ໜ້າຫຼັກ / ການເຄື່ອນໄຫວ / ກອງປະຊມຄົບຄະນະບໍລິຫານງານະຫະພັນນັກຮົບເກົ່າເມືອງບນເໜືອຄັ້ງທີ 2 ສະໄໝທີ V

ກອງປະຊມຄົບຄະນະບໍລິຫານງານະຫະພັນນັກຮົບເກົ່າເມືອງບນເໜືອຄັ້ງທີ 2 ສະໄໝທີ V

10 Jan 2025 | ນາງ ຈັນະໝອນ ທິດໄຊຍະລາດ |

ຕອນເຊົ້າວັນທີ 10 ມັງກອນ 2025 ທີ່ຫ້ອງປະຊຸມຊັ້ນ 2 ຂອງຫ້ອງວ່າການເມືອງບຸນເໜືອ ສະຫະພັນນັກຮົບເກົ່າເມືອງບຸນເໜືອ ໄດ້ດຳເນີນກອງປະຊຸມ ຄົບຄະນະ ບໍລິຫານງານຄັ້ງທີ 2 ສະໄໝທີ V.ໂດຍພາຍໃຕ້ເປັນປະທານຂອງສະຫາຍ ບຸນລຳ ທຳມະໃຈ ກຳມະການປະຈຳພັກເມືອງ ປະທານແນວລາວສ້າງຊາດ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນເມືອງ.ເຂົ້າຮ່ວມມີສະຫາຍ ບົດຕີ່ງ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າ ເມືອງບຸນເໜືອ, ມີສະມາຊິກສະຫະພັນນັກຮົບເກົ່າ, ບັນດາສະຫາຍແຂກເຊີນຈາກອົງການພາຄີເຂົ້າຮ່ວມຢ່າງພ້ອມພຽງ.

 ຄະນະຈັດຕັ້ງໄດ້ຂຶ້ນກ່າວຈຸດປະສົງ ພ້ອມທັງຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະບໍລິຫານງານຄັ້ງທີ 2 ສະໄໝທີ V.ຫຼັງຈາກນັ້ນ,  ຜູ້ແທນໄດ້ຮັບຟັງ ແລະ ຮ່ວມກັນຄົ້ນຄວ້າປະກອບຄວາມເຫັນຕໍ່ບັນດາເອກະສານຕ່າງໆເປັນຕົ້ນແມ່ນໃນກອງຊຸມໄດ້ຜ່ານຂໍ້ຕົກລົງວ່າດ້ວຍການການແຕ່ງຕັ້ງກອງເລຂາບັນທຶກກອງປະຊຸມ; ມະຕິແຕ່ງຕັ້ງຄະນະບໍລິຫານງານສະຫະພັນນັກຮົບເກົ່າເມືອງສະໄໝທີ V ສະບັບເລກທີ 295/ຄພມ, ລົງວັນທີ28 ພະຈິກ 2024; ຜ່ານທ່າແຂງ - ທ່າອ່ອນຂອງຄະນະບໍລິຫານງານສະຫະພັນນັກຮົບເກົ່າ; ຂໍ້ຕົກລົງວ່າດ້ວຍການແບ່ງໜ້າທີ່ຄວາມຮັບຜິດຊອບຂອງຄະນະບໍລິຫານງານ ສະຫະພັນນັກຮົບເກົ່າສະໄໝທີV; ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ແລະ ທິດທາງແຜນການ ປະຈໍາປີ 2025, ແຜນພັດທະນາເສດຖະກິດສະຫະພັນນັກຮົບເກົ່າປະຈໍາປີ2024-ທິດທາງ 2025 ແລະ ແຜນດໍາເນີນງານແຕ່ນີ້ເຖິງ2029; ຜັນຂະຫຍາຍເນື້ອໃນກອງປະຊຸມໃຫ່ຍ.               

     ໂອກາດດັ່ງກ່າວສະຫາຍ ບຸນລຳ ທຳມະໃຈ ກຳມະການປະຈຳພັກເມືອງ ປະທານແນວລາວສ້າງຊາດ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນເມືອງໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານສະຫະພັນນັກຮົບເກົ່າ ສືບຕໍ່ຮັກສາມູນເຊື້ອຂອງສະຫະພັນນັກຮົບເກົ່າເຂັ້ມແຂງກວ່າເກົ່າ ໂດຍເລີ່ມຈາກຄວາມຮູ້,ຄວາມສາມາດ ກ້າວໄປສູ່ຄຸນນະພາບໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນໄປຢ່າງບໍ່ຢຸດຢັ້ງ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ