ໜ້າຫຼັກ / ການເຄື່ອນໄຫວ / ພິທີປະກາດຕົກລົງສ້າງຕັ້ງພະແນກຕຳຫຼວດນິຕິວິທະຍາ ແລະ ຝຶກອົບຮົມວຽກງານນິຕິວິທະຍາ.

ພິທີປະກາດຕົກລົງສ້າງຕັ້ງພະແນກຕຳຫຼວດນິຕິວິທະຍາ ແລະ ຝຶກອົບຮົມວຽກງານນິຕິວິທະຍາ.

27 Jan 2025 | ປກສ ແຂວງ |

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 27-28 ມັງກອນ 2025 ທີ່ສະໂມສອນກອງບັນຊາການ ປກສ ແຂວງຜົ້ງສາລີ. ເປັນກຽດເຂົ້າຮ່ວມຂອງ ທ່ານ ພັອ ປອ ດວງຈັນ ວົງວີໄຊ ຫົວໜ້າກົມຕໍາຫຼວດນິຕິວິທະຍາ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ, ມີ ທ່ານ ພັອ ບຸນລຽນ ແສນວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີຄະນະຫ້ອງ, ກອງ, ພ້ອມດ້ວຍນັກວິທະຍາກອນ ແລະ ນັກສຳມະນາກອນເຂົ້າຮ່ວມ.

          ໃນພິທີໄດ້ຮັບຟັງຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ເລກທີ 1836/ປກສ, ລົງວັນທີ 31 ກໍລະກົດ 2024 ວ່າດ້ວຍການອະນຸມັດສ້າງພະແນກຕຳຫຼວດນິຕິວິທະຍາຂຶ້ນກັບກອງບັນຊາການ ປກສ ແຂວງ ນະຄອນຫຼວງວຽງຈັນ, ເຊິ່ງພາຍໃນພະແນກຕໍາຫຼວດນິຕິວິທະຍາປະກອບດ້ວຍ 3 ໜ່ວຍງານຂຶ້ນກັບຄື: ໜ່ວຍງານບໍລິຫານ-ສັງລວມ ແລະ ຈັດຕັ້ງ, ໜ່ວຍງານຊັນນະສູດສະຖານທີ່ເກີດເຫດ ແລະ ໜ່ວຍງານທະບຽນອາຊະຍາກອນ. ຈາກນັ້ນໃນພິທີຍັງໄດ້ມີການຝຶກອົບຮົມກ່ຽວກັບວຽກງານນິຕິວິທະຍາ, ໂດຍສະເພາະແມ່ນວຽກງານປ້ອງກັນສະຖານທີ່ເກີດເຫດ ແລະ ວຽກງານທະບຽນອາຊະຍາກອນ, ນອກນັ້ນຍັງໄດ້ຝຶກນຳໃຊ້ບັນດາເຄື່ອງມືເກັບຂໍ້ມູນຫຼັກຖານໃນສະຖານທີ່ເກີດເຫດ. ຈຸດປະສົງກໍ່ເພື່ອເຮັດໃຫ້ນາຍ ແລະ ພົນຕໍາຫຼວດທີ່ເຮັດວຽກງານນິຕິວິທະຍາມີຄວາມຮັບຮູ້ເຂົ້າໃຈຕໍ່ກັບວຽກງານວິຊາສະເພາະຂອງຕົນ, ສາມາດນຳໃຊ້ບັນດາເຄື່ອງມືຕ່າງໆເຂົ້າໃນການເກັບເອົາບັັນດາຂໍ້ມູນຫຼັກຖານໃນສະຖານທີ່ເກີດເຫດ, ເພື່ອຊອກຫາ ແລະ ນຳຕົວຜູ້ທີ່ກະທຳຜິດມາດຳເນີນຄະດີຕາມລະບຽບກົດໝາຍ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ