ໜ້າຫຼັກ / ການເຄື່ອນໄຫວ / ກອງປະຊຸມສະຫຼຸບວຽກງານປ້ອງ ກັນຄວາມສະຫງົບ ປະຈໍາປີ 2024 ແລະ ທິດທາງແຜນການວຽກງານຈຸດສູມ ປີ 2025.ຂອງກອງບັນຊາການ ປ້ອງກັນຄວາມສະຫງົບ ເມືອງສໍາພັນ ແຂວງຜົ້ງສາລີ.
ໃນຕອນເຊົ້າຂອງວັນທີ 28 ມັງກອນ 2025ນີ້.ທາງກອງບັນຊາການ ປກສ ເມືອງສໍາພັນ ແຂວງຜົ້ງສາລີ ໄດ້ດຳເນີນກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2024 ແລະ ທິດທາງແຜນການວຽກງານຈຸດສູມ ປີ 2025 ຂຶ້ນຢ່າງເປັນທາງການ.ຢູ່ທີສະໂມສອນກອງບັນຊາການ ປກສ ເມືອງ,ໂດຍພາຍໃຕ້ການເປັນປະທານຂອງທ່ານ ພັທ ພອນໄຊ ວົງສາ ກຳມະການພັກເມືອງ ເລຂາໜ່ວຍພັກ ຫົວໜ້າກອງບັນຊາການ ປກສ ເມືອງ,ເປັນກຽດເຂົ້າຮ່ວມຂອງທ່ານ ທອງຕື ເກຍສະບົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງສຳພັນ,ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີບັນດາຄະນະພັກ, ຄະນະບັນຊາ, ຫົວໜ້າພະແນກ, ຮອງພະແນກ, ຕະຫຼອດຮອດຫົວໜ້າ ປກສ ກູ່ມບ້ານ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.
ໃນກອງປະຊຸມທ່ານ ພັທ ບຸນຈັນ ນາມແສງວົງຄຳ ຫົວໜ້າຫ້ອງການ ກອງບັນຊາການ ປກສ ເມືອງ ໄດ້ໃຫ້ກຽດຂຶ້ນຜ່ານບົດສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບປະຈໍາປີ 2022 ແລະ ທິດທາງແຜນການວຽກງານຈຸດສູມ ປີ 2023. ໂດຍຍົກໃຫ້ເຫັນຜົນງານດ້ານດີທີ່ຕັ້ງໜ້າ ແລະ ດ້ານອ່ອນຂໍ້ຂົງຄ້າງບາງດ້ານ ເປັນຕົ້ນແມ່ນສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ. ໃນນີ້;ຄະດີອາຍາ: ເກີດຂື້ນທັງໝົດ 8 ເລື່ອງ, ຜູ້ຖືກຫາ 18 ຄົນ, ຍິງ 1 ຄົນ, ສາມາດດໍາເນີນຄະດີການສືບສວນ-ສອບສວນສໍາເລັດ ແລະ ປະກອບສໍານວນສົ່ງໃຫ້ໄອຍະການເຂດປະຈຳເມອງ 5 ລາຍ, 10 ຄົນ, ຍິງ 1 ຄົນ, ແກ້ໄຂຂັ້ນເຈົ້າໜ້າທີ 3 ລາຍ 8 ຄົນ,ຄະດີຢາເສບຕິດ: ຄະດີຢາບ້າເກີດຂຶ້ນ 2 ລາຍ, ທຽບໃສ່ປີຜ່ານມາລຸດລົງ,ຕ້ອງຫາ 2 ຄົນ,ຍຶດຂອງກາງປະເພດຢາບ້າ 190 ເມັດ, ປະກອບສໍານວນສົ່ງໃຫ້ ປກສ ແຂວງແລ້ວ 1 ລາຍ, 2 ຄົນ; ມີຜູ້ຕິດຢາເສບຕິດທັງໝົດ: 240 ຄົນ, ຍິງ 5 ຄົນ, ໃນນີ້ຕິດຢາເສບຕິດປະເພດຕ່າງໆມີ: ຢາຝິ່ນ 90 ຄົນ, ຍິງ 5 ຄົນ, ຢາບ້າ 150 ຄົນ ແລະ ປ່ອຍຕົວຜູ້ທີ່ປິ່ນປົວຫາຍດີທັງໝົດ 13 ຄົນ, ສົ່ງສູນບຳບັດເມືອງບຸນໃຕ້ 6 ຄົນ, ປິ່ນປົວຫາຍດີແລ້ວສຶກສາອົບຮົມມອບຄືນຜູ້ປົກຄອງ 5 ຄົນກໍາລັງບໍາບັດດັດສ້າງຕົວຈິງ 2 ຄົນ, ມາຮອດປະຈຸບັນຈະສືບຕໍ່ບໍາບັດ 2 ຄົນ. ຄະດີອຸບປະຕິເຫດ:ເກີດຂຶ້ນມີ 6 ເລື່ອງ, ທຽບໃສ່ປີຜ່ານມາແມ່ນລຸດລົງ ມີມູນຄ່າການເສຍຫາຍ 265.500.000 ກີບ, ຄົນໄດ້ຮັບບາດເຈັບທັງໝົດ 12 ຄົນ, ຍິງ 2 ຄົນ,ເຈັບເລັກນ້ອຍ 7 ຄົນ,ຍິງ 2 ຄົນ,ເຈັບສົມຄວນ 4 ຄົນ,ເຈັບສາຫັດ 1 ຄົນ, ຄູ່ກໍລະນີໄກ່ເກ່ຍກັນເອງມີ 4 ເລື່ອງ, 8 ຄົນ, ຍິງ 1 ຄົນ, ພາຫະນະເປ່ເພທັງໝົດ 9 ຄັນ, ເປ່ເພເລັກນ້ອຍ 5 ຄັນ, ເປ່ເພສົມຄວນ 6 ຄັນ, ໃຊ້ການບໍ່ໄດ້ 2 ຄັນ ສາເຫດດຶ່ມສີ່ງມືນເມົາ, ບໍ່ປ່ອຍສິດໃຫ້ກັນ, ສະພາບເຕັກນິກລົດບໍ່ຮັບປະກັນ; ຄະດີອັກຄີໄພ: ເກີດມີອັກຄີໄພໄຟ ໄໝລ່າມປ່າ ມີ 3 ຄັ້ງ, ມີຜົນເສຍຫາຍທັງໝົດ 5 ເຮັກຕາ, ສາເຫດແມ່ນເກີດຈາກ ຈູດໄຮ່-ຈູດສວນ, ລວມມູນຄ່າການເສຍຫາຍ 9.600.000 ກີບ (ຖ້າທຽບໃສ່ປີຜ່ານມາແມ່ນຫຼຸດລົງ ). ພ້ອມນີ້ໃນກອງປະຊູມຍັງໄດ້ຮັບຟັງການຜ່ານບົດສະຫຼູບວາລະແຫ່ງຊາດປະຈຳປີ 2024 ແລະ ວາງທິດທາງແຜນການຈຸດສູມ ປະຈຳປີ 2025. ຈາກນັ້ນຜູ້ແທນກອງປະຊຸມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການເພື່ອຖອດຖອນບົດຮຽນກ່ຽວກັບການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຢ່າງກົງໄປກົງມາ ແລະ ເລິກເຊິ່ງທົ່ວເຖິງ ພ້ອມທັງຄົ້ນຄວ້າພິຈາລະນາ ແລະ ມີຄວາມເປັນເອກະພາບຕໍ່ທິດທາງແຜນການວຽກງານຈຸດສຸມປີ 2025 ເປັນຕົ້ນແມ່ນວຽກງານປັບປຸງກໍາລັງຢ່າງຮອບດ້ານເພື່ອຈັດຕັ້ງປະຕິບັດແຜນງານໃຫຍ່ໃຫ້ມີຄວາມສໍາເລັດ ສຸມໃສ່ຈັດຕັ້ງປະຕິບັດ 4 ຄາດໝາຍ, 4 ແຜນງານໃຫຍ່ ແລະ 41 ໂຄງການທີ່ແຂວງວາງອອກສືບຕໍ່ປັບປຸງແບບແຜນວິທີເຮັດວຽກ ແລະ ວິທີຄຸ້ມຄອງນໍາພາບັນຊາຂອງຄະນະພັກ, ຄະນະບັນຊາແຕ່ລະຂັ້ນໃຫ້ມີແບບແຜນທີ່ທັນສະໄໝຂຶ້ນກ່ວາເກົ່າ ພ້ອມທັງກໍ່ສ້າງ ແລະ ປັບປຸງກໍາລັງໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີຄວາມສໍານິສໍານານທາງດ້ານວິຊາສະເພາະເຮັດໃຫ້ທົ່ວເມືອງສໍາພັນ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບສຸກໂດຍພື້ນຖານ.ພ້ອມນັ້ນໃນກອງຊູມຍັງໄດ້ຮັບຟັງການໂອ້ລົມຈາກທ່ານທອງຕື ເກຍສະບົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງສຳພັນ,ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງຕືມອີກ