ໜ້າຫຼັກ / ການເຄື່ອນໄຫວ / ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

11 Oct 2024 | ແສງຄຳ ສາລີວັນ |

         ໃນວັນທີ 11 ສິງຫາ 2024 ນີ້, ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງຜົ້ງສາລີ ທາງພະແນກສາທາລະນະສຸກໄດ້ຈັດກອງປະຊຸມເຜີຍແຜ່ການປັບປຸງອັດຕາທົດແທນ ແລະ ນະໂຍບາຍຈ່າຍຮ່ວມຂອງປະຊາຊົນ ຜູ້ທີ່ມີເງື່ອນໄຂຈ່າຍ ໃນເວລາໄປໃຊ້ບໍລິການສຸຂະພາບ ຢູ່ສະຖານທີ່ບໍລິ ການປີ່ນປົວຂັ້ນຕ່າງໆ ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງ ໂດຍການເຂົ້າຮ່ວມຂອງທ່ານ ດຣ ບຸນສາລີ ຈິດດາພອນ ຫົວໜ້າພະແນກສາທາລະນະສຸກແຂວງ, ມີທ່ານ ດຣ ບຸນເພັດ ຕັນສຸພັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ດຣ ມິຢາໂນະ ຊ່ຽວຊານທີ່ປືກສາດ້ານນະໂຍບາຍໄຈກາ ( jica) ປະຈໍາກະຊວງສາທາລະນະສຸກ, ມີບັນດາທ່ານພະແນກການກ່ຽວຂ້ອງຂັ້ນແຂວງ, ຫ້ອງການສາທາລະນະສຸກ 7 ເມືອງທົ່ວແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

         ທ່ານ ບຸນເພັດ ຕັນສຸພັນ ກ່າວໄຂກອງປະຊຸມວ່າ: ວຽກງານປະກັນສຸຂະພາບ ແມ່ນວຽກງານໜຶ່ງທີ່ສໍາຄັນ ເຊຶ່ງຍາມໃດພັກ-ລັດຖະບານຂອງພວກເຮົາ ກໍໄດ້ໃຫ້ຄວາມສຳຄັນ,  ໃຫ້ຄວາມເອົາໃຈໃສ່ ແລະ ປັບປຸງດ້ານນະໂຍບາຍໃນແຕ່ລະໄລຍະ ຕໍ່ວຽກງານການປະກັນສຸຂະພາບ ກໍ່ຄືການປິ່ນປົວພະຍາດ ໃຫ້ແກ່ປະຊາຊົນບັນດາເຜົ່າໃນທຸກຊັ້ນຄົນ ເພື່ອໃຫ້ໄດ້ເຂົ້າເຖິງການບໍລິການປິ່ນປົວສຸຂະພາບ ຕາມສະຖານທີ່ບໍລິການຂອງລັດໂດຍທົ່ວໄປ. ໃຫ້ມີຄວາມສະເໝີພາບ, ມີຄວາມຍຸຕິທຳ ແລະ ເປັນວຽກງານໜຶ່ງ ທີ່ນອນຢູ່ໃນແຜນການລົບລ້າງຄວາມທຸກຍາກຂອງລັດຖະບານ ໃຫ້ແກ່ປະຊາຊົນບັນດາ ເຜົ່າ ທີ່ສະພາແຫ່ງຊາດໄດ້ຮັບຮອງ ໃນຕົວຊີ້ວັດທີ 10 ທີ່ນອນໃນ 11 ຄາດໝາຍຕົວຊີ້ວັດ ຂອງຂະແໜງການສາທາລະນະສຸກ ແລະ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ການປັບປຸງອັດຕາທົດແທນ ແລະ ນະໂຍບາຍຈ່າຍຮ່ວມຂອງປະຊາຊົນ ຜູ້ທີ່ມີເງື່ອນໄຂຈ່າຍຮ່ວມໃນເວລາໄປໃຊ້ບໍລິການປີ່ນປົວສຸຂະພາບ ຢູ່ສະຖານທີ່ບໍລິການປົ່ນປົວຂັ້ນຕ່າງໆ ຫຼື ການຈັດຕັ້ງປະຕິບັດນະໂຍບາຍໃໜ່ ຂອງກອງທຶນປະກັນສຸຂະພາບແຫ່ງຊາດ ສະບັບປັບປຸງໃໜ່ ໃຫ້ເປັນເອກະພາບກັນໃນຂອບເຂດທົ່ວປະເທດ.

        ໃນກອງປະຊຸມ ກອງທຶນປະກັນສຸຂະພາບແຫ່ງຊາດ ໄດ້ນຳສະເໜີ ແຈ້ງການ ຂອງກະຊວງສາທາລະນະສຸກ ກ່ຽວກັບການປັບປຸງອັດຕາທົດແທນ ແລະ ນະໂຍບາຍຈ່າຍຮ່ວມຂອງປະຊາຊົນຜູ້ທີ່ມີເງື່ອນໄຂຈ່າຍ ໃນເວລາໄປໃຊ້ບໍລິການປິ່ນປົວສຸຂະພາບ ຢູ່ສະຖານທີ່ບໍລິການຂັ້ນຕ່າງໆ ສະບັບເລກທີ 824/ສທ, ລົງວັນທີ 28 ມິຖຸນາ  ເຊິ່ງໃຫ້ຮູ້ວ່າ: ກອງທຶນປະກັນສຸຂະພາບໄດ້ມີການປັບປຸງຄືນໃໝ່ເປັນຕົ້ນ: ຜ່ານມາທີ່ປະຊາຊົນຈ່າຍເງິນສົມທົບ: ກວດເຂດນອກ 10.000ກີບ, ນອນໂຮງໝໍ 30.000 ກີບ (ລວມທັງຜ່າຕັດໃຫຍ່ ແລະຜ່າ ຕັດກາງ), ເດັກນ້ອຍລຸ່ມ 5 ປີ ທີ່ມານອນໂຮງໝໍ ແລະ ແມ່ຍິງມາເກີດລູກ ຫຼືລຸລູກທຳມະຊາດແມ່ນບໍ່ໄດ້ຈ່າຍເງິນສົມທົບ, ເດັກລຸ່ມ 5 ປີກວດເຂດນອກ(ສຸກເສີນ) ແລະ ແມ່ມານມາຝາກທ້ອງແມ່ນບໍ່ໄດ້ຈ່າຍເງິນສົມທົບ. ຊຶ່ງປັດຈຸບັນທີ່ປະຊາຊົນຈ່າຍເງິນສົມທົບອັດຕາຄ່າບໍລິການ ແລະ ນະໂຍບາຍຈ່າຍຮ່ວມຂອງປະຊາຊົນຜູ້ທີ່ມີເງື່ອນໄຂຈ່າຍ ( ຍົກເວັ້ນສະມາຊິກປະກັນສຸຂະພາບປະກັນສັງຄົມ ແລະ ຜູ້ທຸກຍາກ ) ໂຮງໝໍແຂວງ: ກວດເຂດນອກ 60.000 ກີບ (ບໍ່ມີການກວດເພີ່ມ) ກວດເຂກນອກ 80.000 ກີບ (ມີການກວດເພີ່ມເຊັນ:ເອໂກ.ກວດຍ່ຽວ.ກວດອາຈົມ, ແທກໄຟຟ້າຫົວໃຈ,ກວດເລືອດ ແລະ ຊ່ອງໄຟຟ້າ), ຜ່າຕັດນ້ອຍ 60.000 ກີບ, ນອນໂຮງໝໍ 400.000 ກີບ, ຜ່າຕັດກາງ 800.000 ກີບ,ຜ່າຕັດໃຫຍ່ 1.000.000 ກີບ, ເກີດລູກ 200.000 ກີບ, ຜ່າຕັດເກີດລູກ 800.000 ກີບ, ຟອກໄຂ່ຫຼັງ 400.000 ກີບ ແລະ ສຳລັບໂຮງໝໍເມືອງ (ຂ) ກວດເຂດນອກ 30.000 ກີບ (ບໍ່ມີການກວດເພີ່ມ), ກວດເຂດນອກ 50.000ກີບ (ມີການກວດເພີ່ມເຊັນ:ເອໂກ.ກວດຍ່ຽວ.ກວດອາຈົມ, ແທກໄຟຟ້າຫົວໃຈ,ກວດເລືອດ ແລະ ຊ່ອງໄຟຟ້າ), ຜ່າຕັດນ້ອຍ 30.000 ກີບ, ນອນໂຮງໝໍທົ່ວໄປ 100.000 ກີບ, ນອນໂຮງໝໍເກີດລູກ100.000 ກີບ, ນອນໂຮງໝໍ ( ຜ່າຕັດເກີດລູກ) 500.000 ກີບ. ຊຶ່ງເລີ່ມຈັດຕັ້ງປະຕິບັດແຕ່ວັນທີ່ 1 ສິງຫາ 2024 ເປັນຕົ້ນໄປ. ສຳລັບຜູ້ທຸກຍາກ ເວລາໄປປິ່ນປົວຢູ່ຂັ້ນ ໂຮງໝໍເມືອງ, ໂຮງໝໍແຂວງ ແລະ ໂຮງໝໍຄູ່ສັນຍາສົ່ງຕໍ່ ຈະໄດ້ນະໂຍບາຍຄ່າອາຫານ ຈຳນວນ 60.000 ກີບ/ມື້ ( ສຳລັບຄົນເຈັບ ) ແລະ ຄ່າເດີນທາງກັບບ້ານ 100.000 ກີບ ຕໍ່ 5-10 ກິໂລແມັດ ແລະ 150.000 ກີບ ຕໍ່ 10 ກິໂລແມັດຂຶ້ນໄປ.

         ຈາກນັ້ນບັນດາຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ສຸມໃສ່ຄົ້ນຄວ້າປຶກສາຫາລື, ແລກປ່ຽນບົດຮຽນ ແລະ ປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ເນື້ອໃນຂອງກອງປະຊຸມໃນຄັ້ງນີ້ມີເນື້ອໃນສົມບູນ, ຄົບຖ້ວນ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ເປັນເອກະພາບກັນໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ໄດ້ຮັບຜົນດີ, ມີປະສິດທິພາບ ແລະ ປະສິດທິຜົນສູງ.

( ພາບ-ຂ່າວ: ແສງຄຳ ສາລີວັນ )

 

Share:

ຂ່າວຫຼ້າສຸດ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ

ການເມືອງ

ກອງບັນຊາການທະຫານເມືອງຂວາ ປິດຊຸດອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ

  • 08 Oct 2024
  • ທອງໄຊ ແສງອຸດົມ

ກອງບັນຊາການທະຫານເມືອງຂວາ...

ອ່ານເພີ່ມ