ໜ້າຫຼັກ / ການເຄື່ອນໄຫວ / 6 ເດືອນຕົ້ນປີແຂວງຜົ້ງສາລີຈັດຕັ້ງປະຕິບັດວຽກງານຕາມແຜນການທີ່ວາງໄວ້ ແລະ ຄາດວ່າໃນປີ 2024 ເສດຖະກິດ ຂອງແຂວງຈະຂະຫຍາຍຕົວ 6,42 %.

6 ເດືອນຕົ້ນປີແຂວງຜົ້ງສາລີຈັດຕັ້ງປະຕິບັດວຽກງານຕາມແຜນການທີ່ວາງໄວ້ ແລະ ຄາດວ່າໃນປີ 2024 ເສດຖະກິດ ຂອງແຂວງຈະຂະຫຍາຍຕົວ 6,42 %.

24 Jul 2024 | ແສງຄໍາ ສາລີວັນ |

ໃນໄລຍະ 6 ເດືອນຜ່ານມາ, ອົງການປົກຄອງແຂວງ ຊຸດທີ IX ໄດ້ສຸມໃສ່ຈັດຕັ້ງປະຕິບັດ 6 ເປົ້າໝາຍ ຂອງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, 11 ວຽກງານຈຸດສຸມ, 6 ທາງອອກ ແລະ 9 ແຜນງານຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດ 5 ວຽກຈຸດສຸມຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ 5 ວຽກຈຸດສຸມ ຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເພື່ອບັນລຸຕາມມະຕິຂອງສະພາປະຊາຊົນແຂວງ ແລະ ບັນລຸຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງທີ່ກໍານົດໄວ້. ການປະຕິບັດແຜນດັ່ງກ່າວ ແມ່ນດໍາເນີນໃນເງື່ອນໄຂທີ່ສະພາບສາກົນ, ພາກພື້ນ ຜັນແປຢ່າງສະຫຼັບສັບສົນ, ຊຶ່ງຜົນສະທ້ອນ ແລະ ຜົນກະທົບຕໍ່ທຸກປະເທດໃນໂລກ; ຢູ່ພາຍໃນປະເທດເຮົາກໍ່ຄືແຂວງເຮົາ ກໍ່ສືບຕໍ່ພົບກັບຄວາມຫຍຸ້ງຍາກຫຼາຍດ້ານ ໂດຍສະເພາະແມ່ນຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນຕົ້ນເງິນກີບອ່ອນຄ່າ, ລາຄາສິນຄ້າ, ຄ່າຄອງຊີບເພີ່ມຂຶ້ນ ແລະ ອັດຕາເງິນເຟີ້ເພີ່ມຂຶ້ນ, ຊຶ່ງໄດ້ສົ່ງຜົນສະທ້ອນຕໍ່ການດໍາລົງຊີວິດຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າບໍ່ໜ້ອຍ; ພ້ອມກັນນັ້ນ ພວກອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ກໍ່ບໍ່ລົດລະຕໍ່ການກຸກວນ, ປັ່ນປ່ວນ, ປັ້ນແຕ່ງເລື່ອງລາວຕ່າງໆ ຕໍ່ການນໍາພາຂອງຄະນະພັກ ແລະ ການບໍລິຫານຄຸ້ມຂອງອົງການປົກຄອງແຕ່ລະຂັ້ນ ໂດຍສວຍໃຊ້ບັນຫາຢາເສບຕິດ, ບັນຫາສາສະໜາ, ບັນຫາສິດທິມະນຸດ ແລະ ອື່ນໆ. ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຢ່າງໃກ້ສິດຂອງຄະນະປະຈໍາພັກແຂວງ, ຄະນະບໍລິຫານງານພັກແຂວງ ແລະ ການຕິດຕາມຊຸກຍູ້ຂອງສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ 2, ສະພາປະຊາຊົນແຂວງ ແລະ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກພາຍໃນ ແລະ ພາຍນອກ ບວກໃສ່ກັບຄວາມພະຍາຍາມຢ່າງຕັ້ງໜ້າຂອງອົງການປົກຄອງແຂວງ ຈຶ່ງສາມາດຈັດຕັ້ງປະຕິບັດຕາມແຜນການ, ໂຄງການທີ່ວາງໄວ້ ແລະ ບັນລຸຕາມມະຕິຂອງສະພາປະຊາຊົນແຂວງ ເປັນສ່ວນໃຫ່ຍ, ຊຶ່ງສະແດງອອກ ການພັດທະນາເສດຖະກິດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ສືບຕໍ່ສ້ອມແປງ ແລະ ຍົກລະດັບພື້ນຖານໂຄງລ່າງດ້ານເສດຖະຖິດ-ສັງຄົມ ຕິດພັນກັບການຈັດຕັັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ສຸມໃສ່ແກ້ໄຂ 8 ບັນຫາ ໂດຍຈັດຕັ້ງປະຕິບັດ 16 ວຽກໃຫຍ່, 6 ເປົ້າໝາຍ, 11 ວຽກຈຸດສຸມ, 4 ວຽກເນັ້ນໜັກ ແລະ 9 ແຜນງານ ແລະ 6 ທາງອອກ, ຊຶ່ງອັນທີ່ພົ້ນເດັ່ນໃນ 6 ເດືອນຕົ້ນປີເສັ້ນທາງໄປສູ່ 4 ທາງອອກຂອງແຂວງ ໄດ້ມີຄວາມຄືບໜ້າຕື່ມ ເຊັ່ນ: ເສັ້ນທາງບຸນໃຕ້ - ສະຖານີລົດໄຟ (ເມືອງ ນາໝໍ້ແຂວງອຸດົມໄຊ) ມີຄວາມຄືບໜ້າ ແລະ ສໍາເລັດການກໍ່ສ້າງຂົວຂ້າມນໍ້າລານທີ່ບ້ານນາຫວາຍ ເມືອງບຸນໃຕ້ ແລະ ເສັ້ນທາງໄປສູ່ 3 ແຈປະເທດ(ລາວ-ຫວຽດ-ຈີນ) ໄດ້ກະກຽມທະລຸ ແລະ ຄາດວ່າໃນປີ 2024 ເສດຖະກິດ ຂອງແຂວງຈະຂະຫຍາຍຕົວ 6,42 % ຄາດວ່າຈະລື່ນແຜນການ (ແຜນການປີ 5,35 %), ລວມຍອດຜະລິດຕະພັນພາຍໃນສະເລ່ຍໃສ່ຫົວຄົນໜຶ່ງຈະບັນລຸ 1,391 ໂດລາສະຫາລັດ ຫຼື ເທົ່າກັບ 30,83 ລ້ານກີບ (ແຜນການປີ 25,24 ລ້ານກີບ) ໃນ 6 ເດືອນຕົ້ນປີ 2024 ສາມາດປຸກລະດົມ, ຍາດແຍ່ງ ແລະ ຈັດສັນແຫຼ່ງທຶນຕ່າງໆ ເຂົ້າໃສ່ການຈັດຕັ້ງປະຕິບັດແຜນການ, ໂຄງການ ບັນລຸໄດ້ 564,54 ຕື້ກີບ, ທຽບໃສ່ແຜນການປີບັນລຸ 52%, ການຂຸດຄົ້ນລາຍຮັບລວມ ປະຕິບັດໄດ້ 329,61 ຕື້ກີບ ເທົ່າກັບ 74,81% ຂອງແຜນການປີ (ແຜນ 440,59 ຕື້ກີບ) ທຽບໃສ່ໄລຍະດຽວກັນໃນປີຜ່ານມາເພີ່ມຂຶ້ນ 48,91%; ການປະຕິບັດລາຍຈ່າຍ ໄດ້ຖືເອົາການເບີກຈ່າຍເງິນເດືອນ, ເງິນອຸດໜຸນ ແລະ ເງິນນະໂຍບາຍເປັນບູລິມະສິດກ່ອນ, ປະຕິບັດລາຍຈ່າຍລວມໄດ້ທັງໝົດ 211,51 ຕື້ກີບ ເທົ່າກັບ 61,70% ຂອງແຜນການປີ (ແຜນການ 342,78 ຕື້ກີບ).
ທັງໝົດນີ້ເປັນການລາຍງານໂດຍສັງເຂບຂອງ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຜົ້ງສາລີ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ II ຂອງສະພາປະຊາຊົນແຂວງຜົ້ງສາລີໃນວັນທີ 24 ກໍລະກົດ 2024 ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງຜົ້ງສາລີ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ