ໜ້າຫຼັກ / ການເຄື່ອນໄຫວ / ກອງປະຊຸມພົບປະແລກປ່ຽນວຽກງານປະຈໍາປີ 2024 ລະຫວ່າງ ກອງບັນຊາການທະຫານແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ກັບ ກອງບັນຊາການທະຫານແຂວງຜົ້ງສາລີ ແຫ່ງ ສປປລາວ

ກອງປະຊຸມພົບປະແລກປ່ຽນວຽກງານປະຈໍາປີ 2024 ລະຫວ່າງ ກອງບັນຊາການທະຫານແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ກັບ ກອງບັນຊາການທະຫານແຂວງຜົ້ງສາລີ ແຫ່ງ ສປປລາວ

21 Aug 2024 | ທອງສຸກ ຈັນຖະໜອມ |

ຕອນບ່າຍຂອງວັນທີ 22 ສິງຫາ 2024 ນີ້, ກອງບັນຊາການທະຫານ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ໄດ້ເປັນເຈົ້າພາບຈັດກອງປະຊຸມກອງປະຊຸມພົບປະແລກປ່ຽນວຽກງານປະຈໍາປີ 2024 ລະຫວ່າງກອງບັນຊາການທະຫານແຂວງດຽນບຽນ  ແຫ່ງ ສສ ຫວຽດນາມ ກັບກອງບັນຊາການທະຫານແຂວງຜົ້ງສາລີ ແຫ່ງ ສປປລາວ. ຝ່າຍຫວຽດນາມ ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ພິເສດ ເລວັນເຊິນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງດຽນບຽນ ແຫ່ງ ສສ ຫວຽດນາມ, ຝ່າຍລາວ ນໍາໂດຍ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ ແຫ່ງ ສປປ ລາວ ແລະ ພ້ອມຄະນະຜູ້ແທນສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມສອງຝ່າຍໄດ້ພັດປ່ຽນກັນລາຍງານສະພາບໃຫ້ກັນຊາບ ເປັນຕົ້ນແມ່ນທີ່ຕັ້ງ, ຈຸດພິເສດ ແລະ ການພັດທະນາເສດຖະກິດ-ສັງຄົມ, ເຂດຊາຍແດນຂອງສອງແຂວງ; ສະພາບລວມຂອງສອງແຂວງແມ່ນມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ດ້ານເສດຖະກິດ-ສັງຄົມ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ບັນຫາຄວາມສະຫງົບລຽບຊາຍແດນໄດ້ຮັບການແກ່ໄຂຢ່າງທັນການເມື່ອມມີສະພາບເກີດຂຶ້ນ, ເຄື່ອນໄຫວຕ້ານ ແລະ ສະກັດກັ້ນແກ້ໄຂໜໍ່ແໜງທີ່ຈະກໍ່ໃຫ້ເກີດຄວາມບໍ່ສະຫງົບ, ບັນຫາປະກົດການຫຍໍ້ທໍ້ ຕ່າງໆໃນຂອບເຂດຮັບຜິດຊອບ ເປັນຕົ້ນແມ່ນການເຂົ້າ - ອອກເມືອງຜິດກົດໝາຍ, ການເຄື່ອນຍ້າຍຖິ່ນຖານແບບເສລີ, ບັນຫາສາສະໜາ, ສິງເສບ, ການຄ້າຂາຍເຖື່ອນ ແລະ ອື່ນໆ, ປະສານສົບທົບແລກປ່ຽນຂໍ້ມູນຂ່າວສານ, ສະພາບການຕ່າງໆ, ເພີ່ມທະວີໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ປະຊາຊົນທີ່ຢູ່ລຽບຕາມຊາຍແດນສອງຝາຍ, ປະຕິບັດກົດໝາຍຊາຍແດນລະຫວ່າງຊາດ, ປະກອບສ່ວນເພື່ອສ້າງເສັ້ນຊາຍແດນໃຫ້ກາຍເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ການພົວພັນຮ່ວມມືແບບພິເສດຂອງສອງພັກ-ສອງລັດ, ປະຊາຊົນສອງຊາດ, ສອງກອງທັບລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະແມ່ນລະຫວ່າງກອງບັນຊາການທະຫານແຂວງຜົ້ງສາລີ ລາວ ກັບ ກອງບັນຊາການທະຫານແຂວງດຽນບຽນ ສສ ຫວຽດນາມ, ໃນການສຶກສາອົບຮົມພະນັກງານ-ນັກຮົບກຳລັງປະກອບອາວຸດ ແລະ ປະຊາຊົນສອງແຂວງ ແລະ ອໍານາດການປົກຄອງທ້ອງຖິ່ນແຕ່ລະຂັ້ນ ປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍຂອບເຂດຊາຍແດນຂອງສອງແຂວງ. ໃນກອງປະຊຸມສອງຝາຍໄດ້ເຫັນດີເປັນເອກະພາບລົງນາມເຊັ່ນບົດບັນທຶກຊ່ວຍຈຳ ແລະ ຈະໄດ້ພັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມພົບປະແລກປ່ຽນ 2 ປີຕໍ່ຄັ້ງ, ພ້ອມນັ້ນທັງພັດປ່ຽນມອບຂອງຂວັນທີ່ລະນຶກໃຫ້ກັນ ແລະ ກັນອີກດ້ວຍ. ຈາກນັ້ນຍັງໄດ້ເຄື່ອນໄຫວທັດສະນະທ່ຽວຊົມຮອງຮອຍປະຫວັດສາດທີ່ສໍາຄັນຂອງແຂວງດຽນບຽນຕື່ມອີກ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ