ໜ້າຫຼັກ / ການເຄື່ອນໄຫວ / ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການປ້ອງກັນ ແລະ ການແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກລະຫວ່າງ ຜູ້ປະສານງານຂັ້ນບ້ານ.

ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການປ້ອງກັນ ແລະ ການແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກລະຫວ່າງ ຜູ້ປະສານງານຂັ້ນບ້ານ.

20 May 2025 | ນັກຂ່າວ ຖວທ ເມືອງບຸນໃຕ້ |

ຕອນເຊົ້າຂອງວັນທີ 20 ພຶດສະພາ 2025 ນີ້. ນະທີ່ສະໂມສອນໃຫຍ່ຂອງເມືອງຫຼັງເກົ່າ ຫ້ອງການສະຫະພັນແມ່ຍິງເມືອງບຸນໃຕ້ ຮ່ວມກັບ ໂຄງການ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ແລະ ສົ່ງເສີມການເຂົ້າເຖິງຂະບວນການຍຸດຕິທໍາ ໄດ້ຈັດໃຫ້ມີກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການປ້ອງກັນ ແລະ ການແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກລະຫວ່າງ ຜູ້ປະສານງານຂັ້ນບ້ານ 6 ບ້ານເປົ້າໝາຍຂອງໂຄງການຂື້ນຢ່າງເປັນທາງການ.
ໂດຍການເປັນປະທານ ຂອງທ່ານ ຄຳຫຼ້າ ດວງມາໄລ , ຮອງເລຂາພັກເມືອງ ຮອງເຈົ້າເມືອງ, ມີທ່ານ ນາງ ວຽງສະໄໝ ແກ້ວວິໄລ ຮອງປະທານສະຫະພັນແມ່ຍີງແຂວງ, ມີທ່ານ ນາງ ກຸ້ງ ບຸນແສນຄໍາ ພະນັກງານພາກສະໜາມ ປະຈໍາເມືອງບຸນໃຕ້, ມີບັນດາທ່ານຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ,ມີຜູ້ປະສານງານຂັ້ນເມືອງ, ຂັ້ນບ້ານ, ຕະຫຼອດຮອດເລຂາໜ່ວຍພັກບ້ານ-ນາຍບ້ານ,ຄະນະໜ່ວຍໄກ່ເກ່ຍສະຫະພັນແມ່ຍິງຂັ້ນບ້ານ 06 ບ້ານເປົ້າໜາຍເຂົ້າຮ່ວມທັງໜົດ 30 ທ່ານ, ຍິງ 11 ທ່ານ.
ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ກໍ ເພື່ອເປັນການທົບທວນຄືນກ່ຽວກັບຂໍ້ຕົກລົງແຕ່ງຕັ້ງຜູ້ປະ ສານງານຂັ້ນບ້ານ ແລະ ພາລະບົດບາດຂອງຜູ້ປະສານງານຂັ້ນບ້ານ, ເພື່ອສົນທະນາແລກປ່ຽນຂັ້ນຕອນຂອງຂະບວນການໃຫ້ການຊ່ວຍເຫຼືອຜູ້ຖຶກເຄາະຮ້າຍຈາກບັນຫາຄວາມຮຸນແຮງພາຍໃນບ້ານໃນເມື່ອກ່ອນ ແລະ ປະຈຸບັນ ແລະ ເພື່ອເປັນການສ້າງຄວາມເອກະພາບຂອງການນຳໃຊ້ເຄື່ອງມື, ຂັ້ນຕອນໃນການຊ່ວຍເຫຼືອຜູ້ຖຶກເຄາະຮ້າຍ ແລະ ຂັ້ນຕອນການໄກ່ເກ່ຍກໍລະນີທີ່ເກີດຂຶ້ນໃນບ້ານສ້າງຄວາມເຂັ້ມແຂງໃຫ້ຜູ້ປະສານງານບົດບາດຍິງ-ຊາຍຂັ້ນບ້ານ ໃນການຕິດຕາມແກ້ໄຂບັນຫາ, ການບັນທຶກ-ລາຍງານ ກ່ຽວກັບຄວາມຮຸນແຮງບົນພື້ນຖານທາງເພດທີ່ເກີດຂຶ້ນຂອງບ້ານຕົນເອງ ແລະ ຄວາມຮັບຜິດຊອບຮ່ວມກັນຂອງແຕ່ລະຂັ້ນ.
ເພື່ອຮ່ວມກັນວາງແຜນນໍາເອົາບັນຫາ ແລະ ຂໍ້ຫຍຸ້ງຍາກມາປັບປຸງໃຫ້ແທດເໝາະໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີຂຶ້ນກວ່າເກົ່າ.ໃນກອງປະຊຸມ ທ່ານ ນາງ ວອນມະນີ ລໍມ່ວນອີງ ຫົວໜ້າໜ່ວຍງານບໍລິຫານ,ຈັດຕັ້ງ-ກວດກາໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍ ການແຕ່ງຕັ້ງຜູ້ປະສານງານຂັ້ນບ້ານ ແລະ ພາລະບົດບາດຂອງຜູ້ປະສານງານຂັ້ນບ້ານສະບັບເລກທີ 240/ມບຕ, ລົງວັນທີ 30 ເມສາ 2024.
ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ສົນທະນາກ່ຽວກັບບັນດາເຄື່ອງມື ແລະ ຂັ້ນຕອນທີ່ແຕ່ລະບ້ານໄດ້ນໍາໃຊ້ ແລະ ຈັດຕັ້ງປະຕິບັດເພື່ອຄວາມເປັນເອກະພາບໃນການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ຂັ້ນຕອນການໄກ່ເກ່ຍ. ຈາກນັ້ນ, ຜູ້ປະສານງານຂັ້ນບ້ານທັງ 6 ບ້ານເປົ້າໝາຍໄດ້ນໍາສະເໜີກ່ຽວກັບ 6 ຂັ້ນຕອນຂອງຂະບວນການໃຫ້ການຊ່ວຍເຫຼືອຜູ້ເຄາະຮ້າຍຈາກບັນຫາຄວາມຮຸນແຮງພາຍໃນບ້ານໃນເມືອກ່ອນ ແລະ ປະຈຸບັນ, ການແບ່ງໜ້າທີ່ຄວາມຮັບຜິດຊອບຂອງຜູ້ປະສານງານຂັ້ນບ້ານ ພ້ອມທັງຍົກຕົວຢ່າງເຫດການຄວາມຮຸນແຮງຕົວຈິງທີ່ເກີດຂຶ້ນຢູ່ພາຍໃນບ້ານຂອງຕົນ ບ້ານລະ 01 ເຫດການ ພ້ອມກັນນີ້ກໍໄດ້ວາງແຜນຮ່ວມກັນກ່ຽວກັບແຜນໃນຕໍ່ໜ້າ ເພື່ອຫາວິທີແກ້ໄຂຮ່ວມກັນ, ເພື່ອຢາກໃຫ້ຜູ້ປະສານງານຂັ້ນບ້ານມີຄວາມເຂັ້ມແຂງ ແລະ ສາມາດ ເຜີຍແຜ່ຄວາມຮູ້ໃຫ້ປະຊາຊົນ ພາຍໃນບ້ານຂອງຕົນເອງໄດ້ໂດຍ ນຳໃຊ້ ໂປຣສເຕີ, ຄູ່ມືຂອງໂຄງການ.
ໃນຕອນທ້າຍຂອງກອງປະຊຸມທ່ານ ຄຳຫຼ້າ ດວງມາໄລ ຮອງເລຂາພັກເມືອງ ຮອງເຈົ້າເມືອງ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ຊື່ງກ່ອນອື່ນທ່ານກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງງຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ທີ່ໄດ້ເອົາໃຈໃສ່ຄົ້ນຄວ້າ, ສົນທະນາແລກປ່ຽນບົດຮຽນ ແລະ ປະກອບຄໍາຄິດຄໍາເຫັນຕໍ່ກອງປະຊຸມໃນຄັ້ງນີ້ ພ້ອມກັນນີ້ທ່ານຍັງ ໄດ້ຮຽກຮ້ອງມາຍັງຂະແໜງການທີ່ກ່ຽວຂ້ອງ ລະຫ່ວາງ ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ 06 ບ້ານເປົ້າໜາຍທີ່ມີໜ້າເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຈົ່ງສຶບຕໍ່ເອົາໃຈໃສ່ໃນການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ເປັນປົກກະຕິ ແລະ ສຶບຕໍ່ໃຫ້ການຮ່ວມມືໃນການແກ້ໄຂບັນຫາທີ່ພົບເຫັນໃນໄລຍະທີ່ຜ່ານມາ, ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ພ້ອມທັງສ້າງຄວາມເຂັ້ມແຂງໃນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຕາມພາລະບົດບາດຂອງຂະແໜງການທີ່ກ່ຽວຂ້ອງຢ່າງເຂັ້ມງວດ ແລະ ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມສຶບຕໍ່ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມດັ່ງກ່າວນີ້ນໍາໄປເຜີຍແຜ່ ແລະ ຈັດຕັ້ງປະຕິບັດໃນຂົງເຂດຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິຜົນສູງ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີII

  • 04 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ

ການເມືອງ

ໜ່ວຍພັກ ໂຄງການພັດທະນາເທດສະບານແຂວງຜົ້ງສາລີ ດຳເນີນຊິວິດການເມືອງທ້າຍສະໄໜ ແລະ ທາບທາມບຸກຄະລາກອນ ຜູ້ອອກຮັບສະໝັກເລືອກຕັ້ງ ຄັ້ງທີ III

  • 04 Jun 2025
  • ພາບ-ຂ່າວ ແກ້ວສະຫວ່າງ ໄຊຍະເງີນ.

ຕອນເຊົ້າຂອງ 4 ມີຖຸນາ 2025...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • (ພາບ ຂ່າວ:ສົມຈັນຄຸນແກ້ວ).

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ