ໜ້າຫຼັກ / ການເຄື່ອນໄຫວ / ກອງປະຊຸມ ທາບທາມບຸກຄະລາກອນ ທີ່ຈະອອກຮັບສະໜອງເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຜົ້ງສາລີ ສະໄໝທີ່ Xl ຮອບທີ່ II

ກອງປະຊຸມ ທາບທາມບຸກຄະລາກອນ ທີ່ຈະອອກຮັບສະໜອງເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຜົ້ງສາລີ ສະໄໝທີ່ Xl ຮອບທີ່ II

23 Jan 2025 | ົສົມຈັນ ຄຸນແກ້ວ |

ໃນຕອນເຊົ້າຂອງວັນທີ 23 ມັງກອນ 2025 ທີ່ສະໂມສອນໃຫ່ຍຂອງເມືອງຜົ້ງສາລີ ໄດ້ເປີດກອງປະຊຸມທາບທາມບຸກຄະລະກອນທີ່ອອກຮັບສະໜັກ ເລືອກຕັ້ງເອົາຄະນະບໍລີງານພັກເມືອງຜົ້ງສາລີ ສະໄໝທີ Xl  ຮອບທີ່ll

ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງຮອງຫົວໜ້າຄະນະປັບປຸງກົງຈັກຂັ້ນແຂວງ.ມີສະຫາຍ ບູນສະຫວາດ ສີວົງໄຊ ຮັກສາການເລຂາຄະນະບໍລິຫານພັກເມືອງເຈົ້າເມືອງໆຜົ້ງສາລີ ມີບັນດາສະຫາຍຄະນະປະຈຳພັກເມືອງ ກຳມະການພັກເມືອງ ເລຂາໝ່ວຍພັກ ເລຂາຄະນະພັກຮາກຖານກຸ່ມເລຂາໝ່ວຍພັກບ້ານທີເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງຜົ້ງສາລີ 195 ສະຫາຍ ແລະ  ອະນຸກຳມະການບຸກຄະລະກອນຂັ້ນແຂວງເຂົ້າຮ່ວມ ໃນກອງປະຊຸມ ສະຫາຍ ໂລ ອາຍິງ ຮອງປະທານ ກວດກາ ພັກ ລັດແຂວງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງ ທ່ານ ເຈົ້າແຂວງວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຄຳແໜງບໍລິຫານລັດ ໃນນີ້ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ບູນສະຫວາດ ສີວົງໄຊ ວ່າການແທນເຈົ້າເມືອງຜົ້ງສາລີ ຂື້ນເປັນເຈົ້າເມືອງໆຜົ້ງສາລີ

ຈາກນັ້ນສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ຄັດເລືອກເອົາບຸກຄະລາກອນ ຜູ້ທີ່ມີມາດຕະຖານເງື່ອນໄຂ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ ຄວາມສາມາດ, ມີແບບແຜນນໍາພາ-ວິທີເຮັດວຽກທີ່ດີ ແລະ ມີແບບແຜນດໍາລົງຊີວິດ ທີ່ປອດໃສບໍລິສຸດ; ສະນັ້ນ, ຈຶ່ງຮຽກຮ້ອງມາຍັງຜູ້ແທນທີເຂົ້າຮ່ວມປະຊຸມທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບ, ຄົ້ນຄວ້າພິຈາລະນາ ຢ່າງຖີ່ຖ້ວນ, ພາວະວິໄສ ເລືອກເຟັ້ນເອົາຜູ້ທີ່ໄດ້ມາດຕະຖານເງື່ອນໄຂ ແລະ ໂດດເດັ່ນ ເຂົ້າໃນເປົ້າໝາຍ ເປັນພະນັກງານນໍາພາ-ຄຸ້ມຄອງ ເພື່ອນໍາພາ-ຊີ້ນໍາວຽກງານອົງການປົກຄອງເມືອງຜົ້ງສາລີ ໃຫ້ມີການພັດທະນາດີຂຶ້ນ.                                                  

ຈາກນັ້ນຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງຮ່າງລາຍງານຂອງແຕ່ລະອະນຸກຳມະການເປັນຕົ້ນແມ່ນຮ່າງລາຍງານການເມືອງສອງພາກ ຮ່າງລາຍງານແຜນພັດທະນາເສດຖະກິດ ຮ່າງລາຍງານບົດສຳຫຼວດການນຳພາລວມຂອງຄະນະບໍລີຫານງານພັກເມືອງເພື່ອດຳເນີນກອງປະຊຸມໃຫ່ຍອົງຄະນະພັກເມືອງຜົ້ງສາລີສະໄໝທີ Xl ຈາກນັ້ນຜູ້ແທນກອງປະຊຸມໄດ້ຄົ້ນຄ້ວາປະກອບຄຳຄິດຄຳເຫັນໃສ່ຮ່າງລາຍງານແຕ່ລະອະນຸກຳມະການຢ່າງມີຄວາມຮັບຜິດຊອບສຸງເພື່ອເຮັດໃຫ້ຮ່າງລາຍງານການເມືອງມີເນື້ອໃນຄົບຖ້ວນ ແລະ ສົມບູນຂື້ນຕື່ມ .  ແລະດຳເນີນການທາບທາມ ຮອບທີ່ ll ແລະ ທາບທາມເອົາເລຂາຄະນະບໍລິຫານງາຍພັກເມືອງ ຮອງເລຂາຄະນະບໍລິຫານພັກເມືອງ ຄະນະປະຈຳພັກເມືອງປະທານກວດກາພັກ ໄປຕາມຂັ້ນຕອນ ແລະ ຢ່າງຖືກຕ້ອງ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ