ໜ້າຫຼັກ / ການເຄື່ອນໄຫວ / ໜ່ວຍພັກພະແນກແຜນການ ແລະ ການລົງທຶນແຂວງຜົ້ງສາລີ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ.

ໜ່ວຍພັກພະແນກແຜນການ ແລະ ການລົງທຶນແຂວງຜົ້ງສາລີ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ.

21 May 2025 | ພາບ-ຂ່າວ: ຍິນໄຊ ສີບຸນເຮືອງ |

ໃນຕອນເຊົ້າຂອງວັນທີ 21 ພຶດສະພາ 2025 ນີ້ ນະທີຫ້ອງປະຊຸມຊັ້ນ 3 ຂອງອົງການປົກຄອງແຂວງຜົ້ງສາລີ ໜ່ວຍພັກພະແນກແຜນການ ແລະ ການລົງທຶນແຂວງຜົ້ງສາລີ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ທອງສຸກ ເປົາສຸລີ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງຜົ້ງສາລີ ເຂົ້າຮ່ວມມີຄະນະພັກ ຕະຫຼອດສະມາຊິກພັກສຳຮອງ ແລະ ສົມບູນ ພາຍໃນໜ່ວຍເຂົ້າຮ່ວມ.
ໃນພິທີຄະນະຈັດຄັ້ງພິທີໄດ້ສະເໜີຈຸດປະສົງ ຈາກນັ້ນມະຫາຊົນກ້າວໜ້າຂື້ນເປັນສະມາຊິກພັກສຳຮອງໄດ້ຂື້ນຜ່ານ ໃບຄຳຮ້ອງເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ,ພ້ອມກັນນີ້ຄະນະພັກໄດ້ຜ່ານມະຕິຕົກລົງຂອງ ຄະນະປະຈຳພັກແຂວງ ວ່າດ້ວຍການຮັບເອົາມະຫາຊົນເປັນສະມາຊິກພັກປະຊາຊົນປະຕິວັດລາວ ເລກທີ 495/ຂຜລ ລົງວັນທີ 13 ພຶດສະພາ ປີ 2025 ໃນນີ້ຄະນະປະຈຳພັກແຂວງເຫັນດີຕົກລົງ ຮັບເອົາສະຫາຍ ເພັດພີມ ພາມະວົງ ເຂົ້າເປັນສະມາຊິກພັກສຳຮອງ ພ້ອມທັງມອບໃບມະຕິຕົກລົງຂອງຄະນະປະຈຳພັກແຂວງ ໂດຍການກ່າວມອບຂອງ ສະຫາຍ ທອງສຸກ ເປົາສຸລີ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງຜົ້ງສາລີ.ໃນພິທີຍັງໄດ້ຜ່ານບົດສະຫຼຸບປະຈຳເດືອນ ພຶດສະພາ ແລະ ທິດທາງແຜນການປະຈຳເດືອນໃນຕໍ່ໜ້າ ໃນນີ້ກໍ່ໄດ້ຍົກໃຫ້ເຫັນຜົນງານຈຸດດີ,ຈຸດອ່ອນໃນການຈັດຕັ້ງປະຕິບັດວຽກງານຂອງໜ່ວຍພັກຕືມອິກ.
ໂອກາດທີມີຄວາມໝາຍຄວາມສຳຄັນນີ້ ສະຫາຍ ທອງສຸກ ເປົາສຸລີ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງຜົ້ງສາລີ ໄດ້ມີຄຳເຫັນ ແລະ ໂອ້ລົມຕໍ່ພິທີ ເຊິງກ່ອນອືນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ມະຫາຊົນກ້າວໜ້າທີເຂົ້າເປັນສະມາຊິກພັກສຳຮອງ ທີໄດ້ຝຶກຝົນຫຼໍ້ຫຼອມຕົນເອງຈົນສາ
ມາດເຂົ້າເປັນສະມາຊິກພັກສຳຮອງ ແລະ ຍົກໃຫ້ເຫັນ ຄວາມໝາຍຄວາມສຳຄັນກ່ຽວກັບບັນດາເນື້ອໃນພື້ນຖານຕໍ່ກັບກົດລະບຽບພັກປະຊາຊົນປະຕິວັດລາວ ແລະ ຍັງໄດ້ເນັ້ນໃຫ້ສະມາຊິກພັກໃໝ່ ຈົ່ງສືບຕໍ່ຝຶກຝົນຫຼໍ້ຫຼອມຕົນເອງ ໃຫ້ກາຍເປັນສະມາຊິກພັກສົມບູນໃນຕໍ່ໜ້າ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກຂະແໜງບໍລິຫານ,ຈັດຕັ້ງແລະກວດກາຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບທີII

  • 04 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ

ການເມືອງ

ໜ່ວຍພັກ ໂຄງການພັດທະນາເທດສະບານແຂວງຜົ້ງສາລີ ດຳເນີນຊິວິດການເມືອງທ້າຍສະໄໜ ແລະ ທາບທາມບຸກຄະລາກອນ ຜູ້ອອກຮັບສະໝັກເລືອກຕັ້ງ ຄັ້ງທີ III

  • 04 Jun 2025
  • ພາບ-ຂ່າວ ແກ້ວສະຫວ່າງ ໄຊຍະເງີນ.

ຕອນເຊົ້າຂອງ 4 ມີຖຸນາ 2025...

ອ່ານເພີ່ມ

ພິທີມອບ ຮັບໜ້າທີ ລະຫ່ວາງ ເລຂາຄະນະບໍລີຫານງານຊາວໝຸ່ມເມືອງຜົ້ງສາລີ ຜູ້ເກົ່າ ແລະ ຜູ້ໃໝ່

  • 04 Jun 2025
  • (ພາບ ຂ່າວ:ສົມຈັນຄຸນແກ້ວ).

ໃນຕອນເຊົ້າຂອງວັນທີ່ 4 ເດືອນມີຖຸນາ...

ອ່ານເພີ່ມ