ໜ່ວຍພັກອົງການກາແດງແຂວງຜົ້ງສາລີ ສຳເລັດກອງປະຊຸມໃຫຍ່ຄັ້ງທີ VI
19 May 2025 | ຂ່າວ: ສົມຄິດ ແກ້ວນວນລາ |
ກອງປະຊຸມໃຫຍ່ ສະມາຊິກພັກ ຂອງໜ່ວພັກອົງການກາແດງແຂວງຜົ້ງສາລີ ຄັ້ງທີVI ໄດ້ດຳເນີນຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 19 ພຶດສະພາ 2025 ນີ້ ທີ່ຫ້ອງປະຊຸມຊັ້ນ 3 ສຳນັກງານປົກຄອງແຂວງ ໂດຍການເປັນປະທານ ແລະ ກ່າວເປີດຂອງສະຫາຍ ນາງບົວໄຂ ແກ້ວວິພາກອນ ເລຂາໜ່ວຍພັກ,ຫົວໜ້າອົງການກາແດງແຂວງຜົ້ງສາລີ, ໂດຍການເປັນກຽດເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ບຸນທະວີ ສໍສຸກັນ ກຳມະການປະຈຳພັກແຂວງ,ປະທານກວດກາພັກ-ລັດແຂວງຜົ້ງສາລີ, ເຂົ້າ
ຮ່ວມມີບັນດາສະຫາຍຄະນະໜ່ວຍພັກ, ອະນຸກຳມະການບຸກຄະລາກອນຂັ້ນແຂວງ, ໜ່ວຍພັກອ້ອມຂ້າງ ພ້ອມສະມາຊິກພັກສົມບູນ ແລະ ສຳຮອງຂອງໜ່ວຍພັກດັ່ງກ່າວ.
ໃນກອງປະຊຸມສະຫາຍ ນາງບົວໄຂ ແກ້ວວິພາກອນ ເລຂາໜ່ວຍພັກ,ຫົວໜ້າອົງການກາແດງແຂວງຜົ້ງສາລີ ໄດ້ຂື້ນກ່າວເປີດກອງປະຊຸມ ແລະ ຜ່ານຮ່າງບົດລາຍງານການເມືອງຂອງໜ່ວຍພັກ ໃນໄລຍະ 5 ປີ 2021 - 2025 ຜ່ານມາ. ເຊີງປະຈຸບັນໜ່ວຍພັກມີຄະນະພັກ 3 ສະຫາຍ,ຍິງ2ສະຫາຍ ,ມີສະມາຊິກພັກທັງໝົດ 14 ສະຫາຍ, ຍິງ 10 ສະຫາຍ, ໄລຍະຜ່ານມາ ຄະນະໜ່ວຍພັກ ໄດ້ຖືເອົາການສຶກສາອົບຮົມການເມືອງ - ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ - ລັດຖະກອນ ໂດຍການເຊື່ອມຊືມແນວທາງ ນະໂຍບາຍ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ; ປັບປຸງກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ; ສາມາດຮັກສາໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ 4 ປີລຽນຕິດ, ປັບປຸງ ກໍ່ສ້າງພັກ - ກໍ່ສ້າງພະນັກງານເປັນເຈົ້າ
ການຍົກສູງຄວາມຮູ້ ຄວາມສາມາດຂອງພະນັກງານສະມາຊິກພັກທາງດ້ານທິດສະດີການເມືອງ ແລະ ວິຊາສະເພາະ, ນຳພາອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວຢ່າງເປັນປົກກະຕິ, ນຳພາການປ້ອງກັນພາຍໃນພັກແລະ ປ້ອງກັນສຳນັກງານມີຄວາມສະຫງົບດີ, ນຳພາການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຂອງ 4 ຂະແໜງໂດຍການ
ໂຄສະນາຂົນຂວາຍແຫລ່ງທືນ ແລະ ບັນເທົາ ທຸກໄດ້ 7 ຄັ້ງມູນຄ່າ 786,350,000 ກີບ, ສົ່ງເສີມສຸຂະພາບ ໂຄສະນາປ້ອງກັນພະຍາດ ໄດ້ 2 ຄັ້ງ ໃນ28 ບ້ານ ຂອງ 5 ເມືອງ, ຮັບບໍລິຈາກເລືອດໄດ້ 1,413 ຖົງ ເທົ່າກັບ 58,38%; ພົວພັນຮ່ວມມືກັບຕ່າງປະເທດ ຕາມແນວທາງຂອງພັກ. ພ້ອມທັງໄດ້ຜ່ານທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນ 5 ປີຕໍ່ໜ້າ 2026 - 2030. ພ້ອມນີ້ ຄະນະພັກຊຸດເກົ່າໄດ້ຜ່ານບົດສຳຫຼວດການນຳພາລວມ ແລະ ຜູ້ແທນທີ່ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນ ແລະພ້ອມກັນຮັບຮອງເອົາບົດລາຍງານການເມືອງ ແລະ ບົດສຳຫລວດການນຳພາລວມ.ຈາກນັ້ນ, ຄະນະພັກຊຸດເກົ່າໄດ້ຂື້ນກ່າວລາໜ້າທີ ແລະ.ດຳເນີນການປ່ອນບັດຄັດ
ເລືອກເອົາຄະນະພັກສະໄໝທີ VI ເຊີ່ງມີຜູ້ສະໝັກ 5 ສະຫາຍ, ຍິງ 3 ສະຫາຍ ໂດຍເປັນເອກະພາບກັນຄັດເລືອກເອົາສະຫາຍ ຄຳເປືອງ ເມືອງໄຊ ເປັນເລຂາໜ່ວຍພັກ, ສະຫາຍ ນນາງວຽງຄຳ ເຫລັກວໍລະຈັນ ເປັນຮອງເລຂາ, ສະຫາຍ ນາງ ຈັນສຸກ ມະໂນທຳ ເປັນກຳມະການໜ່ວຍພັກ ທັງເປັນປະທານກວດກາໜ່ວຍພັກ ແລະ ສະຫາຍ ຄຳຫລ້າ ຄຳປະສິດ ເປັນຮອງປະທານກວດກາພັກ ພ້ອມທັງຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງໄປເຂົ້າຮ່ວມກອງປະຊຸມອົງຄະນະພັກແຂວງ.
ໂອກາດນີ້ທີ່ປະຊຸມຍັງໄດ້ຮັບຟັງການໂອ້ລົມຊີ້ນຳຂອງ ສະຫາຍ ບຸນທະວີ ສໍສຸກັນ ກຳມະການປະຈຳພັກແຂວງ,ປະທານກວດກາພັກ-ລັດແຂວງຜົ້ງສາລີ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຄະນະພັກ, ສະມາຊິກ ພັກພາຍໃນໜ່ວຍຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ເພີ້ມທະວີ ການສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກ ພັກ, ພະນັກງານ - ລັດຖະກອນ ເປັນປົກກະຕິ, ປັບປຸງ ບຸກຄະລາກອນ, ປັບປຸງອົງການຈັດຕັ້ງ ໃຫ້ເຄື່ອນໄຫວຕາມພາລະບົດບາດ, ແບ່ງໜ້າທີໃຫ້ຄະນະໜ່ວຍພັກຢ່າງຈະແຈ້ງ, ປະສານສົມທົບກັບສາຍຕັ້ງ - ສາຍຂວາງໃຫ້ກົມກຽວກວ່າເກົ່າ ເພື່ອພັດທະນາວຽກງານ ກາແດງແຂວງຜົ້ງສາລີກ່າວຂື້ນຢ່າງຕໍ່ເນື່ອງ.
Share: