ໜ້າຫຼັກ / ການເຄື່ອນໄຫວ / ກອງຮ້ອຍ 21 ປິດຊຸດອົບຮົມ-ຫັດແອບ ແລະ ປະຕິບັດຍິງລູກປືນແທ້

ກອງຮ້ອຍ 21 ປິດຊຸດອົບຮົມ-ຫັດແອບ ແລະ ປະຕິບັດຍິງລູກປືນແທ້

08 Oct 2024 | ທອງໄຊ ແສງອຸດົມ |

ກອງຮ້ອຍ 21 ປິດຊຸດອົບຮົມ-ຫັດແອບ ແລະ ປະຕິບັດຍິງລູກປືນແທ້

      ໂດຍອີງຕາມຄໍາສັ່ງຂອງກົມໃຫຍ່ເສນາທິການກອງທັບ, ສະບັບເລກທີ 3350/ກສນ, ລົງວັນທີ 20 ທັນວາ 2023 ວ່າດ້ວຍການອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ໃຫ້ບັນດາກົມກອງກໍາລັງຫຼວງ, ກໍາລັງທ້ອງຖິ່ນ ໃນທົ່ວກອງທັບປະຈໍາປີ 2024, ຕອນເຊົ້າຂອງວັນທີ 4 ຕຸລາ 2024 ນີ້, ກອງຮ້ອຍ 21 ທີ່ຂຶ້ນກັບກອງບັນຊາການທະຫານແຂວງຜົ້ງສາລີ, ປະຕິບັດຍິງລູກປືນແທ້, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນໂທ ນຸດ ດວງສີວັນ ຄະນະພັກ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ, ມີສະຫາຍ ພັນໂທ ບຸນໄຊ ສຸລິຄອນ ເລຂາໜ່ວຍພັກຫົວໜ້າການເມືອງກອງຮ້ອຍ 21, ມີພະແນກການທີ່ກ່ຽວຂ້ອງ ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມຢ່າງພ້ອມພຽງ.

      ສະຫາຍ ພັນໂທ ພຸດສະລີ ພັນລະປອນ ຫົວໜ້າພະແນກອົບຮົມ ຫ້ອງເສນາທິການ ກອງບັນຊາການທະຫານແຂວງ, ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງຜົ້ງສາລີ, ສະບັບເລກທີ 616/ກບຊຂ ຜົ້ງສາລີ, ລົງວັນທີ 2 ຕຸລາ 2024, ວ່າດ້ວຍການອະນຸມັດ ໃຫ້ກອງຮ້ອຍ 21 ປິດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈໍາໄຕມາດ II ປີ 2024, ຈາກນີ້ ສະຫາຍ ພັນຕີ ຄໍາເພັດ ເມກອາລຸນ ຮອງເລຂາໜ່ວຍພັກ ຫົວໜ້າການທະຫານກອງຮ້ອຍ 21 ໄດ້ຜ່ານຜົນໄດ້ຮັບໃນການອົບຮົມ-ຫັດແອບ ແລະ ຈັດຕັ້ງປະຕິບັດຕົວໃຫ້ຮູ້ວ່າ: ພາກກິລາການທະຫານໄດ້ 89, 98%, ພາກການເມືອງ 99,98%, ພາກສິນລະປະຍຸດ 99,99%,, ພາກຍຸດທະວິທີໄດ້ 99,99%, ປະຕິບັດຍິງລູກປືນແທ້ 99,99%,ພາກພະລາທິການ 98,98%, ພາກເຕັກນິກໄດ້ 99,98%,  ສະເລຍຜົນໄດ້ຮັບການອົບຮົມ-ຫັດແອບ ລວມ 89,48%.

       ໃນໂອກາດດັ່ງກ່າວ ສະຫາຍ ພັນໂທ ນຸດ ດວງສີວັນ ປະທານພິທີໄດ້ໂອ້ລົມ, ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາ, ຄູອາຈານ, ນາຍ ແລະ ພົນທະຫານທີ່ອົບຮົມ-ຫັດແອບໄດ້ສໍາເລັດຕາມແຜນການ ແລະ ມີຄວາມສະຫງົບປອດໄພ 100%, ໄດ້ເນັ້ນໜັກໃຫ້ພະນັກງານ-ນັກຮົບ ຈົ່ງຍົກສູງສະຕິໃນການປະຕິບັດຂໍ້ກໍານົດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ, ກໍາແໜ້ນທາງດ້ານສິນລະປະຍຸດ ຍຸດທະວິທີ, ຍົກສູງການກຽມພ້ອມສູ້ຮົບ ແລະ ນໍາເອົາບົດຮຽນດັ່ງກ່າວໄປນໍາໃຊ້ໃນໜ້າວຽກຕົວຈິງໃຫ້ມີປະສິດທິພົນສູງ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

 

 

 

 

Share:

ຂ່າວຫຼ້າສຸດ

ການເມືອງ

ແຂວງຜົ້ງສາລີ ເຜີຍແຜ່ເອກະສານ ສຶກສາການເມືອງແນວຄິດ ສຳລັບ ສະມາຊິກພັກ ພະນັກງານ ເພືອດຳເນີນຊີວິດການເມືອງທົ່ວພັກ.

  • 01 May 2025
  • ຂ່າວ: ຍີນໄຊ ສີບຸນເຮືອງ

...

ອ່ານເພີ່ມ

ການເມືອງ

ພະແນກຈະລາຈອນ ປກສ ແຂວງ ຜົ້ງສາລີ ກຽມພ້ອມບໍລິການຄອຍເຫດຕະຫຼອດ 24 ຊົ່ວໂມງ ໄລຍະສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ

  • 09 Apr 2025
  • ນັກຂ່າວ ປກສ ແຂວງ

ພະແນກຈະລາຈອນ ກະກຽມຄວາມພ້ອມຮອບດ້ານ...

ອ່ານເພີ່ມ