ເມືອງບຸນເໜືອ ເປີດບັ້ນການສອບເສັງຈົບຊັ້ນປະຖົມສຶກສາ (ປ.5) ເອກະພາບທົ່ວເມືອງ ປະຈຳສົກຮຽນ 2024-2025
20 May 2025 | ພາບ-ຂ່າວ ນາງ ຈັນສະໝອນ |
ການປະຕິບັດດໍາເນີນການຮຽນ - ການສອນໃນບັນດາໂຮງຮຽນຢ່າງເປັນປົກກະຕິ ເຊິ່ງເລີ່ມຈັດຕັ້ງການຮຽນ - ການສອນນັບແຕ່ ວັນທີ 1 ກັນຍາ 2024 ເປັນຕົ້ນມາ ໄດ້ມີການວັດຜົນການຮຽນ ແຕ່ລະໄລຍະ ແລະ ປະເມີນການປະຕິບັດ ຫຼັກສູດຂອງໂຮງຮຽນແຕ່ລະແຫ່ງໃນທົ່ວເມືອງ ເຊິ່ງສາມາດປະຕິບັດຫຼັກສູດທີ່ກະຊວງສຶກສາວາງອອກນັ້ນ ຕອນບ່າຍຂອງວັນທີ 20 ພຶດສະພາ 2025ນີ້ ທີ່ ສະໂມສອນໃຫຍ່ຂອງເມືອງບຸນເໜືອ ແຂວງຜົ້ງສາລີໄດ້ຈັດພິທີ ເປີດບັ້ນການສອບເສັງຈົບຊັ້ນປະຖົມສຶກສາ (ປ.5) ເອກະພາບທົ່ວເມືອງ ປະຈຳສົກຮຽນ 2024-2025ຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ຄໍາໄຊ ວົງສັກ ກຳມະການພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນໍຂົງເຂດວັດທະນະທຳ-ສັງຄົມເມືອງ, ມີທ່ານ ນາງ ວັນຄໍາ ນະຄອນສຸກ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ມີບັນດາທ່ານ ຫົວໜ້າ-ຮອງຫົວໜ້າໂຮງຮຽນ ຄູອາຈານ, ພະນັກງານຜູ້ຮັບຜິດຊອບ ຕະຫຼອດຮອດນ້ອງນັກຮຽນຊັ້ນ ປ5 ມາຈາກ ສາມສູນເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ຈັນຄຳ ທອງສີ ຫົວໜ້າໜ່ວຍງານການສຶກສາກ່ອນໄວຮຽນສາມັນ ແລະ ວິທະຍາສາດ ຜ່ານ ຂໍ້ຕົກລົງຂອງທ່ານ ເຈົ້າເມືອງ ວ່າດ້ວຍການອະນຸມັດ ເປີດບັ້ນສອບເສັງຈົບຊັ້ນ ປະຖົມສຶກສາ ປ.5 ປະຈໍາສົກຮຽນ 2024-2025 ສະບັບເລກທີ 127/ບມໜ ບຸນເໜືອ, ລົງວັນທີ 12 ພຶດສະພາ 2025 ພ້ອມທັງຜ່ານບົດລາຍງານການກະກຽມຄວາມພ້ອມ ການຈັດຕັ້ງສອບເສັງຈົບຊັ້ນ ປະຖົມສຶກສາ ປ.5 ເອກະພາບທົ່ວເມືອງບຸນເໜືອ, ປະຈໍາສົກຮຽນ 2024-2025ໃນນັ້ນ ທົ່ວເມືອງມີ 17 ສູນສອບ
ເສັງ, 36 ຫ້ອງ. ຈາກບັນດາໂຮງຮຽນຈໍານວນ 42 ແຫ່ງ. ມີນັກສອບເສັງຕາມ ຈໍານວນຕົວຈິງ 666 ຄົນ, ຍິງ 329 ຄົນ. ຈະສອບເສັງຈຳນວນ 4 ວິຊາຄື: ວິຊາ ພາສາລາວ (ຫັດແຕ່ງ), ວິຊາ ພາສາລາວ (ຂຽນທວາຍ) ວິຊາ ຄະນິດສາດ ແລະ ວິຊາ ວິທະຍາສາດ-ສິ່ງແວດລ້ອມ, ການສອບເສັງຈະໃຊ້ເວລາ 2 ວັນເຕັມ, ເອກະພາບທົ່ວເມືອງ.ໄລຍະກະກຽມ.ສັງລວມ, ຈັດສູນສອບເສັງ ແລະ ຫ້ອງສອບເສັງໃນແຕ່ລະສູນ ແລະ ຄວາມພ້ອມທຸກຢ່າງແລ້ວ ຈຶ່ງກໍານົດເອົາ ວັນທີ 21 - 22 ພຶດສະພາ 2025 ເປັນວັນສອບເສັງຈົບປະຖົມສຶກສາ(ປ.5) ທົ່ວເມືອງ ບຸນເໜືອ ຢ່າງເປັນທາງການ.ຈາກນັ້ນ ທ່ານ ນາງ ວັນຄໍາ ນະຄອນສຸກ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຜ່ານກົດລະບຽບໃນການສອບເສັງຂອງຄູຄະນະກໍາມະການສອບເສັງ ແລະ ນັກຮຽນ ເພື່ອເຮັດໃຫ້ການສອບເສັງມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະ
ຫງົບປອດໄພຕື່ມອີກ.
ຕອນທ້າຍຂອງພິທີທ່ານ ຄໍາໄຊ ວົງສັກ ກຳມະການພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນໍຂົງເຂດວັດທະນະທຳ-ສັງຄົມເມືອງມີຄໍາເຫັນພ້ອມທັງຮຽກຮ້ອງໃຫ້ ຄະນະຮັບຜິດຊອບ, ອະນຸກຳມະການອອກຫົວບົດ ແລະ ອະນຸກຳມະການຍາມຫ້ອງສອບເສັງ ແລະ ພາກສ່ວນກວດບົດ ໄດ້ນໍາພາສ້າງຫົວບົດສອບຈົບຊັ້ນປະຖົມສຶກສາ ປ.5 ແລະ ຈັດແຈງໃຫ້ບັນດາສູນສອບເສັງເປັນທີ່ຮຽບຮ້ອຍ, ຕໍ່ກັບນ້ອງນັກຮຽນໃຫ້ນໍາເອົາ ກົດລະບຽບຂອງຫ້ອງການສຶກສາທິການ ແລະ ກິລາວາງອອກໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນເປັນກ້າວໆ.
Share: