ໜ້າຫຼັກ / ການເຄື່ອນໄຫວ / ໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາແຂວງຜົ້ງສາລີສຳເລັດກອງປະຊຸມໃຫຍ່ ຄັ້ງທີ III.

ໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາແຂວງຜົ້ງສາລີສຳເລັດກອງປະຊຸມໃຫຍ່ ຄັ້ງທີ III.

20 May 2025 | ພາບ-ຂ່າວ: ແສງຄໍາ ສາລີວັນ |

ກອງປະຊຸມໃຫຍ່ຂອງສະມາຊີກພັກຂອງໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາແຂວງຜົ້ງສາລີຄັ້ງທີ III ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ພຶດ
ສະພາ 2025 ນີ້, ທີ່ຫ້ອງປະຊຸມຂອງທະນາຄານດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ສົມຫັວງ ສຸວັນນະຄຳ ເລຂາຄະນະພັກຮາກຖານທະນາຄານຜົ້ງສາລີ, ເລຂາໜ່ວຍພັກທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາແຂວງຜົ້ງສາລີ, ເປັນກຽດເຂົ້າຮ່ວມມີສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຫົວ
ໜ້າຄະນະຈັດຕັ້ງແຂວງ, ມີບັນດາສະຫາຍຄະນະຮັບຜິດຊອບກອງປະຊຸມຂັ້ນແຂວງ, ເລຂາໜ່ວຍພັກອ້ອມຂ້າງ, ຕົວແທນອົງການຈັດຕັ້ງມະຫາຊົນ ຕະຫຼອດຮອດສະມາຊີກພັກພາຍໃນໜ່ວຍພັກເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ໄຊສົມແພງ ກິ່ງມາລາ ຮອງເລຂາໜ່ວຍພັກ ໄດ້ຜ່ານຮ່າງບົດລາຍງານການເມືອງທັງສອງພາກ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນ ດ້ານດີ-ຜົນງານ ທີ່ຕັ້ງໜ້າ, ດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນ 5 ປີ ຕໍ່ໜ້າ. ເຊິ່ງໃນໄລຍະ 5 ປີ ຜ່ານມາ, ພາຍໃຕ້ການນໍາພາ-ຊີ້ນໍາ ຢ່າງໃກ້ຊິດ ຂອງຄະນະພັກຂັ້ນເທິງ, ຄະນະໜ່ວຍພັກທະນາຄານການຄ້າຕ່າງປະເທດລາວ ສາຂາຜົ້ງສາລີ ໄດ້ເອົາໃຈໃສ່ນຳພາ-ຊີ້ນໍາ ທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທາງດ້ານການເມືອງ-ແນວຄິດ, ຄຸນສົມບັດສິນທຳປະຕິວັດ ຂອງສະມາຊິກພັກ-ພະນັກງານ ຕະຫຼອດຮອດການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຂອງທະນາຄານ ຕາມທິດທາງນະໂຍບາຍລວມຂອງພັກ ແລະ ການຊີ້ນຳຂອງຂັ້ນເທິງຢ່າງບໍ່ຢຸດຢັ້ງ, ເຊິ່ງໄດ້ເຮັດໃຫ້ໜ່ວຍພັກມີຄວາມສະຫງົບ, ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ມີການເຕີບໃຫຍ່ເຂັ້ມແຂງຢ່າງຮອບດ້ານ. ພ້ອມນີ້ ໜ່ວຍພັກທະນາຄານການຄ້າຕ່າງປະເທດລາວ ສາຂາຜົ້ງສາລີ ໄດ້ເອົາໃຈໃສ່ການສຶກສາອົບຮົມການເມືອງ-ແນວຄິດ ເປັນບັນຫາສໍາຄັນຕົ້ນຕໍ ແລະ ເປັນປັດໃຈຕັດສິນແຫ່ງການນໍາພາ ທີ່ມີຫຼັກການຂອງພັກ, ໄດ້ນໍາພາວຽກງານການເມືອງສອດຫ້ອຍເຂົ້າໃນທຸກການເຄື່ອນໄຫວດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີການ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານສາມາດຮັບຮູ້ ແລະ ກໍາແໜ້ນແນວທາງນະໂຍ
ບາຍຂອງພັກ, ຂໍ້ກໍານົດກົດລະບຽບທີ່ປີ່ນອ້ອມຂອງວຽກງານທະນາຄານ ທັງນີ້ກໍ່ເພື່ອເຮັດໃຫ້ແນວຄິດການເມືອງຂອງພະນັກງານ ມີຄວາມໜັກແໜ້ນ, ມີຄວາມເຊື່ອໜັ້ນ ແລະ ປະຕິບັດຕາມແນວທາງຂອງພັກ-ລັດ ແລະ ກົດລະບຽບພັກປະຊາຊົນປະຕິວັດລາວວາງອອກ. ນອກຈາກນີ້ ກໍ່ໄດ້ເອົາໃຈໃສ່ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກງານວີຊາສະເພາະຂອງທະນາຄານ ມີຜົນສຳເລັດໃນຫຼາຍດ້ານ. ປະຈຸບັນໜ່ວຍພັກທະນາຄານການຄ້າຕ່າງປະເທດສາຂາແຂວງຜົ້ງສາລີມີຄະນະພັກ 2 ສະຫາຍ, ສະມາຊິກພັກທັງ
ໝົດ 18 ສະຫາຍ, ຍິງ 6 ສະຫາຍ, ສໍາຮອງ 02 ສະຫາຍ, ໃນນັ້ນ ມີສະມາຊິກພັກ ທີ່ຂຶ້ນກັບໜ່ວຍພັກ ມີ 15 ສະຫາຍ, ຍິງ 6 ສະຫາຍ; ສໍາຮອງ 01 ສະຫາຍ, 5 ປີ ຜ່ານມາຄະນະໜ່ວຍພັກໄດ້ເອົາໃຈໃສ່ກໍ່ສ້າງມະຫາຊົນຮຽນສະໜັບສະໜຸນໄດ້ 6 ສະຫາຍ, ຍິງ 3 ສະຫາຍ; ຮຽນກົດລະບຽບໄດ້ 9 ສະຫາຍ, ຍິງ 4 ສະຫາຍ; ຂະຫຍາຍສະມາຊິກພັກສໍາຮອງໄດ້ 7 ສະຫາຍ, ຍິງ 3 ສະຫາຍ ແລະ ເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບຸນໄດ້ 9 ສະຫາຍ, ຍິງ 6 ສະຫາຍ. ນັບແຕ່ປີ 2020 ເປັນຕົ້ນມາ ໜ່ວຍພັກໄດ້ຮັບການປະເມີນ ແລະ ຢັ້ງຢືນນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ 4 ສະໄໝຕິດຕໍ່ກັນ, ໄດ້ຈັດປະເພດສາມະຊີກພັກ: ປະເພດ: ແຂງ ມີຈໍານວນ 65 ເທື່ອຄົນ, ທຽບໃສ່ແຜນການແຕ່ລະປີສາມາດປະຕິບັດໄດ້ 100%.
ຈາກນັ້ນ ຄະນະພັກຊຸດເກົ່າໄດ້ຜ່ານບົດສຳຫຼວດການນຳພາລວມຕະຫຼອດໄລຍະ 5 ປີທີ່ຜ່ານມາ ແລະ ພ້ອມກັນຮັບຮອງເອົາບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາລວມ. ຈາກນັ້ນ, ຄະນະພັກຊຸດເກົ່າໄດ້ຂຶ້ນກ່າວລາໜ້າທີ່, ພ້ອມນີ້, ບັນດາຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີຜູ້ສະໝັກ 5 ສະຫາຍ, ຍິງ 1 ສະຫາຍ ກອງປະຊຸມຄັ້ງປະຖົມມະລຶກ ເປັນເອກະພາບກັນຄັດເລືອກເອົາສະຫາຍ ສົມຫັວງ ສຸວັນນະຄໍາ ເປັນເລຂາໜ່ວຍພັກ, ສະຫາຍ ໄຊສົມແພງ ກິ່ງມາລາ ເປັນຮອງເລຂາ, ສະຫາຍ ວຽງສອນ ແກ້ວອຸລາ ເປັນກຳມະການໜ່ວຍພັກ ທັງເປັນປະທານກວດກາໜ່ວຍພັກ ແລະ ສະຫາຍ ນາງ ຈັນສຸດາ ອາລີ ເປັນຮອງປະທານກວດກາພັກ ພ້ອມທັງຄັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງໄປເຂົ້າຮ່ວມກອງປະຊຸມອົງຄະນະພັກແຂວງຕື່ມອີກ.
ໃນໂອກາດທີ່ ມີຄວາມໝາຍຄວາມສຳຄັນນີ້, ສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນໍາຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຄະນະພັກ, ສະມາຊິກ ພັກພາຍໃນໜ່ວຍຍາດມາໄດ້ໃນໄລຍະໜຶ່ງສະໄໝທີ່ຜ່ານມາ ພ້ອມທັງເນັ້ນໜັກໃຫ້ເພີ້ມທະວີ ການສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກ ພັກ, ພະນັກງານ - ລັດຖະກອນ ພ້ອມທັງເຊື່ອມຊຶມມະຕິ, ຄຳສັັ່ງ ກົດລະບຽບຕ່າງໆ ເປັນປົກກະຕິ, ຄະນະພັກຊຸດໃໝ່ຕ້ອງເປັນເຈົ້າການໃນການຊີ້ນຳໆພາ ທຸກວຽກງານຮອບດ້ານ ພ້ອມທັງເຕົ່າໂຮມຄວາມສາມັກຄີພາຍໃນໜ່ວຍພັກໃຫ້ເປັນປືກແຜນ, ສືບຕໍ່ຈັດຕັ້ງວຽກງານວີຊາສະເພາະຂອງຕົນໃຫ້ສຳເລັດ ແລະ ດີຂຶ້ນເທື່ອລະກ້າວ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີII

  • 04 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ

ການເມືອງ

ໜ່ວຍພັກ ໂຄງການພັດທະນາເທດສະບານແຂວງຜົ້ງສາລີ ດຳເນີນຊິວິດການເມືອງທ້າຍສະໄໜ ແລະ ທາບທາມບຸກຄະລາກອນ ຜູ້ອອກຮັບສະໝັກເລືອກຕັ້ງ ຄັ້ງທີ III

  • 04 Jun 2025
  • ພາບ-ຂ່າວ ແກ້ວສະຫວ່າງ ໄຊຍະເງີນ.

ຕອນເຊົ້າຂອງ 4 ມີຖຸນາ 2025...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • (ພາບ ຂ່າວ:ສົມຈັນຄຸນແກ້ວ).

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ