງຍາມໃດສື່ມວນຊົນລາວກໍ່ເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບໃນການນໍາພາຮາງສຽງສັງຄົມ,ສ້າງຄວາມຮັບຮູ້ຄວາມເຂົ້າໃຈໃຫ້ປະຊາຊົນຢ່າງຖືກຕ້ອງວອງໄວເປັນລະບົບ ແລະ ຕໍ່ເນື່ອງດັ່ງນັ້ນສາມາດເວົ້າໄດ້ເວົ້າໄດ້ວ່າສື່ມວນຊົນ ແລະ ການພິມຈໍາໜ່າຍມີຜົນງານທີ່ພົ້ນເດັ່ນຫຼາຍດ້ານໃນການຮັບໃຊ້ໜ້າທີ່ການເມືອງຮັບປະກັນການເປັນກະບອກສຽງຂອງພັກ-ລັດເປັນຢ່າງດີ ແລະ ຍັງສາມາດຮັກສາມູນເຊື້ອອັນດີງາມຂອງຕົນໃນການເປັນຜູ້ນໍາສະເໜີເປັນຂົວຕໍ່ໃຫ້ພັກກັບປະຊາຊົນໃນການສະແດງຄວາມຄິດເຫັນທີສ້າງສັນ ແລະ ສ້າງຄວາມຮັບຮູ້ຄວາມເຂົ້າໃຈທີຖືກຕ້ອງພ້ອມທັງສາມາດເຊື່ອມໂຍງທັງພາກພື້ນ ແລະ ສາກົນເວົ້າລວມເວົ້າສະເພາະໄດ້ສຶບຕໍ່ພັດທະນາວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍໃຫ້ຫັນໄປສູ່ຄຸນນະພາບທັນສະໄໝເທື່ອລະກ້າວ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຈາກພັກ-ລັດ ແລະ ປະຊາຊົນຢ່າງໜັກແໜ້ນຕື່ມອີກ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ