ໜ້າຫຼັກ / ການເຄື່ອນໄຫວ / ກອງບັນຊາການທະຫານເມືອງຂວາ ປິດຊຸດອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ

ກອງບັນຊາການທະຫານເມືອງຂວາ ປິດຊຸດອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ

08 Oct 2024 | ທອງໄຊ ແສງອຸດົມ |

ກອງບັນຊາການທະຫານເມືອງຂວາ ປິດຊຸດອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ

ຕອນເຊົ້າຂອງວັນທີ 3 ຕຸລາ 2024 ນີ້, ຢູ່ທີ່ສະໜາມບິນຂອງເມືອງຂວາ, ແຂວງຜົ້ງສາລີ, ກອງບັນຊາການທະຫານເມືອງຂວາ ໄດ້ຈັດປິດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ໂດຍການໃຫ້ເຂົ້າຮ່ວມເປັນປະທານຂອງ ສະຫາຍ ພອນທະວີ ໄຊມົນຕີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ ປະທານ ປກຊ-ປກສ, ຂັ້ນເມືອງ ມີຄະນະພັກ-ຄະນະບັນຊາ, ມີບັນດາທ່ານການນໍາພັກລັດຂັ້ນເມືອງ, ແຂກເຊີນ, ນາຍ ແລະ ພົນທະຫານເຂົ້າຮ່ວມ.

ສະຫາຍ ພັນຕີ ທອງດີ ແກ້ວມະນີ ຫົວໜ້າຂະແໜງອົບຮົມ ໄດ້ຂຶ້ນຜ່ານຜົນໄດ້ຮັບໃນການຝຶກແອບ ແລະ ຈັດຕັ້ງປະຕິບັດຕົວຈິງສາມາດຄິດໄລເປັນເປີເຊັນຄືພາກການ ເມືອງ ສະເລ່ຍລວມໄດ້ 89,45%, ພາກພະລາທິການໄດ້ 87,07%, ພາກເຕັກນິກໄດ້ 87,07%, ພາກລະບຽບງົດງາມໄດ້ 91,21%, ພາກກິລາການທະຫານໄດ້ 82,44%, ພາກສິນລະປະຍຸດ 91,21%,, ພາກຍຸດທະວິທີໄດ້87,71, ພາກວິຊາສະເພາະໄດ້ 85,95% ສະເລ່ຍຜົນການອົບ ຮົມ-ຫັດແອບທັງໝົດໄດ້ 88,57%, ພ້ອມທັງຜ່ານບົດສະຫຼຸບການອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ-ເຕັກນິກ ແລະ ວິຊາສະເພາະ ໄຕມາດ I ປີ 2024 ຂອງກອງບັນຊາການທະຫານເມືອງຂວາ ໃນໄລຍະອົບຮົມ-ຫັດແອບໃນໄລຍະ 90 ວັນໃຫ້ຮູ້ວ່າ: ຄວາມຮູ້ພື້ນຖານກ່ຽວກັບເລົ່າລົບບັນລຸ 95,77%, ວຽກງານເສນາທິການ 94,5%, ອົບຮົມຂໍ້ກໍານົດ, ລະບຽບຮູບແຖວພິທີການ 97,87%, ພາກກິລາການທະຫານ 91,61%, ພາກສິນລະປະຍຸດ 94,07%, ພາກຍຸດທະວິທີ 91,54%. ຈາກນີ້ ສະຫາຍ ພັນໂທ ບຸນປັນ ໄຊຍະພົນ ຮອງເລຂາຄະນະພັກຮາກຖານ ຫົວໜ້າການທະຫານກອງບັນຊາການທະຫານເມືອງຂວາ ໄດ້ມີຄໍາເຫັນ ແລະ ກ່າວຈຸດປະສົງຂອງພິທີດັ່ງກ່າວເຊິ່ງໄດ້ໃຫ້ຮູ້ວ່າໃນການເປິດຊຸດອົບຮົມ-ຫັດແອບການທະຫານ,ການເມືອງ, ພະລາທິການ ແລະ ເຕັກນິກໃນຄັ້ງນີ້ແມ່ນປະຈໍາໄຕມາດ 2 ຂອງປີ 2024 ເຊິ່ງກໍານົດເວລາຮຽນແມ່ນໃຊ້ເວລາ 90 ວັນເທົ່າກັບ 630ຊົ່ວໂມງມີຈໍານວນພົນທັງໝົດ 89 ສະຫາຍ, ຍິງ 11 ສະຫາຍ. ເຊິ່ງເນື້ອໃນລາຍລະອຽດຂອງບົດ ຮຽນຄື: ວຽກງານການເມືອງ, ວຽກງານການທະຫານ, ຄວາມຮູ້ພື້ນຖານກ່ຽວກັບເຫຼົ່າລົບ, ພາກສິນລະປະຍຸດ, ພາກຍຸດທະວີທີ, ພາກວິຊາສະເພາະ, ພາກພະລາທິການ, ພາກເຕັກນິກ, ພາກລະບຽບງົດງາມ, ພາກກິລາການທະຫານ ທັງນີ້ກໍ່ເພື່ອແນໃສ່ເຮັດໃຫ້ພະນັກງານນັກຮົບກໍາແໜ້ນດ້ານເນື້ອໃນທິດສະດີ, ຫຼັກການ ສົມທົບກັບພຶດຕິກໍາຕົວຈິງ ເພື່ອຍົກລະດັບຄວາມຮູ້ຄວາມສາ ມາດໃນການນໍາໃຊ້ອາວຸດຍຸດໂທປະກອນຂອງກອງທັບສ້າງຄວາມຊໍານິຊໍານານດ້ານສີລະປະຍຸດປະສານສົມທົບກັບຍຸດທະວິທີໃນການກໍ່ສ້າງກໍາລັງປະກອບອາວຸດໃຫ້ເຕີບໃຫຍ່ເຂັ້ມແຂງຮັບປະ ກັນໃນການເຄື່ອນໄຫວສູ້ຮົບໃນສະໜາມຕົວຈິງໃຫ້ໄດ້ຮັບຜົນດີຈາກນັ້ນຜູ້ເຂົ້າຮ່ວມພ້ອມດ້ວຍແຂກທີ່ຖືກເຊີນທັງໝົດໄດ້ມີການຜັດປ່ຽນກັນຍິງລູກປືນແທ້ຕາມທິດສະດີທີ່ໄດ້ຮຽນມາດ້ວຍການໃກ້ສິດຕິດແທດຂອງຄູເຝິກໃນສະໜາມ.

ໃນໂອກາດດັ່ງກ່າວ ສະຫາຍ ພອນທະວີ ໄຊມົນຕີ ປະທານພິທີໄດ້ໂອ້ລົມຕໍ່ພິທີ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາ, ຄູອາຈານ, ນາຍ ແລະ ພົນທະຫານທີ່ອົບຮົມ-ຫັດແອບໄດ້ສໍາເລັດຕາມແຜນການ ແລະ ໄດ້ເນັ້ນໜັກໃຫ້ພະນັກງານຈົ່ງຍົກສູງສະຕິໃນການປະຕິບັດຂໍ້ກໍານົດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ, ກໍາແໜ້ນທາງດ້ານສິນລະປະຍຸດ ຍຸດທະວິທີ, ຍົກສູງການກຽມພ້ອມສູ້ຮົບ ແລະ ນໍາເອົາບົດຮຽນດັ່ງກ່າວໄປນໍາໃຊ້ໃນໜ້າວຽກຕົວຈິງໃຫ້ມີປະສິດທິພົນສູງ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

 

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ