ກອງບັນຊາການທະຫານແຂວງຜົ້ງສາລີ ລຸລ່ວງນາຍທະຫານຂັ້ນສູງ ພັກການກຽມຮັບບໍານານ.
20 May 2025 | ຂ່າວ-ພາບ: ທອງສຸກ ຈັນຖະໜອມ |
ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ 14 ມິຖຸນາ 2018 ໃນພາກທີ III ໝວດທີ 1 ມາດຕາ 33 ວ່າດ້ວຍອາຍຸກະ
ສຽນຮັບບໍານານຂອງນາຍທະຫານ. ໃນວັນທີ 20 ພຶດສະພາ 2025 ນີ້, ກອງບັນຊາການທະຫານຫານແຂວງຜົ້ງສາລີ ໄດ້ຈັດພິທີລຸລ່ວງນາຍທະຫານຂັ້ນສູງພັກການລໍຖ້າເຂົ້າຮັບບໍານານ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ເຂົ້າ
ຮ່ວມມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ພະແນກການກ່ຽວຂ້ອງ ແລະ ນາຍທະຫານທີ່ກຽມລໍຖ້າບໍານານເຂົ້່າຮ່ວມ.
ສະຫາຍ ພັນເອກ ສົມຈັນ ລອດສຸລີ ຄະນະປະຈໍາພັກກອງບັນຊາກາທະຫານແຂວງ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 1714/ກປທ, ລົງວັນທີ 17 ມີນາ 2025 ວ່າດ້ວຍການອະນຸມັດໃຫ້ນາຍທະຫານຢູ່ກອງບັນຊາການທະຫານແຂວງຜົ້ງສາລີພັກການເພື່ອກຽມຮັບບໍານານ, ກະຊວງປ້ອງກັນປະເທດຕົກລົງອະນຸມັດໃຫ້ ສະຫາຍ ພັນເອກ ບຸນໄຊ ຫຼ້າສຸວົງ ຫົວໜ້າຫ້ອງການບໍລິຫານ ກອງບັນຊາການທະຫານແຂວງ ພັກການເພື່ອກຽມຮັບບໍານານຕາມນະໂຍບາຍຂອງພັກ-ລັດ.
ໃນພິທີດັ່ງກ່າວ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ໄດ້ໂອ້ລົມພ້ອມທັງຍ້ອງຍໍຊົມເຊີຍຕໍ່ນາຍທະຫານ ທີ່ໄດ້ເຮັດສໍາເລັດໜ້າທີ່ການເມືອງຂອງຕົນໃນແຕ່ລະໄລຍະ, ເປັນຕົ້ນແມ່ນການປະກອບສ່ວນເຂົ້າໃນວຽກງານລວມທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້, ກໍ່ຄືສອງໜ້າທີ່ຍຸດທະສາດໃນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍສະເພາະແມ່ນການປະກອບສ່ວນເຂົ້າໃນການພັດທະນາກອງບັນຊາການທະຫານແຂວງຜົ້ງສາລີ ໃນແຕ່ລະໄລຍະ, ຈົນໄດ້ກ້າວຂຶ້ນເປັນນາຍທະຫາຍຂັ້ນສູງຂອງກອງບັນຊາການທະຫານແຂວງ ແລະ ໄດ້ຮັບນະໂຍບາຍພັກການຮັບບໍານານຕາມນະໂຍບາຍຂອງພັກ-ລັດ, ພ້ອມໄດ້ຮຽກຮ້ອງໃຫ້ຈົ່ງຮັກສາມູນເຊື້ອອັນດີງາມຂອງຕົນ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານຮຸ່ນສືບທອດໃນອະນາຄົດ.
Share: