ໜ້າຫຼັກ / ການເຄື່ອນໄຫວ / ກອງປະຊຸມເຜີຍແຜ່ເນື້ອໃນສັນຍາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທອງ ແລະ ແຮ່ສັງກະສີ ຢູ່ເຂດບ້ານກຸງຈີ້, ເມືອງຍອດອູ, ແຂວງຜົ້ງສາລີ ຂອງບໍລິສັດ ແອວພີແຊັດ ມາຍນິ້ງ 1 ຈຳກັດຜູ້ດຽວ

ກອງປະຊຸມເຜີຍແຜ່ເນື້ອໃນສັນຍາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທອງ ແລະ ແຮ່ສັງກະສີ ຢູ່ເຂດບ້ານກຸງຈີ້, ເມືອງຍອດອູ, ແຂວງຜົ້ງສາລີ ຂອງບໍລິສັດ ແອວພີແຊັດ ມາຍນິ້ງ 1 ຈຳກັດຜູ້ດຽວ

08 Oct 2024 | ແສງຄຳ ສາລີວັນ |

ເຜີຍແຜ່ເນື້ອໃນສັນຍາ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທອງ ແລະ ແຮ່ສັງກະສີ ຢູ່ເຂດບ້ານກຸງຈີ້, ເມືອງຍອດອູ.

        ຕອນບ່າຍຂອງວັນທີ 8 ຕຸລາ 2024 ນີ້, ທີ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີໄດ້ຈັດກອງປະຊຸມເຜີຍແຜ່ເນື້ອໃນສັນຍາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທອງ ແລະ ແຮ່ສັງກະສີ ຢູ່ເຂດບ້ານກຸງຈີ້, ເມືອງຍອດອູ, ແຂວງຜົ້ງສາລີ ຂອງບໍລິສັດ ແອວພີແຊັດ ມາຍນິ້ງ 1 ຈຳກັດຜູ້ດຽວຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ສົມບູນ ອິນໃຈ ຮອງເຈົ້າເມືອງໆຍອດອູ, ຜູ້ຊີ້ນຳຂົງເຂດເສດຖະກິດຂັ້ນແຂວງ, ມີທ່ານ ສະຖາພອນ ດວງຕາວັນ ຮອງຫົວກົມຄຸ້ມຄອງບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່, ມີທ່ານ ພອນໄຊ ສີສົມບັດ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ນາຍບ້ານ, ບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

         ໃນກອງປະຊຸມທ່ານ ອາຄົມ ໄຊລາດ ຮອງຫົວໜ້າພະແນກຂຸດຄົ້ນບໍ່ແຮ່, ກົມຄຸ້ມຄອງບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຂຶ້ນນຳສະເໜີເຜີຍແຜ່ເນື້ອໃນ ສັນຍາ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທອງ ແລະ ແຮ່ສັງກະສີ ຢູ່ເຂດບ້ານກຸງຈີ້, ເມືອງຍອດອູ ເຊິ່ງບໍລິສັດ ຈະເລີນຊັບ ຍິ່ງຈະເລີນ ຈຳກັດ ໄດ້ເຊັນສັນຍາກັບ ລັດຖະບານ ວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງແຮ່ທອງ ແລະ ແຮ່ສັງກະສີ ຢູ່ເຂດບ້ານກຸງຈີ້, ເມືອງຍອດອູ, ແຂວງຜົ້ງສາລີ ສະບັບ​ລົງວັນທີ 11 ມີນາ 2024, ລວມອາຍຸສັນຍາ 12 ປີ; ໃນນັ້ນ ໄລຍະກໍ່ສ້າງ 1 ປີ, ຂຸດຄົ້ນ 10 ປີ, ປິດບໍ່ແຮ່ ແລະ ການຟື້ນຟູເນື້ອທີ່ 1 ປີ ແລະ ໄລຍະຕິດຕາມພາຍຫຼັງການປິດບໍ່ແຮ່ ໂດຍອີງໃສ່ຜົນຄວາມຄືບໜ້າໃນການບັນລຸເງື່ອນໄຂການສຳເລັດສົມບູນຕາມທີ່ໄດ້ກຳນົດໃນແຜນການປິດບໍ່ແຮ່ສະບັບສຸດທ້າຍ. ຈາກນັ້ນໄດ້ສ້າງຕັ້ງເປັນ ບໍລິສັດ ແອວພີແຊັດ ມາຍນິ້ງ 1 ຈຳກັດຜູ້ດຽວ ຕາມໃບອະນຸຍາດລົງທຶນ ສະບັບເລກທີ 033 ຂອງກະຊວງແຜນການ ແລະ ການລົງທຶນ ລົງວັນທີ 11 ເມສາ 2024. ສຳລັບສັນຍາສໍາປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທອງ ແລະ ແຮ່ສັງກະສີ ຢູ່ເຂດບ້ານກຸງຈີ້, ເມືອງຍອດອູ ແມ່ນມີເນື້ອໃນທັງໝົດ 35 ມາດຕາ ແລະ ມີເນື້ອທີເຂດສຳປະທານ ທັງໝົດ 3 ເຂດ ຄື: ເຂດທີ 01 ມີເນື້ອທີ່: 168 ເຮັກຕາ ຫຼື 1.68 ກິໂລຕາແມັດ; ເຂດທີ 02 ມີເນື້ອທີ່: 64 ເຮັກຕາ ຫຼື 0.64 ກິໂລຕາແມັດ; ເຂດທີ 03 ມີເນື້ອທີ່: 60 ເຮັກຕາ ຫຼື 0.60 ກິໂລຕາແມັດ; ລວມເນື້ອທີ່ທັງໝົດແມ່ນ 292 ເຮັກຕາ.

          ຈຸດປະສົງຂອງການເຜີຍແຜ່ ເນື້ອໃນສັນຍາໃນຄັ້ງນີ້ເພື່ອເຮັດໃຫ້ ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ບ່ອນໂຄງການຕັ້ງຢູ່       ມີຄວາມເຂົ້າໃຈ ຕໍ່ໂຄງການ; ເພື່ອເສີມສ້າງການມີສ່ວນຮ່ວມ ຂອງອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ບ່ອນໂຄງການຕັ້ງຢູ່ ເຂົ້າໃນໂຄງການ ຕາມຂອບເຂດສິດ ແລະ ພາລະບົດບາດຂອງຕົນ; ເພື່ອສ້າງຄວາມເຂັ້ມແຂງດ້ານຂອດການປະສານງານ ເຊິ່ງກັນ ແລະ ກັນ; ເພື່ອເຮັດໃຫ້ບໍລິສັດ ດຳເນີນໂຄງການຂອງຕົນ ມີຄວາມຖືກຕ້ອງ ແລະ ສອດຄ່ອງ ຕາມກົດໝາຍ, ລະບຽບການ, ສັນຍາ ແລະ ຕາມບົດວິພາກເສດຖະກິດ-ເຕັກນິກ/ແຜນການ ທີ່ກຳນົດໄວ້.

          ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມມີຄວາມຮັບຮູ້ເຂົ້າໃຈແຈ້ງ ແລະ ມີຄວາມເປັນເອກະພາບສູງ ໃນຄວາມຮັບຜິດຊອບຮ່ວມກັນ ແລະ ກອງປະຊຸມໃນເທື່ອນີ້ປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມໃຫ້ບັນດາຜູ້ເຂົ້າຮ່ວມໄດ້ມີການປະກອບຄຳຄິດເຫັນ ຖາມ-ຕອບ ຄຳຊັກຖາມເພື່ອເປັນບ່ອນອີງໃຫ້ທຸກພາກສ່ວນໄດ້ມີການຄົ້ນຄວ້າປຶກສາຫາລືຮ່ວມກັນ ເພື່ອຮັບປະກັນບັນຫາຕ່າງໆໃຫ້ມີຄວາມຮັດກຸມ, ເປັນການປົກປ້ອງສິດຜົນປະໂຫຍດຂອງທຸກຝ່າຍ, ຫຼີກລ່ຽງຜົນກະທົບໃນຕໍ່ໜ້າ ແລະ ຍາວນານ ລວມເຖິງບັນຫາການຊົດເຊີຍດ້ານຕ່າງໆ ແລະ ຄວາມຮັບຜິດຊອບຫຼັງການຂຸດຄົ້ນ, ພ້ອມທັງສ້າງກົນໄກປະສານສົມທົບຊຶ່ງກັນແລະ ກັນ ແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິ່ນໃຫ້ຮັບປະກັນ, ມີປະສິດທິຜົນ ແລະ ອຳນວຍຄວາມສະດວກໃນການດຳເນີນການຈັດຕັ້ງປະຕິບັດການຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກ ໃນເທື່ອນີ້ໄດ້ດຳເນີນການຈັດຕັ້ງປະຕິບັດໃຫ້ມີການຄຸ້ມຄອງຖືກທິດ ແລະ ຖືກລະບຽບກົດໝາຍກໍຄືນະໂຍບາຍຂອງພັກ - ລັດ ໂດຍການເປັນເຈົ້າການຂອງທຸກພາກສ່ວນເພື່ອຮັບປະກັນໃຫ້ໄດ້ 3 ຜົນປະໂຫຍດຄື: ປະຊາຊົນຂົງເຂດໂຄງການໄດ້ຮັບການພັດທະນາ, ລັດໄດ້ຮັບຜົນປະໂຫຍດ ແລະ ບໍລິສັດຕ້ອງມີຜົນກຳໄລ ແລະ ພ້ອມກັນນຳເອົາເນື້ອໃນຈິດໃຈຂອງສັນຍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

( ພາບ-ຂ່າວ: ແສງຄຳ ສາລີວັນ )

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ