ພິທີມອບ-ຮັບວຽກລະຫວ່າງຫົວໜ້າກອງບັນຊາການ ປກສ ເມືອງສຳພັນ ຜູ້ເກົ່າ ແລະ ຜູ້ຮັກສາການ ຫົວໜ້າກອງບັນຊາການ ປກສ ເມືອງຜູ້ໃໝ່.
19 May 2025 | ຂ່າວໂດຍ :ຄຳຮຸ່ງ |
ໃນວັນທີ 19 ພຶດສະພາ 2025 ນີ້, ຢູ່ທີຫ້ອງປະຊູມກອງບັນຊາການ ປກສ ເມືອງສຳພັນ ແຂວງຜົ້ງສາລີ ໄດ້ຈັດພິທີມອບ- ຮັບວຽກ ລະຫວ່າງ ທ່ານ ພັນໂທ ພອນໄຊ ວົງສາ ກຳມະການພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງສຳພັນ (ຜູ້ເກົ່າ) ແລະ ທ່ານ ພັນໂທ ອຸທອນ ອຸດວງວິໄລ ຮອງຫົວໜ້າກອງບັນຊາການ ປກສ ເມືອງ (ຮັກສາການຜູ້ໃໝ່), ໂດຍການເປັນປະທານ ຂອງທ່ານ ພົນຈັດຕະວາ ຄຳຈັນ ແສງລາວົງ ກຳມະການປະຈຳພັກແຂວງ ເລຂາຄະນະບໍລິຫານພັກ,ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີທ່ານ ທອງຕື ເກຍສະບົງ ກຳມະການພັກແຂວງ ເລຂາພັກເມືອງ,ເຈົ້າເມືອງໆສຳພັນ,ມີທີມງານຂອງແຂວງ,ແຂກຖືກເຊີນ ຕະຫຼອດຮອດ ຄະນະພັກ-ຄະ
ນະບັນຊາ,ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ທ່ານ ພັນໂທ ພອນໄຊ ວົງສາ ກຳມະການພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງສຳພັນ (ຜູ້ເກົ່າ) ໄດ້ຍົກໃຫ້ເຫັນ ຜ່ານການຈັດຕັ້ງພາລະບົດບາດ,ສິດ ແລະ ໜ້າທີ່ໃນໄລຍະຜ່ານມາ ເຊິ່ງໄດ້ຕັ້ງໜ້າທຸ່ມເທເຫື່ອແຮງ, ສະ ຕິປັນຍາ,ຄວາມຮູ້,ຄວາມສາມາດຂອງຕົນປະກອບສ່ວນເຂົ້າໃນໜ້າທີ່ວຽກງານ ດ້ວຍຄວາມຮັບຜິດຊອບສູງ ເປັນ ຕົ້ນແມ່ນ:ໄດ້ຊີ້ນໍາ ພະນັກງານ-ນັກຮົບຮ່ວມແຮງຮ່ວມໃຈພ້ອມກັນປັບປຸງກໍ່ສ້າງກົມກອງ ແລະ ຈັດຕັ້ງປະຕິບັດບັນ ດາໜ້າວຽກທີ່ໄດ້ຮັບ ການມອບໝາຍຈາກຂັ້ນເທິງດ້ວຍດີຕະຫຼອດມາ,ນັ້ນແມ່ນໝາກຜົນລວມຍອດດ້ານວຽກງານ ປກສ ອັນໄດ້ເຮັດໃຫ້ ຂອບເຂດຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ. ພ້ອມນີ້ທ່ານ ກໍ່ໄດ້ຜ່ານບົດບັນທືກມອບ-ຮັບ ໜ້າວຽກໃນຄວາມຮັບຜິດຊອບຕົວຈິງຂອງຕົນໃນໄລຍະຜ່ານມາ ແລະ ວຽກທີ່ຈະຕ້ອງສືບຕໍ່ປະຕິບັດໃນຕໍ່ໜ້ານັບທັງສາຍພັກ ແລະ ສາຍລັດ ເພື່ອໃຫ້ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງ ຜູ້ໃໝ່ເປັນຜູ້ສືບຕໍນໍາພາຈັດຕັງປະຕິບັດໃນຕໍ່ໜ້າ,ຈາກນັ້ນ, ກໍໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງຜົ້ງສາລີ ສະບັບເລກທີ 1413/ປກສ.ຜລ,ລົງວັນທີ 16 ພຶດສະພາ 2025 ວ່າດ້ວຍການຍົກຍ້າຍນາຍຕຳຫຼວດ,ໃນນີ້;ຍົກຍ້າຍທ່ານ ພັນໂທ ພອນໄຊ ວົງສາ ກຳມະການພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງສຳພັນ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງຕຳ ຫຼວດ ປກສ ແຂວງ ແລະ ແຕ່ງຕັ້ງທ່ານ ພັນໂທ ອຸທອນ ອຸດວງວິໄລ ຮອງຫົວໜ້າກອງບັນຊາ
ການ ເປັນຮັກສາການ ຫົວໜ້າກອງບັນຊາການ ປກສ ເມືອງສຳພັນ,ຈາກນັ້ນ ກໍ່ໄດ້ພ້ອມກັນ ເຊັນບົດບັນທຶກມອບ - ຮັບໜ້າທີ່ ລະຫວ່າງ ທ່ານ ພັນໂທ ພອນໄຊ ວົງສາ ຫົວໜ້າກອງບັນຊາການ ປກສ ເມືອງຜູ້ເກົ່າ ແລະ ທ່ານ ພັນໂທ ອຸທອນ ອຸດວງວິໄລ ກຳມະການພັກເມືອງ ຮັກສາການ ຫົວໜ້າກອງບັນຊາການ ປກສ ເມືອງສຳພັນ ຜູ້ໃໝ່ ຢ່າງເປັນ ທາງການ.
Share: