ໜ້າຫຼັກ / ການເຄື່ອນໄຫວ / ຄອບຄົວ ພັນໂທ ໄມ່ແປງ ວິໄລຈັກ ອຸປະຖໍາເຄື່ອງໃຫ້ພະແນກໂຄສະນາອົບຮົມ

ຄອບຄົວ ພັນໂທ ໄມ່ແປງ ວິໄລຈັກ ອຸປະຖໍາເຄື່ອງໃຫ້ພະແນກໂຄສະນາອົບຮົມ

22 Oct 2024 | ນາງ ສຸນາລີ ອຸ່ນວີໄຊ. |

ຄອບຄົວ ພັນໂທ ໄມ່ແປງ ວິໄລຈັກ ອຸປະຖໍາເຄື່ອງໃຫ້ພະແນກໂຄສະນາອົບຮົມ

        ຕອນເຊົ້າວັນທີ 17 ຕຸລາ 2024 ຜ່ານມານີ້,​ ນະທີ່ສະໂມສອນກອງບັນຊາການທະຫານແຂວງຜົ້ງສາລີ, ສະຫາຍ ພັນໂທ ໄມ່ແປງ ວິໄລຈັກ ພ້ອມດ້ວຍຄອບຄົວ ໄດ້ນໍາເອົາເຄື່ອງມາມອບໃຫ້ພະແນກໂຄສະນາອົບຮົມ ຫ້ອງການເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພັນໂທ  ຄໍາເຮົ້າ ສຸກຍະລາດ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ມີສະຫາຍ ພັນໂທ ຄໍາພອນ ຈັນຍະທໍາ ຫົວໜ້າພະແນກໂຄສະນາອົບຮົມ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນພະແນກເຂົ້າຮ່ວມ

        ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີເສື້ອໂປໂລຈໍານວນ 15 ຊຸດ, ລວມມູນຄ່າ 1.500.000 ກີບ, ເຊິ່ງກ່າວມອບໂດຍສະຫາຍ ພັນໂທ ໄມ່ແປງ ວິໄລຈັກ ພ້ອມດ້ວຍຄອບຄົວ ແລະ ກ່າວຮັບໂດຍສະຫາຍ ພັນໂທ ຄໍາພອນ ຈັນຍະທໍາ ຫົວໜ້າພະແນກໂຄສະນາອົບຮົມພ້ອມດ້ວຍຄະນະ

        ຕອນທ້າຍພິທີດັ່ງກ່າວໄດ້ຮັບຟັງການໂອ້ລົມຂອງສະຫາຍ ພັນໂທ ຄໍາເຮົ້າ ສຸກຍະລາດ ເຊິ່ງກ່ອນອື່ນ ສະຫາຍໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ສະຫາຍ ພັນໂທ ໄມ່ແປງ ວິໄລຈັກພ້ອມດ້ວຍຄອບຄົວ ທີ່ນໍາເອົາເຄື່ອງດັ່ງກ່າວມາມອບໃນຄັ້ງນີ້ ແລະ ຈົ່ງພ້ອມກັນຮັດແໜ້ນຄວາມສາມັກຄີໃຫ້ແໜັນແຟ້ນຂຶ້ນໄປເລື້ອຍໆ.

 

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ