ໜ້າຫຼັກ / ການເຄື່ອນໄຫວ / ພິທີມອບສະໝາມວຽກງານກໍ່ສ້າງນໍ້າປະປາບ້ານລ້ອງນາຍເກົ່າ, ເມືອງບຸນໃຕ້, ແຂວງຜົ້ງສາລີ

ພິທີມອບສະໝາມວຽກງານກໍ່ສ້າງນໍ້າປະປາບ້ານລ້ອງນາຍເກົ່າ, ເມືອງບຸນໃຕ້, ແຂວງຜົ້ງສາລີ

27 Aug 2024 | ຄຳສະຫວັນ |

ພິທີດັ່ງກ່າວໄດ້ຈັດຂຶ້ນ ໃນຕອນເຊົ້າ ຂອງວັນທີ 24 ສິງຫາ 2024 ທີ່ຜ່ານມານີ້ ນະທີ່ຫ້ອງປະຊຸມຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ໂດຍການເປັນປະທານ ຂອງ ທ່ານ ອ່ອນຄຳ ອິນແສງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆບຸນໃຕ້, ເຂົ້າຮ່ວມມີບັນດາທ່ານພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ຜູ້ຕາງໜ້າຈາກບໍລິສັດຜູ້ຮັບເໝົາກໍ່ສ້າງໂຄງການດັ່ງກ່າວ.

ທ່ານ ເຂົາຄໍາ ສຸທໍາມະວົງ ຫົວໜ້າໜ່ວຍງານຈັດຕັ້ງປະຕິບັດໂຄງການຂັ້ນແຂວງ (PIU) ຂອງໂຄງການຂະຫຍາຍນໍ້າປະປາ, ສຸຂະພິບານ ແລະ ອະນາໄມ ຢູ່ແຂວງຜົ້ງສາລີ ໄດ້ລາຍງານຫຍໍ້ ກ່ຽວກັບການເປີດສະໜາມ, ພ້ອມທັງມອບສະໜາມກໍ່ສ້າງລະບົບນໍ້າປະປາກຸ່ມບ້ານ ໃຫ້ບໍລິສັດ ຊາງໄຮ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ໂຄງການຂະຫຍາຍນໍ້າປະປາ, ສຸຂະພິບານ ແລະ ອະນາໄມ ເປັນໂຄງການໜຶ່ງ ເຊິ່ງໄດ້ຮັບເງິນກູ້ຢືມ ຈາກທະນາຄານໂລກ ທີ່ໄດ້ລົງນາມເຊັນສັນຍາ ໃນວັນທີ 9 ພຶດສະພາ 2024 ທີ່ຜ່ານມານີ້ ໂດຍມີກົມນໍ້າປະປາ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຂະແໜງການຫຼັກຈັດຕັ້ງປະຕິບັດ ແລະ ມີກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະສະສຸກເປັນຄູ່ຮ່ວມພັດທະນາ. ເຊິ່ງໄດ້ຈັດຕັ້ງປະຕິບັດຢູ່ 4 ແຂວງພາກເໜືອຄື: ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫົວພັນ, ແຂວງຊຽງຂວາງ , ມີ 12 ເມືອງ; ໃນມູນຄ່າທັງໝົດ 25 ລ້ານ ໂດລາສະຫາລັດ. ໃນນີ້, ສະເພາະຢູ່ແຂວງຜົ້ງສາລີ ແມ່ນໄດ້ຮັບທຶນຈັດຕັ້ງປະຕິບັດຢູ່ 4 ເມືອງຄື: ເມືອງໃໝ່, ເມືອງຂວາ, ເມືອງສຳພັນ ແລະ ເມືອງບຸນໃຕ້.

ຈຸດປະສົງ ຂອງໂຄງການນີ້ ກໍ່ເພື່ອເຂົ້າເຖິງການສະໜອງນໍ້າທີ່ສະອາດ, ປອດໄພ, ສຸຂະພິບານ ແລະ ການບໍລິການດ້ານອະນາໄມ ໃນພື້ນທີ່ເປົ້າໜາຍໂຄງການ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ໃນການປັບປຸງການບໍລິການໃຫ້ມີຄວາມຍືນຍົງ ເຊິ່ງມີ 4 ອົງປະກອບຄື: 1) ກໍ່ສ້າງລະບົບນໍ້າປະປາກຸ່ມບ້ານ, ກໍ່ສ້າງ-ປັບປຸງລະບົບນໍ້າຊຸມຊົນ ແລະ ສຸຂະພິບານແບບຢືນຍົງ, 2) ຊຸກຍູ້ຊຸມຊົນໃນການສົ່ງເສີມແບບຢືນຍົງ ກ່ຽວກັບການນໍາໃຊ້ນໍ້າ, ສຸຂະພິບານ ແລະ ອະນາໄມ, 3) ຊຸກຍູ້ການປະຕິບັດໂຄງການ ແລະ ການພັດທະນາ, 4) ການຖະແຫຼງການກໍລະນີເກີດໄພພິບັດ. ພ້ອມດຽວກັນນີ້, ທ່ານຍັງໄດ້ລາຍງານໃຫ້ຮູ້ອີກຕື່ມວ່າ: ການກໍ່ສ້າງລະບົບນໍ້າປະປາຢູ່ເມືອງບຸນໃຕ້ ແມ່ນມີເປົ້າໝາຍຢູ່ ບ້ານລ້ອງນາຍເກົ່າ, ມີເປົ້າໝາຍບໍລິການຢູ່ 3 ບ້ານ, ມີມູນຄ່າການກໍ່ສ້າງ 720,407.66 ໂດລາສະຫາລັດ ຕາມສັນຍາ C1/W/24 ໂດຍແມ່ນບໍລິສັດ ຊາງໄຮ ແຫ່ງ ສປຈີນ ເປັນຜູ້ຮັບຜິດຊອບວຽກງານການກໍ່ສ້າງ ເຊິ່ງຈະໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ເດືອນ ກັນຍາ 2024 ນີ້ເປັນຕົ້ນໄປ ເຊິ່ງຈະໃຊ້ເວລາໃນການກໍ່ສ້າງເປັນເວລາ 10 ເດືອນຈຶ່ງຈະສຳເລັດ, ຈາກນັ້ນ ບັນດາທ່ານຈາກຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ຕາງໜ້າບໍລິສັດລີສັດຜູ້ຮັບເໝົາກໍ່ສ້າງ ໄດ້ພ້ອມກັນປະກອບຄໍາເຫັນຕໍ່ພິທີດັ່ງກ່າວ ເພື່ອແລກປ່ຽນວິທີການຈັດຕັ້ງປະຕິບັດ ແລະ ວິທີການແກ້ໄຂຂໍ້ຂັດແຍ່ງທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.

ໂອກາດນີ້, ທ່ານ ອ່ອນຄໍາ ອິນແສງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງບຸນໃຕ້ ຕາງໜ້າອົງການປົກຄອງເມືອງ ກ່າວສະແດງຄວາມຂອບໃຈມາຍັງຜູ້ໃຫ້ທືນກູ້ຢືມ, ພ້ອມທັງຮຽກຮ້ອງມາຍັງພາກສ່ວນທີ່ກ່ຽວຂ້ອງເປັນເຈົ້າການໃນການຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດຂອງໂຄງການໃນແຕ່ລະໄລຍະໃຫ້ຖືກຕາມແມ່ແບບຂອງໂຄງການວາງອອກ, ຮຽກຮ້ອງມາຍັງເລຂາພັກຮາກຖານກຸ່ມບ້ານເປັນເຈົ້າການຊ່ວຍລະດົມການສຶກສາອົບຮົມໃຫ້ພໍ່ແມ່ປະຊາຊົນມີຄວາມເຂົ້າໃຈ ແລະ ພັນທະປະກອບສ່ວນ, ພ້ອມທັງໃຫ້ອໍານວຍຄວາມສະດວກໃນການກໍ່ສ້າງໂຄງການດັ່ງກ່າວຈົນກວ່າສໍາເລັດ ແລະ ຮຽກຮ້ອງມາຍັງບໍລິສັດຜູ້ຮັບເໝົາກໍ່ສ້າງເອົາໃຈໃສ່ປະຕິບັດໂຄງການໃຫ້ສໍາເລັດຕາມສັນຍາ ແລະ ຮັບປະກັນດ້ານຄຸນນະພາບ, ໄປພ້ອມກັບການເບິ່ງແຍງຊີວິດການເປັນຢູ່ຂອງກໍາມະກອນໃນຊ່ວງໄລຍະການກໍ່ສ້າງໂຄງການດັ່ງກ່າວໃຫ້ດີ ແລະ ຮຽກຮ້ອງມາຍັງອົງການປົກຄອງບ້ານກໍ່ຄືພໍ່ແມ່ປະຊາຊົນພາຍໃນບ້ານຈົ່ງໃຫ້ການຮ່ວມໄມ້ຮ່ວມມືໃນການກໍ່ສ້າງໂຄງການດັ່ງກ່າວຈົນກວ່າຈະສໍາເລັດ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ