ໜ້າຫຼັກ / ການເຄື່ອນໄຫວ / ພິທີມອບ-ຮັບການອຸປະຖໍາປັດໄຈຈາກບຸກຄົນ ເພື່ອຮັບໃຊ້ເຂົ້າໃນຂະບວນການ ຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 69 ປີ

ພິທີມອບ-ຮັບການອຸປະຖໍາປັດໄຈຈາກບຸກຄົນ ເພື່ອຮັບໃຊ້ເຂົ້າໃນຂະບວນການ ຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 69 ປີ

28 Jan 2025 | ບຸນແສງ |

ໃນຕອນເຊົ້າ ຂອງວັນທີ 28 ມັງກອນ 2025 ທີ່ຜ່ານມາ ນະທີ່ຫ້ອງປະຊຸມຂອງສະຫະພັນກໍາມະບານແຂວງ ໄດ້ຈັດໃຫ້ມີພິທີ ການມອບ-ຮັບ ການປະກອບສ່ວນອຸປະຖໍາປັດໄຈ ຈາກສ່ວນບຸກຄົນ ໃຫ້ສະຫະພັນກໍາມະບານແຂວງ ເພື່ອຮັບໃຊ້ເຂົ້າໃນຂະບວນການ ຂໍ່ານັບຮັບຕ້ອນ ວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 69 ປີ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ນາງ ພອນແກ້ວ ຄຸນສົມເຮືອງ ປະທານສະຫະພັນກໍາມະບານແຂວງ, ມີບັນດາຄະນະປະທານ, ພະນັກງານ-ລັດຖະກອນພາຍ, ຜູ້ອຸປະຖໍາເຂົ້າຮ່ວມທັງໝົດ 14 ທ່ານ, ຍິງ 8 ທ່ານ. ປັດໄຈທີ່ນໍາມາມອບໃນຄັ້ງນີ້ ເປັນຊຸດກິລາ ຈໍານວນ 20 ຊຸດ, ລວມມູນຄ່າ 1,600,000 ກີບ, ເປັນກຽດຕາງໜ້າໃຫ້ຄອບຄົວ ກ່າວມອບໂດຍ ທ່ານ ນາງ ເກສອນ ອິນດາວົງ ແລະ ຕາງໜ້າໃຫ້ຄະນະປະທານສະຫະພັນກໍາມະບານແຂວງຂຶ້ນຮັບໂດຍ ທ່ານ ນາງ ພອນແກ້ວ ຄຸນສົມເຮືອງ ປະທານສະຫະພັນກໍາມະບານແຂວງ.

ໃນພິທີດັ່ງກ່າວ ຕາງໜ້າໃຫ້ຄະນະປະທານສະຫະພັນກໍາມະບານແຂວງ ທ່ານ ນາງ ພອນແກ້ວ ຄຸນສົມເຮືອງ ປະທານສະຫະພັນກໍາມະບານແຂວງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄອບຄົວຂອງ ທ່ານ ນາງ ເກສອນ ອິນດາວົງ ທີ່ເຫັນໄດ້ຄວາມສໍາຄັນ ໃນການສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນວັນບຸນສໍາຄັນຂອງອົງການຈັດຕັ້ງມະຫາຊົນ ເວົ້າລວມ ເວົ້າສະເພາະ ແມ່ນວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 69 ທີ່ສະຫະພັນກໍາມະບານແຂວງໄດ້ຈັດຂຶ້ນ. ໃນນີ້ ທ່ານຍັງໄດ້ມີຄໍາເຫັນຕໍ່ຜູ້ອຸປະຖໍາ ແລະ ພະນັກງງານ-ລັດຖະກອນພາຍໃນວ່າ: ການອຸປະຖໍາຊຸດກິລາ ຂອງທ່ານໃນຄັ້ງນີ້ ພວກຂ້າພະເຈົ້າຈະຈາລຶກໄວ້ໃນປື້ມປະຫວັດສາດຂອງສະຫະພັນກໍາມະບານແຂວງ ແລະ ຈະນໍາໃຊ້ເຄື່ອງດັ່ງເຂົ້າໃນການສ້າງຂະບວນການລວມຄັ້ງນີ້ໃຫ້ມີຄວາມໝາຍສໍາຄັນ ແລະ ສ້າງຂະບວນການໃຫ້ມີບັນຍາກາດເບີກບານມ່ວນຊື່ນ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ