ໜ້າຫຼັກ / ການເຄື່ອນໄຫວ / ຫ້ອງການອຸດສະຫະກໍາ-ການຄ້າເມືອງ ບຸນໃຕ້ ຈັດພິທີທໍາລາຍສິນຄ້າໝົດອາຍຸ

ຫ້ອງການອຸດສະຫະກໍາ-ການຄ້າເມືອງ ບຸນໃຕ້ ຈັດພິທີທໍາລາຍສິນຄ້າໝົດອາຍຸ

20 Jan 2025 | ນັກຂ່າວຫ້ອງການ ຖວທ ເມືອງບຸນໃຕ້ |

ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 20 ມັງກອນ 2025 ນີ້ ໂດຍພາຍໃຕ້ການຊີ້ນໍາ ແລະ ນໍາທີມຂອງ ທ່ານ ພວງທະສອນ ອາໂນລີ ຫົວໜ້າຫ້ອງການອຸດສະຫະກໍາ-ການຄ້າເມືອງ, ພ້ອມດ້ວຍທີມງານເຈົ້າໜ້າທີ່ກວດກາການຄ້າເມືອງ ໄດ້ໃຫ້ຮູ້ວ່າ: ຜ່ານການກວດກາ ແລະ ຈັດຕັ້ງປະຕິບັດຕາມແບບແຜນການເຫັນວ່າບັນດາຫົວໜ່ວຍທຸລະກິດສ່ວນຫຼາຍແມ່ນປະຕິບັດຕາມແຜນວາງໄວ້ ແລະ ມີຈໍານວນໜຶ່ງຍັງບໍ່ປະຕິບັດໄດ້ຕາມກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້, ພ້ອມທັງສະກັດກັ້ນການນໍາເຂົ້າ ໃນ ສປປລາວ ເປັນຕົ້ນແມ່ນການຈໍາໜ່າຍສິນຄ້າໜົດຄຸນນະພາບທີ່ນໍາໃຊ້ບໍ່ໄດ້ ແລະ ວາງຈໍາໜ່າຍສິນຄ້າຕ້ອງຫ້າມ, ການຈັດສັນສິນຄ້າແບບຊະຊາຍປົນເປບໍ່ວ່າຈະເປັນອາຫານການກິນ, ເຄື່ອງໃຊ້ສອຍ ແລະ ເຄື່ອງສໍາອາງຕ່າງໆ ຫົວໜ່ວຍທຸລະກິດບາງຫົວໜ່ວຍຍັງບໍ່ໃຫ້ການຮ່ວມມືໃນການລົງກວດກາໃນຄັ້ງນີ້ເປັນຕົ້ນແມ່ນຂອບເຂດເທດສະບານເມືອງ. ເຊິ່ງສະແດງອອກຕາມຜົນການລົງກວດກາສິນຄ້າໝົດອາຍຸ ແລະ ສິນຄ້າຕ້ອງຫ້າມ, ສິນຄ້ານອກລະບົບ ແລະ ການວາງຈໍາໜ່າຍຢາສູບບໍ່ຖຶກຕ້ອງ ຢູ່ ສປປລາວ ພາຍໃນເມືອງບຸນໃຕ້ຂອງທີມງານໄດ້ ເລີ່ມຈັດຕັ້ງປະຕິບັດຕົວຈິງ ໃນລະຫວ່າງ ວັນທີ 21-24 ທັນວາ 2024 ຜ່ານມາ. ເຊິ່ງສິນຄ້າ ໝົດອາຍຸ, ເສຍຄຸນ, ສິນຄ້າທີ່ຕ້ອງຫ້າມ ທີ່ທີມງານເຈົ້າໜ້າທີ່ກວດກາການຄ້າເມືອງລົງກວດຢູ່ບັນດາຫ້າງຮ້ານພາຍໃນເມືອງລວມມີ 6 ຮ້ານ. ໃນນີ້, ຮ້ານຄົນຕ່າງປະເທດ 1 ຮ້ານ, ຄົນລາວ 5 ຮ້ານ. ກວດພົບເຫັນສິນຄ້າໝົດອາຍຸມີ 4 ຮ້ານຄື: ສິນຄ້ານອກລະບົບ ປະເພດຢາສູບຈີນ ເປັນມູນຄ່າ 1,545,000 ກີບ, ສິນຄ້າໝົດອາຍຸມີ 6 ລາຍການຄື: ປະເພດນົມງົວ, ເຂົ້າໜົມປັງ, ເຂົ້າໜົມເອດບີ, ແກ່ນຕາເວັນ, ເຂົ້າໜົມຫວຽດ ລວມມູນຄ່າ 1,494,000 ກີບ ລວມມູນຄ່າທັງໝົດ 3,039,000 ກີບ.

ເຊິ່ງຈຸດປະສົງກໍ່ເພື່ອເປັນການ ສຶກສາອົບຮົມ ແລະ ສ້າງບົດບັນທຶກກ່າວເຕືອນໃຫ້ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ຮັບຮູ້ ແລະ ເຂົ້າໃຈໄດ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການບໍລິໂພກສິນຄ້າທີ່ໝົດອາຍຸ, ພ້ອມທັງວາງມາດຕະການໃນການຄຸ້ມຄອງ ກໍລະນີບໍ່ປະຕິບັດຍັງສຶບຕໍ່ນໍາເຂົ້າແມ່ນຈະໄດ້ປະຕິບັດຕາມລະບຽບກົດໝາຍ. ສິນຄ້າທີ່ຍຶດໄດ້ດັ່ງກ່າວທັງທີມງານໄດ້ຈູດທໍາລາຍຖີ້ມ

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ