ໜ່ວຍພັກອົງການໄອຍະການປະຊາຊົນແຂວງຜົ້ງສາລີ ສຳເລັດກອງປະຊຸມທ້າຍສະໄໜທີ X
19 May 2025 | ພາບ-ຂ່າວ: ແກ້ວສະຫ່ວາງ ໄຊຍະເງີນແຂວງ |
ຕອນເຊົ້າຂອງວັນທີ 19 ພຶດສະພາ 2025 ນື້ນະທີ່ຫ້ອງປະຊຸມອົງການໄອຍະການປະຊາຊົນແຂວງຜົ້ງສາລີ ໄດ້ຈັດກອງປະຊຸມ
ກອງປະຊຸມທ້າຍສະໄໜທີ X ໂດຍການເປັນປະທານ ຂອງສະຫາຍ.ຄຳໄຊ ສູນວິເລີດ ເລຂາໜ່ວຍພັກ, ຫົວໜ້າ ອົງການໄອຍະການປະຊາຊົນແຂວງຜົ້ງສາລີ,
ມີ ສະຫາຍ ແສງຄຳ ແອ່ນວົງສາ ກຳມະການໜ່ວຍພັກ,ອົງການໄອຍະການປະຊາຊົນແຂວງ,ເປັນກຽດເຂົ້າຮ່ວມ ສະຫາຍ ປອ ໄຊນະຄອນ ອິນທະວົງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຜູ້ຊີ້ນຳຂົງເຂດອົງການໄອຍະການປະຊາຊົນແຂວງ, ຜູ້ ຕາງໜ້າຈາກຄະນະຈັດຕັ້ງແຂວງ, ຄະນະກວດກາ ພັກ-ລັດຂັ້ນແຂວງ, ຄະນະໜ່ວຍພັກ ອ້ອມຂ້າງແຂວງແລະ ສະມາຊິກພັກສົມບູນພາຍໃນອົງການໄອຍະການປະຊາຊົນແຂວງເຂົ້າຮ່ວມ.
ໃນກອງປະຊຸມສະຫາຍ ບຸນທອງ ແສງສຸລິພອນ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ,ໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງກອງເລຂາ ກອງປະຊຸມ, ຜ່ານມະຕິຕົກລົງວ່າການອະນຸມັດເປີດກອງປະຊຸມ
ຈາກນັ້ນສະຫາຍ.ຄຳໄຊ ສູນວິເລີດ ເລຂາໜ່ວຍພັກ, ຫົວໜ້າ ອົງການໄອຍະການປະຊາຊົນແຂວງຜົ້ງສາລີ,ຜ່ານຮ່າງບົດລາຍງານການເມືອງ,ຕະຫຼອດໄລຍະ 5 ປີຜ່ານມາແມ່ນໜ່ວຍພັກອົງການໄອຍະການປະຊາຊົນແຂວງ ເປັນໜ່ວຍພັກເອກະລາດ, ຂຶ້ນກັບຄະນະປະຈຳພັກແຂວງ ໂດຍ ກົງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ສ່ວນການເຄື່ອນໄຫວດ້ານວິຊາສະເພາະ ແມ່ນຂຶ້ນກັບອົງການໄອຍະ ການປະຊາຊົນພາກເໜືອ ແລະ ອົງການໄອຍະການປະຊາຊົນສູງສຸດ. ໜ່ວຍພັກ ມີພາລະບົດບາດນໍາພາຊີ້ນໍາ ການເຮັດ ຫນ້າທີ່ເປັນເສນາທິການໃຫ້ຄະນະພັກຂັ້ນເທີງ ປະຕິບັດກົດຫມາຍ ແລະ ສັ່ງ ຟ້ອງຜູ້ຖືກຫາຂຶ້ນສານຕາມກົດຫມາຍ ເພື່ອແນ່ໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງລັດ, ສັງຄົມ, ພົນລະເມືອງໃຫ້ມີຄວາມຖືກຕ້ອງ ແລະ ຍຸຕິທຳ,ໜ່ວຍພັກອົງການໄອຍະການປະຊາຊົນແຂວງ ມີສະມາຊິກພັກທັງຫມົດ 22 ສະ
ຫາຍ, ຍິງ 9 ສະຫາຍ; ໃນນີ້ມີ ຄະນະໜ່ວຍພັກ 3 ສະຫາຍ, ສະມາຊິກພັກກວມ 100% ຈາກນນັ້ນ ສະຫາຍ ແສງຄຳ ແອ່ນວົງສາ ກຳມະການ ໜ່ວຍພັກ,ອົງການໄອຍະການປະຊາຊົນແຂວງ,ຜ່ານບົດສຳຫຼວດການນຳພາລວມ ພ້ອມກັນຜູ້ແທນກອງປະຊຸມປະກອບຄຳຄິດ-ຄຳເຫັນໃສ່ຮ່າງບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມ ຈາກນັ້ນຄະນະຊຸດເກົ່າຂື້ນກ່າວລາໜ້າທີ ໂອກາດ ສະຫາຍ ປອ ໄຊນະຄອນ ອິນທະວົງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຜູ້ຊີ້ນຳຂົງເຂດອົງການໄອຍະການປະຊາ
ຊົນແຂວງ, ໄດ້ທີດຊີ້ນຳຕໍ່ການເລື່ອກຕັ້ງຂອງຄະນະໜ່ວຍພັກ,ອົງການໄອຍະການປະຊາຊົນແຂວງຜົ້ງສາລີ,ຈາກນັ້ນອະນຸມະການບຸກຄະລາກອນຂັ້ນແຂວງ,ຜ່ານມາດຖານ-ເງື່ອນໄຂ ແລະ ຜ່ານມະຕິຕົກລົງ ວ່າດ້ວຍການຮັບຮອງລາຍຊື່ຜູ້ສະໜັກເລື່ອກຕັ້ງ ພ້ອມທັງຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຄວບຄູ້ມບັດ ພ້ອມທັງດໍາເນີນການ ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ໂດຍເປັນເອກະພາບກັນຄັດເລືອກເອົາ, ສະຫາຍ ສະຫາຍ .ຄຳໄຊ ສູນວິເລີດ ເປັນເລຂາ, ສະຫາຍ .ແສງຄຳ ແອ່ນວົງສາ ເປັນຮອງເລຂາ ແລະ ສະຫາຍ.ບຸນທອງ ແສງສຸລິພອນ ເປັນ ຄະນະໜ່ວຍພັກ,
Share: