ໜ້າຫຼັກ / ການເຄື່ອນໄຫວ / ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

10 Oct 2024 | ແສງຄຳ ສາລີວັນ |

            ຕອນເຊົ້າຂອງວັນທີ 9 ຕຸລາ 2024 ນີ້, ທາງພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມແຂວງຜົ້ງສາລີ ຮ່ວມກັບ ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ ໄດ້ຈັດໃຫ້ມີພິທີໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ ໂດຍການເຂົ້າຮ່ວມຂອງທ່ານ ເດດ ຍັນຊະນະ ຮອງຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີທ່ານ ສົມຕຸ້ຍ ດວງຮັກ ອຳນວຍການໂຮງຮຽນ ມໍຕົ້ນພຽງໄຊ, ທ່ານ ນາງ ບົວຫອມ ອຳນວຍການໂຮງຮຽນປະຖົມ ພຽງໄຊ ມີບັນດາທ່ານຄູອາຈານ, ກຸ່ມບ້ານ ແລະ ວິຊາການຈາກພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມແຂວງ ພ້ອມດ້ວຍຫຼານນ້ອຍນັກຮຽນເຂົ້າຮ່ວມຢ່ງຫຼວງຫຼາຍ.

         ທ່ານ ທ່ານ ເດດ ຍັນຊະນະ ຮອງຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ ກ່າວວ່າ: ວຽກງານເຜີຍແຜ່ ຄວາມຮູ້ພື້ນຖານໃນການປົກປັກຮັກສາວຽກງານສິ່ງແວດລ້ອມໃຫ້ແກ່ ຊາວໜຸ່ມ, ເຍົາວະຊົນ ແລະ ປັນຍາຊົນ ແມ່ນເປັນວຽກງານພື້ນຖານອັນໜຶ່ງຈຳເປັນທີ່ຈະຕ້ອງໃຫ້ເດັກນ້ອຍຍຸກໃໝ່ ຮັບຮູ້ ແລະ ເຂົ້າໃຈຫລາຍຂຶ້ນ ຕໍ່ກັບວຽກງານສິ່ງແວດລ້ອມ ໂດຍສະເພາະແມ່ນວຽກ ງານການຄຸ້ມຄອງສິ່ງແວດລ້ອມ ໃຫ້ມີປະສິທິພາບ ແລະ ປະສິດທິຜົນ, ສ້າງມູນຄ່າແກ່ຂີ້ເຫື້ຍອ ແລະ ນໍາໃຊ້ຊັບພະຍາກອນຢ່າງມີຄຸນຄ່າໄປຕາມທິດສີຂຽວ ແລະ ຍືນຍົງ.

         ໃນພິທີ ທາງວິຊາການຈາກພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ນຳສະເໜີ ຄວາມຮູ້ພື້ນຖານກ່ຽວກັບສິ່ງແວດລ້ອມ ແລະ ຫຼັກການການແຍກຂີ້ເຫຍື້ອ. ວິທີການກຳຈັດສິ່ງເສດເຫຼືອ ແລະ ການນຳໃຊ້ຫຼັກການ 3 R, ແນະນໍາວິທີການຖີ້ມຂີ້ເຫຍື້ອໃຫ້ຖືກວິທີ, ຍົກໃຫ້ເຫັນຜົນກະທົບ ແລະອັນຕະລາຍຈາກການຖີ້ມຂີ້ເຫຍື້ອ ຊະຊາຍເປັນຕົ້ນແມ່ນຂີ້ເຫຍື້ອປະເພດປາລາສະຕິກທີ່ມີຕໍ່ຄົນ, ພຶດ ແລະ ສັດຕື່ມອີກ. ຈາກນັ້ນກໍ່ໄດ້ມີການຖາມຕອບກັບນັກຮຽນ ແລະ ຮ່ວມຫລີ້ນກິດຈະກຳແບບມີສ່ວນຮ່ວມກັບຄູອາຈານ ແລະ ນ້ອງນັກຮຽນໃນການແຍກປະເພດຂີ້ເຫຍື້ອຢ່າງ ເຊິ່ງຖັງຂີ້ເຫຍື້ອປະກອບມີ 4 ສີຄື: ສີຂຽວໃສ່ຂີ້ເຫຍື້ອອິນຊີ (ຍ່ອຍສະຫຼາຍໄດ້), ສີເຫຼືອງ ແມ່ນຂີ້ເຫຍື້ອທີ່ສາມາດນຳໄປໃຊ້ໄດ້ (ຂາຍໄດ້), ສີຟ້າ ແມ່ນຂີ້ເຫຍື້ອທົ່ວໄປ (ບໍ່ສາມາດຂາຍໄດ້) ແລະ ສີແດງ ແມ່ນຂີ້ເຫຍື້ອອັນຕະລາຍ (ຫຼອດໄຟ, ປ່ອງສະເປ) ຢ່າງເບິກບານມ່ວນຊື້ນ.

         ຈຸດປະສົງຂອງການລົງໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ ໃນຄັ້ງນີ້ ເພື່ອເຮັດໃຫ້ຄູອາຈານ ແລະ ນັກຮຽນຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມໝາຍຄວາມສຳຄັນ ແລະ ຄວາມຈຳເປັນຂອງການປົກປັກຮັກສາສິ່ງແວດລ້ອມ ແນ່ໃສ່ເພື່ອການມີສ່ວນຮ່ວມຂອງພາກສ່ວນຕ່າງໆ ໃນການປະກອບສ່ວນປົກປັກຮັກສາສິ່ງແວດລ້ອມທາງທຳມະຊາດ, ບັນຫາມົນລະພິດທາງສິ່ງແວດລ້ອມ, ບັນຫາຂີ້ເຫຍື້ອ ແລະ ສິ່ງເສດເຫລືອຕ່າງໆ, ການປົກປັກຮັກສາສິ່ງແວດລ້ອມ, ການແກ້ໄຂບັນຫາດັ່ງກ່າວໃຫ້ມີຄວາມຢືນຍົງ ແລະ ດີຂຶ້ນເທື່ອລະກ້າວ.

         ໃນໂອກາດດັ່ງກ່າວນີ້, ທາງພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມແຂວງຜົ້ງສາລີ ໄດ້ນຳເອົາຈັກຕັດຫຍ້າ 1 ເຄື່ອງ, ກະຕ່າໃສ່ຂີ້ເຫຍື້ອ 5 ໜ່ວຍ, ຕ່າໜາງບານສົ່ງ 1 ຊຸດ, ບານເຕະ 1 ໜ່ວຍ ແລະ ຕົ້ນໄມ້ໃຫ້ໝາກ 25 ຕົ້ນ ແລະ ອຸປະກອນການຮຽນຈຳນວນໜຶ່ງ ລວມມູນຄ່າ 4 ລ້ານກ່ວາກີບ ມອບໃຫ້ກັບ ໂຮງຮຽນ ມໍຕົ້ນ ພຽງໄຊ ຕື່ມອີກ ແລະ ໄດ້ຈັດກິດຈະກຳປູກຕົ້ນໄມ້ກີນໝາກຮ່ວມກັນໄວ້ເປັນທິລະນືກໃຫ້ກັບໂຮງຮຽນດັ່ງກ່າວອີກດ້ວຍ.

( ພາບ-ຂ່າວ: ແສງຄຳ ສາລີວັນ )

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ

ການເມືອງ

ກອງບັນຊາການທະຫານເມືອງຂວາ ປິດຊຸດອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ

  • 08 Oct 2024
  • ທອງໄຊ ແສງອຸດົມ

ກອງບັນຊາການທະຫານເມືອງຂວາ...

ອ່ານເພີ່ມ