ໜ້າຫຼັກ / ການເຄື່ອນໄຫວ / ສອງສະພາປະຊາຊົນ ແຂວງຜົ້ງສາລີ ແລະ ແຂວງດຽນບ່ຽນ ພົບປະແລກປ່ຽນບົດຮຽນຮ່ວມກັນ.

ສອງສະພາປະຊາຊົນ ແຂວງຜົ້ງສາລີ ແລະ ແຂວງດຽນບ່ຽນ ພົບປະແລກປ່ຽນບົດຮຽນຮ່ວມກັນ.

07 Aug 2024 | ແສງຄຳ ສາລີວັນ |

ຕອນເຊົ້າວັນທີ 06 ສິງຫາ 2024 ນີ້, ຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງຜົ້ງສາລີ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນສະພາປະຊາຊົນ ແຂວງຜົ້ງສາລີ ແຫ່ງ ສປປ ລາວ ກັບ ຄະນະຜູ້ແທນສະພາປະຊາຊົນ ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ຂຶ້ນຢ່າງເປັນທາງການ ເຊິ່ງຝ່າຍແຂວງຜົ້ງສາລີ ນຳໂດຍທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຜົ້ງສາລີ ພ້ອມດ້ວຍຄະນະ ແລະ ຝ່າຍແຂວງດຽນບ່ຽນນຳໂດຍ ທ່ານ ລໍ ວັນ ເຟື່ອງ ກຳມະການປະຈຳພັກແຂວງ, ປະທານສະພາປະຊາຊົນແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ໃນໂອກາດນີ້, ທ່ານ ທອງສີ ເສົາສຸລິພົມ ປະທານສະພາປະຊາຊົນແຂວງຜົ້ງສາລີ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ຂອງຄະນະຜູ້ແທນສະພາປະຊາຊົນແຂວງ ດຽນບ່ຽນ ແຫ່ງ ສສ ຫວຽດນາມ ເພາະເປັນການເສີມຂະຫຍາຍມູນເຊື້ອ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສອງອົງການນິຕິບັນຍັດ ລະຫວ່າງ ແຂວງຜົ້ງສາລີ ກັບແຂວງດຽນບ່ຽນ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ໂອກາດນີ້ທັງສອງຝ່າຍໄດ້ລາຍງານສະພາບຈຸດພິເສດທີ່ຕັ້ງ ແລະ ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ກັນຊາບເຊິ່ງກັນ ແລະ ກັນ, ພ້ອມທັງແລກປ່ຽນບົດຮຽນວຽກງານສະພາປະຊາຊົນແຂວງ ເຊິ່ງໄດ້ນຳສະເໜີເນື້ອໃນ ແລະ ບົດຮຽນ, ປະສົບການ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດເຮັດວຽກງານ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕາມຂອບເຂດສິດ ແລະ ໜ້າທີ່ທີ່ກົດໝາຍກຳນົດໄວ້ ພ້ອມທັງປະກອບຄຳຄິດ, ຄຳເຫັນ ຕໍ່ວຽກງານຕ່າງໆ ຢ່າງກົງໄປ-ກົງມາ, ສ້າງສັນ ເປັນເອກະພາບ ບົນພື້ນຖານຄວາມສາມັນຄີຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເປັນຕົ້ນ: ແມ່ນວຽກງານການຄົ້ນຄວ້າ, ພິຈະລະນາຮັບຮອງເອົາ ດ້ານນິຕິກຳ, ການຕົກລົງບັນຫາທີ່ສຳຄັນຂອງທ້ອງຖິ່ນ, ແລະ ການຕິດຕາມກວດກາ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ທີ່ກຳນົດໄວ້ໃນກົດ ໝາຍຄືບັນຫາການລົງທຶນຂອງພາກລັດ, ເອກະຊົນ ແລະ ການແກ້ໄຂບັນດາຄໍາສະເໜີຂອງພົນລະເມືອງ ແລະ ວຽກງານໂຄງປະກອບ ບຸກລະກອນຂອງສະພາປະຊາຊົນແຂວງ ແນ່ໃສ່ເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ໄດ້ຮັບຜົນສຳເລັດ ແລະ ມີປະສິດທິພາບສູງຂຶ້ນກວ່າເກົ່າ. ນອກຈາກນັ້ນ; ປະທານສະພາປະຊາຊົນແຂວງຜົ້ງສາລີ ຍັງໄດ້ສະ ເໜີໃຫ້ຄະນະຜູ້ແທນ ທັງສອງຝ່າຍ ສືບຕໍ່ພົບປະແລກປ່ຽນບົດຮຽນ ສອງປີຕໍ່ຄັ້ງ ໂດຍພັດປ່ຽນກັນເປັນເຈົ້າພາບ; ຊີ້ນຳບັນດາຄະນະກຳມະການ ແລະ ຄະນະເລຂາທິການ (ຫ້ອງວ່າການ) ສະພາປະຊາຊົນສອງແຂວງ ໃຫ້ມີການພົບປະແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເຫັນວ່າມີຄວາມຈໍາເປັນ; ສືບຕໍ່ເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບ ແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງຜົ້ງສາລີ ແຫ່ງ ສປປ ລາວ ກັບ ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ໃຫ້ນັບມື້ໄດ້ຮັບການພັດທະນາດີຂື້ນກ່ວາເກົ່າ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ