ໜ້າຫຼັກ / ການເຄື່ອນໄຫວ / ພິທີ: ປະກາດ ການຈັດຕັ້ງສານປະຊາຊົນເຂດ II ແຂວງຜົ້ງສາລີ ແລະ ເລື່ອນຊັ້ນຜູ້ພິພາກສາສານປະຊາຊົນ.

ພິທີ: ປະກາດ ການຈັດຕັ້ງສານປະຊາຊົນເຂດ II ແຂວງຜົ້ງສາລີ ແລະ ເລື່ອນຊັ້ນຜູ້ພິພາກສາສານປະຊາຊົນ.

20 May 2025 | ພາບ-ຂ່າວ: ນ.ພວງມະນີ ວົງວິຈິດ. |

ພິທີດັ່ງກ່າວໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2025 ນີ້, ທີ່ຫ້ອງປະຊຸມ ຫ້ອງການ ການເງິນ ເມືອງຂວາ ແຂວງຜົ້ງສາລີ ໂດຍການເປັນປະທານຂອງ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ,ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາໄລ ສຸທິພອນ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດ ຜູ້ຊີ້ນໍາວຽກພັກ-ພະນັກງານຂັ້ນເມືອງ, ມີປະທານ, ຮອງປະທານສານປະຊາຊົນແຂວງເຂດ1, ເຂດ 2 ແຂວງຜົ້ງສາລີ ແລະ ແຂວງຫຼວງນໍ້າທາ ພ້ອມດ້ວຍແຂກເຊີນ ເຂົ້າຮ່ວມ.
ໃນພິທີໄດ້ຜ່ານຂໍ້ຕົກລົງວ່າດ້ວຍການເລື່ອນຊັ້ນຜູ້ພິພາກສາຂອງສານປະຊາຊົນແຂວງຜົ້ງສາລີສະບັບເລກທີ 536/ສປສສ ນະຄອນຫຼວງວຽງຈັນ, ລົງວັນທີ 16 ພຶດສະພາ 2025 ປະທານສານປະຊາຊົນສູງສຸດຕົກລົງເຫັນດີເລື່ອນຊັ້ນຜູ້ພິພາກສາໃຫ້ທ່ານ ສຸກຖາວອນ ດວງສາ ຜູ້ພິພາກສາຊັ້ນໜຶ່ງ ຮັກສາການຫົວໜ້າຄະນະສານອາຍາສານປະ
ຊາຊົນແຂວງຜົ້ງສາລີເປັນຜູ້ພິພາກສາຊັ້ນສອງ,ສະບັບເລກທີ 537/ສປສສ ເຫັນດີເລື່ອນຊັ້ນຜູ້ພິພາກສາໃຫ້ທ່ານ ບຸນປັນ ເພັດສະໝອນ ຜູ້ພິພາກສາຊັ້ນໜຶ່ງ ຮັກສາການຫົວໜ້າຄະນະສານແພ່ງ ສານປະຊາຊົນແຂວງຜົ້ງສາລີເປັນຜູ້ພິພາກສາຊັ້ນສອງ, ສະບັບເລກທີ 538/ສປສສ ເຫັນດີເລື່ອນຊັ້ນຜູ້ພິພາກສາໃຫ້ທ່ານ ໄວ ໄຊຊະນະ ຜູ້ພິ ພາກສາຊັ້ນໜຶ່ງ, ຮອງຫົວໜ້າຄະນະສານອາຍາ ສານປະຊາຊົນເຂດ I ແຂວງຫຼວງນໍ້າທາ ເປັນຜູ້ພິພາກສາຊັ້ນສອງ, ສະບັບເລກທີ 539/ສປສສ ຕົກລົງສັບປ່ຽນບ່ອນປະຈໍາການຂອງທ່ານ ບຸນໄພ ແກ້ວວັງລາດ ຜູ້ພິພາກສາຊັ້ນສອງຮອງປະທານສານປະຊາຊົນເຂດ II ແຂວງຫຼວງນໍ້າທາ ໄປເປັນຮອງປະທານສານປະຊາຊົນເຂດ II ແຂວງຜົ້ງສາລີ, ສະ
ບັບເລກທີ 540/ສປສສ ຕົກລົງສັບປ່ຽນບ່ອນປະຈໍາການຂອງທ່ານຈັນເພັດ ໄຊຍະສານ ຜູ້ພິພາກສາຊັ້ນໜຶ່ງຮັກສາການຫົວໜ້າຄະນະສານຄອບຄົວສານປະຊາຊົນແຂວງຜົ້ງສາລີໄປປະຈໍາການຢູ່ສານປະຊາຊົນເຂດ II ແຂວງຜົ້ງສາລີ,ສະບັບເລກທີ 541/ສປສສ ຕົກລົງສັບປ່ຽນບ່ອນປະຈໍາການຂອງທ່ານໄວ ໄຊຊະນະ ຜູ້ພິພາກສາຊັ້ນສອງຮອງຫົວໜ້າຄະນະສານອາຍາສານປະຊາຊົນເຂດI ແຂວງຫຼວງນໍ້າທາໄປປະຈໍາການຢູ່ສານປະຊາຊົນແຂດ II ແຂວງຜົ້ງສາລີ, ສະບັບເລກທີ 542/ສປສສ ຕົກລົງແຕ່ງຕັ້ງ ທ່ານ ສຸກຖາວອນ ດວງສາ ຜູ້ພິພາກສາຊັ້ນສອງ, ຮັກສາການຫົວໜ້າຄະນະສານອາຍາສານປະຊາຊົນແຂວງຜົ້ງສາລີເປັນຫົວໜ້າຄະນະສານອາຍາສານປະຊາຊົນແຂວງຜົ້ງສາລີ, ສະບັບເລກທີ 543/ສປສສ ຕົກລົງແຕ່ງຕັ້ງທ່ານ ບຸນປັນ ເພັດສະໝອນ ຜູ້ພິພາກສາຊັ້ນສອງ, ຮັກສາການຫົວໜ້າຄະນະສານແພ່ງສານປະຊາຊົນແຂວງຜົ້ງສາລີເປັນຫົວ
ໜ້າຄະນະສານແພ່ງສານປະຊາຊົນແຂວງຜົ້ງສາລີ, ສະບັບເລກທີ 544/ສປສສ ຕົກລົງແຕ່ງຕັ້ງທ່ານ ຈັນເພັດ ໄຊຍະສານ ຜູ້ພິພາກສາຊັ້ນໜຶ່ງສານປະຊາຊົນເຂດ IIແຂວງ
ຜົ້ງສາລີ ເປັນຫົວໜ້າຄະນະສານແພ່ງສານປະຊາຊົນເຂດ II ແຂວງຜົ້ງສາລີ,ສະບັບເລກທີ 545/ສປສສ ຕົກລົງແຕ່ງຕັ້ງທ່ານ ໄວ ໄຊຍະວົງ ຜູ້ພິພາກສາຊັ້ນສອງສານປະຊາ
ຊົນເຂດ II ແຂວງຜົ້ງສາລີເປັນຫົວໜ້າຄະນະສານອາຍາສານປະຊາຊົນເຂດ II ແຂວງຜົ້ງສາລີ ແລະ ສະບັບເລກທີ 546/ສປສສ ຕົກລົງແຕ່ງຕັ້ງທ່ານ ພັນທະວົງ ສີທະວົງ ຜູ້ພິພາກສາຊັ້ນສອງ, ຮອງປະທານສານປະຊາຊົນເຂດ II ແຂວງຜົ້ງສາລີ ເປັນຜູ້ຮັກສາການ ປະທານສານປະຊາຊົນເຂດ II ແຂວງຜົ້ງສາລີ ຈົນກ່ວາຈະມີການປ່ຽນແປງ.
ໂອກາດນີ້ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ໄດ້ຂຶ້ນປະດັບຊັ້ນ ແລະ ມອບຂໍ້ຕົກລົງຂອງປະທານສານປະຊາຊົນສູງສຸດ ໃຫ້ແກ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ພ້ອມທັງໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກັບພິທີ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ໃນຕະຫຼອດໄລຍະທີ່ຜ່ານມາພ້ອມທັງຮຽກຮ້ອງ ແລະ ເນັ້ນໜັກໃຫ້ຄະນະປະທານ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຕ້ອງເພີ່ມທະວີສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ຜູ້ພິພາກສາ, ພະນັກງານ-ລັດຖະກອນໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມສາມັກຄີກັນເປັນປຶກແຜ່ນ, ເຮັດວຽກມີຫຼັກການ, ຢືນຢູ່ບົນພື້ນຖານຄວາມເປັນຈິງ, ມີຈັນຍາບັນ, ຈັນຍາທຳ ມີຄວາມໂປ່ງໃສ, ວ່ອງໄວ, ຍຸຕິທຳ, ລະອຽດຖີ່ຖ້ວນ ແລະ ກຳແໜ້ນກົດໝາຍເພື່ອຮັບໃຊ້ປະຊາຊົນຢ່າງແທ້ຈິງ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີII

  • 04 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ

ການເມືອງ

ໜ່ວຍພັກ ໂຄງການພັດທະນາເທດສະບານແຂວງຜົ້ງສາລີ ດຳເນີນຊິວິດການເມືອງທ້າຍສະໄໜ ແລະ ທາບທາມບຸກຄະລາກອນ ຜູ້ອອກຮັບສະໝັກເລືອກຕັ້ງ ຄັ້ງທີ III

  • 04 Jun 2025
  • ພາບ-ຂ່າວ ແກ້ວສະຫວ່າງ ໄຊຍະເງີນ.

ຕອນເຊົ້າຂອງ 4 ມີຖຸນາ 2025...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • (ພາບ ຂ່າວ:ສົມຈັນຄຸນແກ້ວ).

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ຫົວໜ້າຫ້ອງການຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • ພາບ ຂ່າວ:ສົມຈັນຄຸນແກ້ວ

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ